
ການຮ່ວມເພດທີ່ປອດໄພ ແມ່ນເພື່ອປ້ອງກັນພະຍາດຕິດຕໍ່ ມັນອາດຈະບໍ່ສາມາດເຮັດໄດ້ 100%, ແຕ່ມັນສາມາດຫຼຸດຜ່ອນຄວາມສ່ຽງໃຫ້ຫນ້ອຍທີ່ສຸດຖ້າເຈົ້າຮູ້ວິທີປ້ອງກັນທີ່ຖືກຕ້ອງ
ກິດຈະກໍາທາງເພດທີ່ແຕກຕ່າງກັນ ສາມາດເຮັດໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອແບບດຽວກັນໄດ້ບໍ່ ກິດຈະກໍາທາງເພດທີ່ແຕກຕ່າງກັນກໍເຮັດໃຫ້ພວກເຂົາມີຄວາມສ່ຽງຕໍ່ການຕິດເຊື້ອ STI ທີ່ແຕກຕ່າງກັນໄດ້ດັ່ງຕໍ່ໄປນີ້:
- ການຈູບ
- ເຊື້ອເຣິມຢູ່ບໍລິເວນປາກ (Oral Herpes (HSV-1))
 
 - ການມີເພດສໍາພັນທາງປາກ
 - ການໃຊ້ນິ້ວ ແລະ ກໍາປັ້ນ ( ທາງທະວານໜັກ ແລະ ຊ່ອງຄອດ )
- ອາດເຮັດໃຫ້ເກີດແຜຈີກຂາດ ຫຼື ເປັນບາດ ຂື້ນຢູ່ທະວານໜັກ ຫຼື ອະໄວຍະວະເພດ ສາມາເຮັດໃຫ້ເພີ່ມຄວາມສ່ຽງຕໍ່ການຕິດເຊື້ອ STI ( ພະຍາດຕິດຕໍ່ທາງເພດສໍາພັນ) ທີ່ມາຈາກເລືອດໄດ້ເຊັ່ນ:
- HIV
 - ໄວຣັສຕັບອັກເສບ B ຫຼື C
 - ຫາກນີ້ວຂອງທ່ານໄດ້ສໍາຜັດກັບສານຄັດຫຼັ່ງຈາກອະໄວຍະວະເພດຂອງຄົນອື່ນ ແລະ ນໍານີ້ວນັ້ນໄປສໍາຜັດກັບອະໄວຍະວະເພດຂອງຕົນເອງກໍອາດຈະເຮັດໃຫ້ໄດ້ຮັບເຊື້ອ STI ໄດ້ເຊັ່ນກັນ
 
 
 - ອາດເຮັດໃຫ້ເກີດແຜຈີກຂາດ ຫຼື ເປັນບາດ ຂື້ນຢູ່ທະວານໜັກ ຫຼື ອະໄວຍະວະເພດ ສາມາເຮັດໃຫ້ເພີ່ມຄວາມສ່ຽງຕໍ່ການຕິດເຊື້ອ STI ( ພະຍາດຕິດຕໍ່ທາງເພດສໍາພັນ) ທີ່ມາຈາກເລືອດໄດ້ເຊັ່ນ:
 
- ເພດສໍາພັນແບບສອດໃສ່ອົງຄະຊາດໃນຊ່ອງຄອດ
- HIV
 - ໜອງໃນ
 - ເຣິມ
 - HPV
 - ຊີຟິລິສ
 - ແຜຮິມອອ່ນ (Chancroid)
 - ໄວຣັສຕັບອັກເສບ B ແລະ C
 - ທຣີໂຄໂມແນດ (Trichomoniasis)
 - ຫອນໄກ່
 
 - ເພດສໍາພັນທາງຮູທະວານ
- HIV
 - ໜອງໃນ
 - ເຣິມ
 - HPV
 - ຊີຟິລິສ
 - ແຜຮິມອອ່ນ (Chancroid)
 - ໄວຣັສຕັບອັກເສບ B ແລະ C
 - ທຣີໂຄໂມແນດ (Trichomoniasis)
 - ຫອນໄກ່
 - ພະຍາດທີ່ຕິດຕໍ່ໂດຍຈຸລິນຊີທີ່ຢູ່ໃນອາຈົມ
 - ໄກອາເດຍ (Giardia)
 - ໂຣກບິດ (Shigella)
 - ໂຣກຊາໂມເນລລາ (Salmonella)
 - ແຄມພາຍໂລແບຣັກເຕີ Campylobacter
 - ເອສເຊິຣີເຊຍໂຄໄລ E. coli
 
 - ເພດສໍາພັນແບບປາກຊ່ອງຄອດກັບປາກຊ່ອງຄອດ (Scissoring)
 
ພະຍາດຕິດຕໍ່ທາງເພດສໍາພັນປ້ອງໄດ້ກັນດ້ວຍວິທີດັ່ງຕໍ່ໄປນີ້
- ສັກວັກຊີນປ້ອງກັນ HPV ແລະ STI
 - ສັກວັກຊີນປ້ອງກັນ ໄວຣັສຕັບອັກເສບ B
 - ໃຊ້ຖົງຢາງອະນາໄມທຸກຄັ້ງເວລາມີເພດສໍາພັນ ການຮ່ວມເພດທາງປາກ,ຊ່ອງຄອດ (Cunnilingus) ຫຼື ຮູທະວານ (Anilingus) ມີຄວາມສ່ຽງຕໍ່ການຕິດເຊື້ອຫຼາຍຊະນິດດັ່ງນັ້ນ, ຄວນໃຊ້ຖົງຢາງອະນາໄມ
 
ສາມາດຢຸດໃຊ້ຖົງຢາງອະນາໄມຫຼັງການມີເພດສໍາພັນໃນຊ່ວງໄລຍະໜຶ່ງໄດ້ ຫຼື ບໍ່
ຫາກຕ້ອງຢຸດໃຊ້ຖົງຢາງອະນາໄມ ຫຼື ວິທີປ້ອງກັນອື່ນໆ ກໍຄວນກວດຫາການຕິດເຊື້ອພະຍາດຕິດຕໍ່ທາງເພດສໍາພັນໃນຮ່າງກາຍຂອງທ່ານ ແລະ ຄູ່ຮ່ວມນອນກ່ອນ ຫຼື ຫາກວ່າມີຄູ່ຮ່ວມນອນພຽງຄົນດຽວ ກໍສາມາດຢຸດໃຊ້ຖົງຢາງອະນາໄມ ແລະ ປ່ຽນໄປຄຸມກໍາເນີດດ້ວຍວິທີອື່ນໄດ້ຫາກທ່ານຍັງບໍ່ພ້ອມທີຈະມີລູກ
ຂໍ້ມູນອ້າງອີງຈາກ: https://hd.co.th/safe-sex Sex activities and risk. NHS (National Health Service). (https://www.nhs.uk/live-well/sexual-health/sex-activities-and-risk/) Safe Sex - What You Need to Know. Drugs.com. (https://www.drugs.com/cg/safe-sex.html)
