ການນຳໃຊ້ສານເສບຕິດກ່ຽວຂ້ອງກັບເຊື້ອ HIV ໄດ້ແນວໃດ?


ການນໍາໃຊ້ສານເສບຕິດແມ່ນປັດໃຈຕົ້ນຕໍໃນການແຜ່ເຊື້ອ HIV ການ​ໃຊ້ເຂັມສັກຢາຮ່ວມກັນສາມາດສົ່ງເຊື້ອ HIV, ພະຍາດຕັບອັກເສບ ແລະ ຍັງເຮັດໃຫ້ເກີດກິດຈະກໍາທາງເພດທີ່ບໍ່ໄດ້ປ້ອງກັນ ການນໍາໃຊ້ຢາເສບຕິດ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າຍັງເປັນອັນຕະລາຍຕໍ່ຜູ້ທີ່ໃຊ້ຢາຕ້ານເຊື້ອໄວຣັສ ດັ່ງນັ້ນຜູ້ໃຊ້ຢາເສບຕິດຫຼາຍບໍ່ຈຶ່ງສາມາດກິນຢາຕ້ານໄວຣັດໃນເວລາດຽວກັນໄດ້

ສັກສານເສບຕິດແລ້ວຕິດ

ການຕິດຕໍ່ຂອງເຊື້ອ HIV ສາມາດແຜ່ເຊື້ອໄດ້ງ່າຍເມື່ອພວກເຮົາໃຊ້ເຂັມສັກຢາຮ່ວມກັນ, ນອກນັ້ນຍັງມີຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດຕັບອັກເສບ B ແລະ C, ເຊັ່ນດຽວກັນກັບພະຍາດຕິດຕໍ່ທີ່ຮ້າຍແຮງອື່ນໆ. ການຕິດຕໍ່ທາງເລືອດ ເມື່ອເຮົາສຳຜັດໂດຍກົງກັບເຂັມສັກຢາ ແລະ ສົ່ງຕໍ່ໆກັນ ນີ້ແມ່ນວິທີທີ່ງ່າຍທີ່ສຸດທີ່ຈະຕິດເຊື້ອ HIV ຈາກການໃຊ້ສານເສບຕິດຜ່ານການໃຊ້ເຂັມສັກຢາເນື່ອງຈາກວ່າໄດ້ສັກໂດຍກົງເຂົ້າໄປໃນເລືອດຂອງເຮົາ ເມັດເລືອດນ້ອຍໆຢູ່ໃນມືພຽງເມັດດຽວ ຫຼື ອຸປະກອນຕ່າງໆສາມາດແຜ່ ຫຼື ສົ່ງຕໍ່ເຊື້ອ HIV ໄດ້ໃນກໍລະນີຂອງການໃຊ້ເຂັມ ແລະ ອຸປະກອນເສບຕິດຮ່ວມກັນ

ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອ HIV ແລະ ຕັບອັກເສບ ຫ້າມໃຊ້ເຂັມສັກຢາຮ່ວມກັບຄົນອື່ນ ແລະ ລ້າງມືທຸກຄັ້ງຫຼັງສໍາຜັດເຂັມ ແລະ ທໍາຄວາມສະອາດອຸປະກອນທຸກປະເພດຢ່າງຖືກຕ້ອງ

ການນຳໃຊ້ຢາເສບຕິດນໍາໄປສູ່ການຮ່ວມເພດທີ່ບໍ່ໄດ້ປ້ອງກັນ

ສຳລັບຫຼາຍໆທ່ານທີ່ມັກມ່ວນໂດຍໃຊ້ຢາເສບຕິດໃນເວລາມີເພດສຳພັນ ນັ້ນ ຮູ້ ຫຼື ບໍ່ວ່າຜູ້​ທີ່​ໃຊ້​ຢາ​ເສບ​ຕິດ​ອາດ​ຈະ​ໃຊ້​​ການຮ່ວມ​ເພດ​ເພື່ອ​ເງິນ ​ຫຼື ​ຢາ​ເສບ​ຕິດ​ເທົ່າ​ນັ້ນບາງຄົນອາດຈະກ່ຽວຂ້ອງກັບການມີເພດສໍາພັນທີ່ບໍ່ໄດ້ປ້ອງກັນ ແລະ ການໃຊ້ຢາ ການ​ໃຊ້ຢາ​ເສບ​ຕິດ​ປະ​ກອບ​ດ້ວຍ ຢາບ້າ ( amphetamines ), ໄອ, ເຄ, ສະເກັດນໍ້າແຂງ, ຢາອີ, ໂຄເຄນ, ເຮໂລອິນ, ເຄື່ອງດື່ມທີ່ມີທາດເຫຼົ້າ ( Alcohol) ແລະ ອື່ນໆ ຍ້ອນສິ່ງເຫຼົ່ານີ້ຈະເພີ່ມໂອກາດຂອງການຮ່ວມເພດທີ່ບໍ່ໄດ້ປ້ອງກັນໂດຍສະເພາະຜູ້ທີ່ມີການຮ່ວມເພດເພື່ອແລກເງິນ ຫຼື ຢາເສບຕິດກໍຍິ່ງຈະມີຄວາມຍີນຍອມພ້ອມໃຈເນື່ອງຈາກວ່າຢາເສບຕິດຫຼາຍຊະນິດຫຼຸດຜ່ອນຄວາມສາມາດໃນການຄວບຄຸມສະຕິ ແລະ ຕົນເອງໃນການນໍາໃຊ້ຖົງຢາງອະນາໄມ ແລະ ພຶດຕິກໍາທີ່ປອດໄພ

ອີງ​ຕາມ​ການ​ຄົ້ນ​ຄວ້າກ່ຽວກັບ HIV ມີ​ຜົນ​ກະ​ທົບ​ຕໍ່​ຈຸ​ລັງ​ໃນ​ສະ​ໝອງ, ເຮັດ​ໃຫ້​ມີ​ຄວາມ​ບົກພ່ອງ​ທາງ​ສະ​ໝອງ ແລະ ພົບວ່າຜູ້ທີ່ໃຊ້ ເມຕັມເຟຕາມີນ ຊຶ່ງເປັນສ່ວນປະກອບຂອງຢາບ້າ ແລະ ໄອ ຈະມີຄວາມບົກຜ່ອງທາງດ້ານສະຕິປັນຍາຫຼາຍຂຶ້ນ.