ກິນ PrEP ແບບ ໃດທີ່ເໝາະກັບທ່ານ ( Daily ແລະ On Demand )


ໜຶ່ງທາງເລືອກໃນການປ້ອງກັນຕົນເອງຈາກພະຍາດຕິດຕໍ່ທາງເພດສໍາພັນທີ່ໄດ້ຮັບຄວາມນິຍົມໃນປະຈຸບັນແມ່ນການໃຊ້ຢາ PrEP, ເປັນຢາປ້ອງກັນເຊື້ອເຮສໄອວີ, ກ່ອນທີ່ຈະມີເພດສໍາພັນແຕ່ຫຼາຍຄົນອາດຈະບໍ່ຮູ້ວິທີກິນ PrEP ໃຫ້ມີປະສິດຕິຜົນ ປັດຈຸບັນມີສອງປະເພດຂອງການກິນຄື: Daily PrEP  (ປະຈໍາວັນ) ແລະ On-demand PrEP  (ຕາມຄວາມຕ້ອງການ).

ແຕ່ທຸກຄັ້ງກ່ອນທີ່ຈະຕັດສິນໃຈກິນ PrEP ບໍ່ວ່າໃນຮູບແບບໃດກໍ່ຕາມຕ້ອງກວດຫາເຊື້ອ HIV ໃນເລືອດກ່ອນ ຖ້າຜົນກວດເລືອດບໍ່ຕິດເຊື້ອ ແລະ ກວດເບິ່ງການເຮັດວຽກຂອງຕັບ ແລະ ໄຕວ່າສາມາດຮັບການເຮັດວຽກຂອງຢາ PrEP ໄດ້ທ່ານຈຶ່ງຈະສາມາດເລີ່ມກິນໄດ້ 🥰

Daily PrEP

Daily PrEP ແມ່ນເໝາະສົມສໍາລັບຜູ້ທີ່ບໍ່ສາມາດວາງແຜນການມີເພດສໍາພັນຂອງຕົນເອງໄດ້ ຫຼື ມີພຶດຕິກໍາທີ່ມີຄວາມສ່ຽງຈະໄດ້ກິນ ຢາ PrEP ຢ່າງຕໍ່ເນື່ອງເປັນເວລາ 30 ວັນ ມີວິທີກິນງ່າຍໆດັ່ງນີ:

 ກິນທຸກມື້ ມື້ລະ 1 ເມັດ ໃນເວລາດຽວກັນ (ສາມາດເລືອກເວລາໄດ້ເອງ) ກິນ 7 ມື້ກ່ອນການມີເພດສໍາພັນ ແລະ ສືບຕໍ່ກິນຈົນຄົບ 30 ມື້.

 ຖ້າລືມກິນ PrEP, ຄວນເຮັດແນວໃດ?

 ຖ້າທ່ານກິນບໍ່ຕົງຕາມເວລາ ໃຫ້ກິນທັນທີທີ່ທ່ານນຶກອອກ ແຕ່ຖ້າເກືອບຈະຮອດເວລາກິນອີກ 2 ຊົ່ວໂມງ, ໃຫ້ຂ້າມເມັດທີ່ລືມໄປຫຼັງຈາກນັ້ນ, ແລ້ວກິນເມັດຕໍ່ໄປໃນມື້ຕໍ່ມາໃນເວລາດຽວກັນ.

On-demand PrEP

On-demand PrEP ເຫມາະສໍາລັບຄົນທີ່ຮູ້ວ່າພວກເຂົາຈະມີເພດສໍາພັນໃນເວລາໃດ ບໍ່ຈໍາເປັນຕ້ອງກິນທຸກມື້ແບບ Daily PrEP, ໂດຍມີສູດໃນການກິນແມ່ນ 2: 1: 1.

 2 ເມັດທໍາອິດແມ່ນກິນກ່ອນມີເພດສໍາພັນ 2-24 ຊົ່ວໂມງ, ກິນອີກຫນຶ່ງເມັດຫຼັງຈາກມີເພດສໍາພັນ 24 ຊົ່ວໂມງ, ແລະ ກິນຫນຶ່ງເມັດ 24 ຊົ່ວໂມງຕໍ່ມາຫຼັງຈາກມີເພດສໍາພັັນເພດ.

 ຖ້າໃນໄລຍະນັ້ນເຈົ້າຍັງມີເພດສຳພັນຢູ່, ໃຫ້ກິນມື້ລະ 1 ເມັດຈົນຮອດມື້ສຸດທ້າຍຂອງການມີເພດສຳພັນ (ຫ່າງກັນ 24 ຊົ່ວໂມງ) ແລະ ກິນມື້ລະ 1 ເມັດອີກ 2 ມື້ຫຼັງຈາກມື້ມີເພດສຳພັນມື້ສຸດທ້າຍຂອງ​ໄລ​ຍະ​ນັ້ນ​.

ຂໍ້ມູນອ້າງອີງຈາກ: PrEP กินอย่างไรให้ได้ผล!! (postjung.com)