ເປັນຫຍັງພວກເຮົາຕ້ອງກວດຫາເຊື້ອ HIV?


HIV ເປັນເຊື້ອໄວຣັສອັນຕະລາຍທີ່ມີອັດຕາການຕິດຕໍ່ທາງເພດສໍາພັນສູງທີ່ສຸດມີຜົນຕໍ່ຮ່າງກາຍຂອງຜູ້ຕິດເຊື້ອອ່ອນແອລົງ ແລະ ຖ້າບໍ່ໄດ້ຮັບການປິ່ນປົວໄວ, ເຊື້ອກໍຈະເຮັດໃຫ້ຮ່າງກາຍເຂົ້າໄປໃນສູ່ໄລຍະຂອງໂຣກເອດສ ຫຼື ພາວະພູມຄຸ້ມກັນບົກພ່ອງ

ການກວດຫາເຊື້ອ HIV ເປັນຂັ້ນຕອນໜຶ່ງໃນການດູແລສຸຂະພາບເມື່ອໄດ້ຮູ້ສະຖານະການຕິດເຊື້ອ HIV ຂອງຕົນເອງ ນີ້ຈະຊ່ວຍໃຫ້ສາມາດດູແລຕົວເອງໂດຍອີງໃສ່ສະຖານະການຕິດເຊື້ອທີ່ມີຢູ່.

ໃນກໍລະນີຂອງການຕິດເຊື້ອ ກວດໄວກໍຈະໄດ້ຮັບການປິ່ນປົວໄວຂຶ້ນ ແລະ ຊ່ວຍບັນເທົາຄວາມກັງວົນ, ຄວາມກົດດັນໃນຄົນທີກໍາລັງປະເຊີນກັບຄວາມສ່ຽງຕໍ່ການຕິດເຊື້ອ HIV ​ກໍຈະໄດ້ຮັບ​​ຄໍາ​ແນະ​ນໍາ​, ຄໍາປຶກສາຈາກທ່ານໝໍ ແລະ ພະນັກງານທີ່ຊ່ຽວຊານດ້ານພະຍາດຕິດຕໍ່ທາງເພດສຳພັນດ້ວຍ

ກວດຫາເຊື້ອ HIV ດີແນວໃດ (ຜົນ​ກວດເປັນລົບ​) ວາງແຜນທີ່ຈະສືບຕໍ່ສະຖານະປອດເຊື້ອຕໍ່ໄປ ເມື່ອບໍ່ພົບເຊື້ອ HIV ໃນຮ່າງກາຍທ່ານຫມໍ ຫຼື ຜູ້ຊ່ຽວຊານຈະຊ່ວຍແນະນໍາໃຫ້ທ່ານວາງແຜນສືບຕໍ່ດ້ວຍການປ້ອງກັນດ້ານການມີເພດທີ່ຖືກຕ້ອງເຊັ່ນ: ການໃຊ້ ຢາ PrEP ຮ່ວມກັບຖົງຢາງອະນາໄມ ແລະ ມີຄວາມເຂົ້າໃຈກ່ຽວກັບພະຍາດຕິດຕໍ່ທາງເພດສຳພັນ ແລະ HIV ຫຼາຍຂື້ນ

ທຸກໆຄັ້ງທີໄປກວດ HIV ແພດ ແລະ ຜູ້ຊ່ຽວຊານຈະໃຫ້ຄວາມຮູ້ ແລະ ຄໍາແນະນໍາກ່ຽວກັບພະຍາດຕິດຕໍ່ທາງເພດສໍາພັນ , ນີ້ລວມມີບັນຫາທີ່ກ່ຽວຂ້ອງກັບ HIV ເຊັ່ນກັນນັ້ນ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ຮູ້ ​ແລະ​ ຄວາມ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ສິ່ງ​ເຫຼົ່າ​ນີ້ເປັນການປູກຈິດສໍານຶກ ແລະ ປ້ອງກັນເຮັດໃຫ້ບໍ່ເກີດຄວາມສ່ຽງຕໍ່ການຕິດເຊື້ອພະຍາດ.

ກວດຫາເຊື້ອ HIV ດີແນວໃດ  (ຜົນ​ກວດເປັນ​ບວກ​) ໄດ້ຮັບການປິ່ນປົວທັນທີ ຢ່າລໍຖ້າໃຫ້ຈະສະແດງອາການ ໃນໄລຍະເລີ່ມຕົ້ນຂອງການຕິດເຊື້ອ HIV, ຈະບໍ່ມີອາການສະແດງອອກຈະແຈ້ງ ຫຼື ມີພຽງອາການອ່ອນເພຍເລັກໜ້ອຍເປັນການຍາກທີ່ຈະວິນິດໄສ ແຕ່ການກວດເລືອດສາມາດໃຫ້ຜົນກວດ HIV ທີ່ຖືກຕ້ອງ ຖ້າໄດ້ຮັບການກວດ ແລະ ພົບວ່າຕິດເຊື້ອສາມາດເຂົ້າສູ່ຂະບວນການປິ່ນປົວໄດ້ທັນທີໂດຍບໍ່ຕ້ອງລໍຖ້າໃຫ້ສະແດງອາການ

ປ້ອງ​ກັນ​ບໍ່​ໃຫ້​ເຂົ້າ​ສູ່​ໄລ​ຍະ​ເອດ​ສ​ ຍິ່ງໄດ້ຮັບການກວດເຮສໄອວີໄວເທົ່າໃດກໍຍິ່ງຈະໄດ້ຮັບການຮັກສາໄວຂື້ນ ຈະເປັນການປ້ອງກັນບໍ່ໃຫ້ຜູ້ຢູ່ຮ່ວມກັບເຊື້ອເຂົ້າສູ່ໄລຍະເອດສ ຫຼື ພູມຄຸ້ມກັນບົກພ່ອງທີ່ເປັນໄລຍະສຸດທ້າຍຂອງການຕິດເຊື້ອເຮສໄອວີ ເຮັດໃຫ້ຜູ້ຢູ່ຮ່ວມກັບເຊື້ອແຂງແຮງ ແລະ ໃຊ້ຊີວິດໄດ້ຕາມປົກກະຕິທົ່ວໄປ

ຫຼຸດໂອກາດຕິດເຊື້ອພະຍາດແຊກຊ້ອນອື່ນໆ ຮ່າງກາຍທີ່ອ່ອນແອລົງຈາກການຕິດເຊື້ອເຮສໄອວີມີໂອກາດທີ່ຈະຕິດພະຍາດແຊກຊ້ອນອື່ນໆງ່າຍກວ່າຜູ້ທີ່ບໍ່ມີເຊື້ອການເຂົ້າສູ່ຂະບວນການຮັກສາຫຼັງກວດພົບວ່າມີເຊື້ອຈະເຮັດໃຫ້ຮ່າງກາຍສາມາດສູ້ກັບເຊື້ອເຮສໄອວີ ແລະ ມີພູມຄຸ້ມກັນຫຼຸດໂອກາດທີ່ຈະເກີດພະຍາດແຊກຊ້ອນ

ປ້ອງກັນການແຜ່ເຊື້ອສູ່ຄູ່ນອນຂອງທ່ານ ການມີເຊື້ອຢູ່ໃນຮ່າງກາຍເທົ່າກັບວ່າເປັນພາຫະທີ່ສາມາດແຜ່ເຊື້ອໄດ້ ການຮູ້ສະຖານະຕົນເອງຈາກການກວດຫາເຊື້ອເຮສໄອວີເຮັດໃຫ້ຮູ້ຈັກປ້ອງກັນບໍ່ໃຫ້ຕົນເອງມີພຶດຕິກໍາສ່ຽງທີ່ຈະແຜ່ສູ່ຄູ່ນອນຂອງຕົນເອງ

ສາມາດວາງແຜນຄອບຄົວໄດ້

ເຊື້ອເຮສໄອວີນອກຈາກຈະສົ່ງເຊື້ອຜ່ານການມີເພດສໍາພັນແລ້ວ ໄວຣັສດັ່ງກ່າວນີ້ຍັງສາມາດສົ່ງຜ່ານຈາກແມ່ສູ່ລູກໄດ້ອີກການກວດຫາເຊື້ອເຮສໄອວີແມ່ນມີປະໂຫຍດຫຼາຍຕໍ່ການວາງແຜນຮ່ວມກັບແພດໝໍເພື່ອມີລູກໂດຍທີ່ບໍ່ສົ່ງເຊື້ອ

ຂໍ້ມູນອ້າງອີງຈາກ: https://speakoutthailand.com/hiv-test4/

https://th.trcarc.org/%E0%B8%97%E0%B8%B3%E0%B9%84%E0%B8%A1%E0%B8%97%E0%B8%B8%E0%B8%81%E0%B8%84%E0%B8%99%E0%B8%95%E0%B9%89%E0%B8%AD%E0%B8%87%E0%B8%95%E0%B8%A3%E0%B8%A7%E0%B8%88%E0%B9%80%E0%B8%AD%E0%B8%94%E0%B8%AA%E0%B9%8C/