ຮູ້ຜົນເລີ່ມຮັກສາ

ການຮັກສາໂດຍຢາຕ້ານໄວຮັສ

ຂັ້ນຕອນການເຂົ້າຢາ ARV/ART

     ເຮສໄອວີ HIV ຮັກສາໄດ້ໂດຍການກິນຢາຫຼາຍຊະນິດ ເຊີ່ງເອີ້ນວ່າການຮັກສາດ້ວຍຢາຕ້ານໄວຣັສ(antiretroviral therapy-ART ) ແຕ່ HIV (ເຮສໄອວີ) ບໍ່ສາມາດຮັກສາໃຫ້ຫາຍຂາດໄດ້ ແຕ່ການຮັກສາດ້ວຍຢາຕ້ານໄວຣັສຈະຊ່ວຍຄວບຄຸມຈຳນວນເຊື້ອ HIV ໃນຮ່າງກາຍ ເຮັດໃຫ້ຜູ້ທີ່ມີເຊື້ອ HIV (ເຮສໄອວີ)ມີສຸຂະພາບເເຂງເເຮງ ແລະ ໃຊ້ຊີວິດໄດ້ແບບຄົນປົກກະຕິ ແລະ ຫຼຸດຜ່ອນ ຄວາມສ່ຽງໃນການສົ່ງເຊື້ອໃຫ້ຄົນອື່ນອີກດ້ວຍ.

ການຮັກສາໂດຍຢາຕ້ານໄວຣັສ ART ແມ່ນຫັຍງ?

     ການຮັກສາດ້ວຍຢາຕ້ານໄວຣັສ ຄືການໃຊ້ຢາຫຼາຍຊະນິດເພື່ອການຄວບຄຸມເຮສໄອວີ HIV ໃນຮ່າງກາຍບໍ່ໃຫ້ເພີ່ມຈຳນວນ ໂດຍຕ້ອງກິນໃຫ້ຄົບ ຕົງຕໍ່ເວລາ ແລະ ບໍ່ສາມາດຫຍຸດຢາຕ້ານໄດ້ເອງ ການຮັກສາໂດຍຢາຕ້ານໄວຣັສ ຈະໄດ້ຜົນກໍ່ຕໍ່ເມື່ອ ກິນຢາຄົບ ແລະ ຕົງຕໍ່ເວລາ ແລະ ປະຕິບັດຕາມຄຳສັ່ງຂອງເເພດໝໍ, ເເຕ່ເຊື້ອເຮສໄອວີ HIV ຈະບໍ່ໝົດໄປຈາກຮ່າງກາຍ ເເຕ່ຈະຖືກຄວບຄຸມໃຫ້ໜ້ອຍທີ່ສຸດ ຈົນບໍ່ສາມາດທຳລາຍພູມຄຸ້ມກັນຂອງຮ່າງກາຍຜູ້ທີ່ມີເຊື້ອເຮສໄອວີ ທີ່ໃດ້ຮັບການຮັກສາໂດຍຢາຕ້ານໄວຣັສ ເເລະ ມີສຸຂະພາບແຂງເເຮງແບບຄົນປົກກະຕິ.
ການຮັກສາໂດຍຢາຕ້ານໄວຣັສ ຍັງຊ່ວຍຫຼຸດໂອກາດການເເຜ່ເຊື້ອເຮສໄອວີ HIV ຖ້າມີເຊື້ອເຮສໄອວີໜ້ອຍເທົ່າໃດ ໂອກາດທີ່ຈະສົ່ງເຊື້ອຕໍ່ຄົນອື່ນກໍ່ຈະຫຼຸດລົງ ນອກນັ້ນຢາຕ້ານມີຄຸນປະໂຫຍດດ້ານການຮັກສາ ແລະ ປ້ອງກັນການສົ່ງເຊື້ອໃຫ້ຄົນອື່ນອີກດ້ວຍ.

ຖ້າເລີ່ມໃຊ້ຢາຕ້ານ ART ແລ້ວຍັງຈໍາເປັນຕ້ອງໃຊ້ຖົງຢາງອະນາໄມບໍ່?

     ການຮັກສາດ້ວຍຢາຕ້ານຣັສ ART ຊ່ວຍຫຼຸດໂອກາດການຕິດເຊື້ອໃຫ້ກັບຄູ່ນອນ ໝາຍຄວາມວ່າຄູ່ເຮົາຍັງມີໂອກາດທີ່ຈະໄດ້ຮັບເຊື້ອ ເຮສໄອວີ HIV ຖ້າມີເພດສຳພັນໂດຍບໍ່ປ້ອງກັນ, ນອກຈາກນີ້ ການຮັກສາດ້ວຍຢາຕ້ານໄວຣັສ ບໍ່ສາມາດຄວບຄຸມການຕິດເຊື້ອເພີ່ມຈາກເຮສໄອວີ ສາຍພັນອື່ນ ແລະ ເຊື້ອຕິດຕໍ່ທາງເພດສຳພັນ ເຊັ່ນ: ຊິຟິລິດ,ຫນອງໃນແທ້,ຫນອງໃນທຽມ ເຊີ່ງຈະເຮັດໃຫ້ການຮັກສາດ້ວຍຢາຕ້ານໄວຣັສ ART ມີຄວາມຫຍຸ້ງຍາກຫລາຍຂື້ນ. ດັ່ງນັ້ນຖ້າເລີ່ມໃຊ້ຢາຕ້ານເເລ້ວ ກໍ່ຕ້ອງໃຊ້ຖົງຢ່າງອານາໄມ ຄວບຄູ່ກັບນໍ້າຢາລໍ່ລື່ນ ແລະ ຕ້ອງກວດຫາເຊື້ອພະຍາດຕິດຕໍ່ທາງເພດສຳພັນຢ່າງສະໝ່ຳສະເໝີ.

ຢາທີ່ໃຊ້ຮັກສາເຮສໄອວີ HIV ມີຫັຍງເເດ່?

ຢາຕ້ານໄວຣັສທີ່ໃຊ້ຮັກສາເຮສໄອວີ HIV ມີຫຼາຍກຸ່ມເຊີ່ງເເພດຈະປະເມີນເປັນລາຍບຸກຄົນວ່າຄວນໃຊ້ຢາໂຕໃດຈາກຢາຕ້ານກຸ່ມໃດໃນການຮັກສາຮ່າງກາຍຂອງຜູ້ຕິດເຊື້ອ, ແຕ່ລະຄົນຕອບສະຫນອງຕໍ່ຢາຕ້ານໄວຣັສບໍ່ຄືກັນ ຜູ້ທີ່ມີເຊື້ອເຮສໄອວີ ແລະ ທ່ານໝໍທີ່ປິ່ນປົວຄວນວາງເເຜນການຮັກສາຮ່ວມກັນ.

ຜົນຂ້າງຄຽງຈາກຢາຕ້ານໄວຣັສ HIV ມີຫັຍງແດ່?

ຜູ້ມີເຊື້ອຫລາຍຄົນມີຄວາມກັງວົນຕໍ່ຜົນຂ້າງຄຽງ ຂອງຢາຕ້ານໄວຣັສ ເຊິ່ງໃນອາດີດຢາຕ້ານໄວຣັສ ລຸ້ນທໍາອິດມີຜົນຂ້າງຄຽງ ອາດຈະມີຄວາມຮຸ່ນແຮງ ແຕ່ດວ້ຍເຕັກໂນໂລຊີການຜະລິດທີ່ກ້າວຫນ້າຫລາຍຂຶ້ນເຮັດໃຫ້ ຢາຕ້ານໄວຣັສໃນປະຈຸບັນມີຜົນຂ້າງຄຽງຫນ່ອຍລົງ, ສວ່ນໃຫ່ຍມັກເກີດໃນຊ່ວງເລິ່ມຕົ້ນຂອງການໃຊ້ຢາຕ້ານ ແລະ ຈະຄ່ອຍຫຼຸດລົງຈົນຫາຍໄປເອງ ເຊິ່ງອາດໃຊ້ເວລາດົນຫຼາຍມື້ຫຼາຍເດືອນກໍ່ເປັນໄດ້ ຜົນຂ້າງຄຽງຂອງຢາຕ້ານໄວຣັສທີ່ພົບເຫັນຫຼາຍໄດ້ແກ່:

 

  1. ພາວະເລືອດຈາງ
  2. ຖອກທ້ອງ
  3. ວິນຫົວ
  4. ອ່ອນເພຍ
  5. ເຈັບຫົວ
  6. ປວດຮາກ
  7. ປວດເມື່ອຍ, ຊາໄປຕາມສ່ວນຕ່າງໆ
  8. ເປັນຜື່ນຄັນ

ຫາກກິນຢາຕ້ານແລ້ວມີອາການຂ້າງຄຽງ ຫຼື ແພ້ຢາຕອ້ງຟ້າວປຶກສາແພດເພື່ອພິຈາລະນາປັບສູດຢາ ຫ້າມປ່ຽນຢາ ຫຼື ຢຸດຢາດ້ວຍຕົນເອງ.

ຄວນເລີ່ມການຮັກສາເຮສໄອວີ HIV ຕອນໃດ?

     ເຈົ້າສາມາດເລີ່ມການຮັກສາໄດ້ທັນທີ່ຫລັງຈາກຮູ້ຜົນເລືອດວ່າເປັນບວກ ການຮັກສາທັນທີ່ຫລັງຈາກຮູ້ຜົນເລືອດສົ່ງຜົນດີຕໍ່ສຸຂະພາບໃນໄລຍະຍາວ ການເຂົ້າສູ່ຂະບວນການຮັກສາຍັງໝາຍເຖິງການຫຼຸດໂອກາດໃນການແຜ່ເຊື້ອໃຫ້ກັບຄູ່ນອນ, ແນວທາງການຮັກສາເຮສໄອວີ HIV ຂອງກະຊວງສາທາລະນະສຸກແມ່ນສົ່ງເສິມໃຫ້ຜູ້ມີເຊື້ອເຮສໄອວີເຂົ້າຮັບການຮັກສາໄດ້ທັນທີ່ ບໍ່ວ່າຈະມີເຊື້ອດົນປານໃດກໍໍ່ຕາມ.

ຖ້າຫາກລຶມກິນຢາຕ້ອງເຮັດແນວໃດ?

ການຮັກສາດ້ວຍຢາຕ້ານໄວຣັສ ທີ່ມີປະສິດທິພາບ ຕ້ອງກິນຢາຄົບ,ຕົງຕໍ່ເວລາ ແລະ ກິນຢ່າງຕໍ່ເນື່ອງ ຢາຕ້ານໄວຣັສຊ່ວຍຄວບຄຸມບໍ່ໃຫ້ເຊື້ອເຮສໄອວີ ໃນຮ່າງກາຍຂະຫຍາຍໂຕ. ການລຶມກິນຢາ ຫຼື ກິນຢາບໍ່ຕົງຕໍ່ເວລາເລື່ອຍໆເຮັດໃຫ້ການຄວບຄຸມປະລິມານໄວຣັສ ໃນຮ່າງກາຍບໍ່ຕໍ່ເນື່ອງ ແລ້ວເປີດຊ່ອງທາງໃຫ້ເຊື້ອກັບມາຂະຫຍາຍພັນໄດ້ອີກ ແລະ ອາດປັບໂຕຈົນກາຍເປັນເຊື້ອດື້ຢາ ເຮັດໃຫ້ຢາຕ້ານສູດທີ່ກິນຢູ່ບໍ່ໄດ້ຜົນ ແລະ ຕ້ອງປ່ຽນສູດຢາ ຫາກລືມກິນຢາຕາມເວລາໃຫ້ຟ້າວກິນທັນທີ ທີ່ຄິດອອກ ຖ້າລືມຂ້າມມື້ກໍ່ຍັງສາມາດກິນໄດ້ ແຕ່ຕ້ອງກິນກ່ອນຢາເມັດຕໍ່ໄປຢ່າງໜ້ອຍ 2 ຊົ່ວໂມງ, ຖ້າຫາກຄິດອອກວ່າລືມກິນຢາ ແລະ ອີກບໍໍ່ເຖິງສອງຊົ່ວໂມງກໍ່ເຖິງເວລາກິນຢາເມັດຕໍ່ໄປ ໃຫ້ຖິ້ມຢາເມັດທີ່ລືມກິນກ່ອນໜ້ານີ້ ແລະ ລໍຖ້າກິນຢາເມັດຕໍ່ໄປທີ່ຕົງຕໍ່ເວລາ ຫ້າມນຳຢາເມັດທີ່ລືມມາກິນພ້ອມຢາທີ່ຈະກິນໃໝ່.

ສາມາດເຂົ້າຮັບການຮັກສາໄດ້ຢູ່ໃສ່ແນ່?

ສາມາດຮັກສາໃດ້ຢູ່ໂຮງຫມໍເເຂວງ ທົ່ວປະເທດ ດັ່ງລຸ່ມນີ້:

 

  1. ໂຮງ​ໝໍ​ເ​ຊດ​ຖາ​ທິ​ຣາດ ພະ​ແນກ​ຊຶມ​ເຊື້ອ
  2. ໂຮງ​ໝໍ​ມະ​ໂຫ​ສົດ ພະ​ແນກ​ຊຶມ​ເຊື້ອ
  3. ໂຮງ​ໝໍົ150ຕຽງ ພະ​ແນກ​ຊຶມ​ເຊື້ອ
  4. ໂຮງໝໍເເຂວງຫຼວງພະບາງ
  5. ໂຮງໝໍເເຂວງຫຼວງນໍ້າທາ
  6. ໂຮງໝໍເເຂວງໄຊຍະບູລີ
  7. ໂຮງໝໍເເຂວງຄຳມ່ວນ
  8. ໂຮງໝໍແຂວງສະຫັວນນະເຂດ
  9. ໂຮງໝໍເເຂວງຈຳປາສັກ
  10. ໂຮງໝໍເເຂວງບໍ່ເເກ້ວ
  11. ໂຮງໝໍເເຂວງບໍ່ລິຄໍາໄຊ
ຄ່າໃຊ້ຈ່າຍໃນການຮັກສາດ້ວຍຢາຕ້ານໄວຮັສລາຄາເທົ່າໃດ?

ຄ່າໃຊ້ຈ່າຍໃນການເຂົ້າຮັບຢາປິ່ນປົວບາງສູນອາດຈະໃດ້ເສຍຄ່າກວດເຊັ່ນ:

 

  1. ກວດກາການເຮັດວຽກຂອງຕັບ ແລະ ໝາກໄຂ່ຫຼັງ
  2. ຊອກຫາຊິຟິລີດ
  3. ໄວຣັສຕັບອັກເສບ A.B.C

ໂດຍສະເລ່ຍຄ່າໃຊ້ຈ່າຍປະມານ 200,000ກີບ – 600,000ກີບ
ສູນຈ່າຍຢາຕ້ານໄວຣັສມີຢູ່ 11 ສູນທົ່ວປະເທດທີ່ໃດ້ລະບຸໄວ້ຂ້າງເທິງ

ຖ້າໃຊ້ຢາເສບຕິດບາງຄັ້ງຈະສົ່ງຜົນຕໍ່ປະສິດຕິພາບຂອງຢາຕ້ານໄວຣັສ ຫຼື ບໍ່?

      ຢາເສບຕິດມີຫຼາຍຊະນິດທີ່ເຮົາຍັງບໍ່ຮູ້ວ່າ ຈະລົດປະສິດຕິພາບຂອງການເຮັດວຽກຂອງຢາຕ້ານ ເຮສໄອວີ HIV ຫຼື ບໍ່ຫາກໃຊ້ຮ່ວມກັນ ດັ່ງນັ້ນຄວນປືກສາເເພດຫມໍຜູ້ຊ່ຽວຊານ ຂໍຄຳປືກສາຈາກເເພດຫມໍຜູ້ທີ່ຊ່ຽວຊານ
ຂໍ້ມູນທີ່ເຮົາຮູ້ຕອນນີ້ ຄື: ຖ້າຫາກກິນຢາຕ້ານ ເຮສໄອວີ HIV ກຸ່ມສານຢັບຢັ້ງເອນໄຊໂປຣຕີເອສ ຫຼື ພີໄອ (protease Inhibitors: PI) ຫຼື ຢາໄອ້ (Meth) ຢາອີ (MDMA) ແລະ ຢາບ້າ (Amphetamine) ອາດສົ່ງຜົນໃຫ້ລະດັບສານເສບຕິດໃນຮ່າງກາຍເພີ່ມຂື້ນ ເຊີ່ງເຮັດໃຫ້ຜົນຂ້າງຄຽງຂອງຢາເເຮງຂື້ນ ອາດເຮັດໃຫ້ເສຍຊິວິດໄດ້.ດັ່ງນັ້ນ: ຢາຕ້ານໄວຣັສ ເຮສໄອວີ HIV ທີ່ມີຊື່ລົງທ້າຍດ້ວຍ “nir ” ເຊັ່ນ: Amprenavir, Ratazanavir ຫຼື Darunavir ຢາກຸ່ມນີ້ອາດມີສານຢັບຢັ້ງເອນໄຊ້ໂປຣຕີເອສ ຢູ່ນຳ. ເພື່ອຄວາມໝັ້ນໃຈ 100% ຄວນປືກສານຳເເພດໝໍຜູ້ທີ່ຊ່ຽວຊານ.

ກວດບໍ່ພົບ=ບໍ່ແຜ່

ເມື່ອຄົນທີ່ມີເຊື້ອເຮສໄອວີ HIV ກິນຢາຕ້ານໄວຮັສ ART ຢ່າງສະໝໍ່າສະເໝີແລະຕໍ່ເນື່ອງຈະເຮັດໃຫ້ປະລິມານໄວຮັສໃນກະແສເລືອດ (ໄວຮັສໂຫຼດ) ຫຼຸດຕໍ່າລົງຈົນກວດບໍ່ພົບເຊື້ອຄົນທີ່ຢູ່ໃນສະຖານະກວດບໍ່ພົບເຊື້ອຈະບໍ່ສາມາດແຜ່ເຊື້ອໄປສູ່ຄົນອື່ນໄດ້.

ຈະຮູ້ໄດ້ແນວໃດວ່າຜົນກວດຂອງຂ້ອຍບໍ່ພົບເຊື້ອ?

ຖ້າເຈົ້າປະລິມານເຊື້ອໄວຣັສຕ່ຳກວ່າ 50 ໂຕຕໍ່ 1 ຊີຊີຂອງເລືອດຈະເອີ້ນວ່າເຮົາກວດບໍ່ພົບເຊື້ອ ວິທີດຽວທີ່ຈະຮູ້ວ່າກວດບໍ່ພົບເຊື້ອແມ່ນສາມາດກວດໄດ້ໃນຫ້ອງແລັບໄດ້ເທົ່ານັ້ນ.

ຜູ້ຕິດເຊື້ອທີ່ຂຶ້ນທະບຽນຢູ່ສູນ ART ສາມາດກວດໄວຣັສໂຫຼດໄດ້ 2 ຄັ້ງຕໍ່ປີ ໂດຍບໍ່ເສຍຄ່າໃຊ້ຈ່າຍ

 

ຂ້ອຍຕ້ອງກິນຢາຕ້ານດົນປານໃດຈຶ່ງກວດບໍ່ພົບເຊື້ອ?

90% ຂອງຄົນທີ່ມີເຊື້ອທີ່ກິນຢາຕ້ານຢ່າງສະໝໍ່າສະເໝີຈະກວດບໍ່ພົບເຊື້ອໃນການກິນຢາ 6 ເດືອນຫລັງເລີ່ມກິນຢາ ຫຼື ອາດໄວກ່ອນນັ້ນໃນບາງກໍລະນີ ຖ້າເຊື້ອໄວຣັສໃນເລືອດມີໜ້ອຍ

ຖ້າກວດບໍ່ພົບເຊື້ອແລ້ວຂ້ອຍສາມາດຢຸດກິນຢາໄດ້ບໍ່?

ບໍ່ໄດ້. ຕ້ອງກິນຢາຕ້ານຢ່າງຕໍ່ເນື່ອງ ການກວດບໍ່ພົບເຊື້ອ ບໍ່ໄດ້ໝາຍຄວາມວ່າເຊື້ອໄວຣັສເຮສໄອວີ HIV ໃນຮ່າງກາຍຈະຫາຍຂາດຈາກການຕິດເຊື້ອ ເຮັສໄອວີ HIV ແຕ່ໝາຍເຖິງຢາຕ້ານກົດການເພີ່ມຂຶ້ນຂອງເຊື້ອໄວຣັສເຮສໄອວີ HIV ໄວ້ຈົນເຮັດໃຫ້ບໍ່ມີການສົ່ງເຊື້ອໃຫ້ຜູ້ອື່ນໄດ້ ຖ້າຫາກຢຸດຢາ ເຊື້ອໄວຣັສເຮສໄອວີ HIV ຈະກັບມາເພີ່ມຈຳນວນຂຶ້ນອີກ ຈົນສົ່ງຜົນກະທົບຕໍ່ລະບົບພູມຄຸມກັນຫຼຸດລົງ  ແລະ ເຮັດໃຫ້ສຸຂະພາບເລີ່ມເຊື່ອມໂຊມ ແລະ ຍັງເພີ່ມໂອກາດແຜ່ເຊື່ອໃຫ້ຄົນອື່ນຫຼາຍຂຶ້ນ ນອກຈາກນັ້ນຍັງເພີ່ມຄວາມສ່ຽງທີ່ຈະເຮັດໃຫ້ມີອາການດື້ຢານຳອີກ

 

ຖ້າກວດບໍ່ພົບເຊື້ອຈະບໍ່ພົບອີກເລີຍບໍ່?

ການກວດບໍ່ພົບເຊື້ອບໍ່ໄດ້ໝາຍຄວາມວ່າບຸກຄົນດັ່ງກວ່າບໍ່ມີເຊື້ອໄວຣັສເຮສໄອວີ HIV ແລ້ວ. ເພາະປະລິມານເຊື້ອໄວຣັສເຮສໄອວີ HIV ໃນເລືອດຈະມີການປ່ຽນແປງໄດ້, ບາງຄັ້ງອາດບໍ່ພົບວ່າມີໄວຣັສໂຫຼດເພີ່ມຂຶ້ນໃນໄລຍະສັ້ນ ກ່ອນຈະໄປຮອດລະດັບການກວດບໍ່ພົບເຊື້ອ. ການກວດໄວຣັສໂຫຼດເປັນປະຈຳເປັນເລື່ອງສຳຄັນ ເພາະເຖິງແມ່ນວ່າເຈົ້າຈະແນ່ໃຈວ່າໂຕເອງກິນຢາຕ້ານເປັນຢ່າງດີກໍ່ຕາມ ແຕ່ປັດໄຈທາງດ້ານສຸຂະພາບອື່ນໆອາດສົ່ງຜົນກະທົບຕໍ່ໄວຣັສໂຫຼດໄດ້.

ຂ້ອຍຄວນກວດຫາເຊື້ອໄວຣັສໂຫຼດເລື່ອຍປານໃດ?

ຂຶ້ນຢູ່ກັບສະຖານະການຂອງໂຕເຈົ້າເອງ ແຕ່ຂໍ້ແນະນຳເບື້ອງຕົ້ນກໍ່ຄືໃຫ້ກວດທຸກໆ 6 ເດືອນ ແລະ ຄວນປຶກສາແພດໝໍເພື່ອປະເມີນການກວດທີ່ເໝາະສົມກັບເຈົ້າ.

ໄວຣັສໂຫຼດ ກັບ CD4 ຄືກັນບໍ່?

ໄວຮັສໂຫຼດ ກັບ CD4 ແມ່ນບໍ່ຄືກັນ CD4 ເປັນເຊວເມັດເລືອດຂາວທີ່ຕໍ່ສູ້ກັບເຊື້ອພະຍາດຕ່າງໆໃນຮ່າງກາຍຂອງເຈົ້າ ເມື່ອເຊື້ອເຮັສໄອວີ HIV ເຂົ້າໄປໃນຮ່າງກາຍເຈົ້າຈະເຂົ້າໄປທຳລາຍເຊວ CD4 ໃຫ້ຫຼຸດລົງຢ່າງວ່ອງໄວ,ການກວດ CD4 ແມ່ນການກວດຫາປະລິມານເຊວໃນກະແສເລືອດ, ຂະນະທີ່ເຈົ້າຢາກໃຫ້ເຊື້ອໄວຣັສໂຫຼດຕ່ຳລົງທີ່ສຸດ ໃນທາງກັບກັນຍັງມີປະລິມານ CD4 ໃນເລືອດຫລາຍເທົ່າໃດຍິ່ງດີ,ການກິນຢາຕ້ານເປັນປະຈຳຊ່ວຍໃຫ້ໄວຣັສໂຫຼດໜ້ອຍລົງ ເຖິງຂັ້ນກວດບໍ່ພົບເຊື້ອ ແລະ ເຮັດໃຫ້ປະລິມານ CD4 ເພີ່ມຂຶ້ນໄດ້ສູງ.

 

ຖ້າກວດບໍ່ພົບເຊື້ອຂ້ອຍຕ້ອງໃຊ້ຖົງຢາງອະນາໄມບໍ່ເວລາມີເພດສຳພັນ?

ການກວດບໍ່ພົບເຊື້ອເຮັດໃຫ້ເຈົ້າບໍ່ສາມາດແຜ່ເຊື້ອໃຫ້ຄູ່ນອນຂອງເຈົ້າ ແຕ່ໃນນັ້ນມັນບໍ່ໄດ້ປ້ອງກັນຄູ່ນອນຂອງເຈົ້າ ແລະ ໂຕເຈົ້າເອງຈາກການຕິດເຊື້ອພະຍາດທາງເພດສຳພັນອື່ນໆ. ການໃຊ້ຖົງຢາງອະນາໄມເປັນເລື່ອງສຳຄັນໂດຍສະເພາະ ຖ້າຫາກມີຄູ່ນອນຫຼາຍຄົນ ຫຼື ເຈົ້າບໍ່ຮູ້ວ່າຄູ່ນອນຂອງເຈົ້າມີເຊື່ອພະຍາດຕິດຕໍ່ທາງເພດສຳພັນອື່ນໆ ຫຼື ບໍ ແລະ ຍັງສາມາດຮັບເຊື້ອໄວຣັສເຮັສໄອວີ HIV ມາເພີ່ມໄດ້, ເຮັດໃຫ້ເຊື້ອໄວຣັສໃນໂຕຂອງເຈົ້າມີການດື້ຢາ ຖ້າຫາກຄູ່ນອນຂອງເຈົ້າມີເຊື້ອໂດຍທີ່ເຈົ້າບໍ່ຮູ້ມາກ່ອນວ່າເຂົາມີເຊື້ອ ຫຼື ບໍ່. ໃສຖົງຢາງອະນາໄມທຸກຄັ້ງຈະເປັນການປ້ອງກັນດີທີ່ສຸດອີກທາງໜຶ່ງເຖິງແມ່ນວ່າຈະກວດບໍ່ພົບເຊື້ອແລ້ວກໍ່ຕາມ.

ຖ້າຂ້ອຍຢູ່ໃນສະຖານະການກວດບໍ່ພົບເຊື້ອ ຂ້ອຍສາມາດເປີດເຜີຍຜົນເລືອດຂອງໂຕເອງໄດ້ຫລືບໍ່?

ຖ້າກວດເລືອດບໍ່ພົບເຊື້ອຢ່າງໜ້ອຍ 6 ເດືອນ ແລະ ຍັງຄົງກິນຢາຕ້ານຕໍ່ເນື່ອງຄູ່ນອນຂອງເຈົ້າກໍ່ບໍ່ສ່ຽງຕໍ່ການໄດ້ຮັບເຊື້ອ ແຕ່ເຖິງຢ່າງໃດກໍ່ຕາມຕ້ອງພິນາລະນາເຖິງຜົນດີ ແລະ ຜົນເສຍຂອງການເປີດເຜີຍຜົນເລືອດແກ່ຄູ່ນອນ,ຖ້າຫາກຄູ່ນອນບໍ່ພໍໃຈຈະສົ່ງຜົນກະທົບໃຫ້ຄວາມສຳພັນໄດ້ ເຖິງຈະບໍ່ມີຄວາມສ່ຽງໃນການບໍ່ແຜ່ເຊື້ອເລີຍກໍ່ຕາມ, ແຕ່ຖ້າຫາກເຈົ້າມີພະຍາດຕິດຕໍ່ທາງເພດສຳພັນຮ່ວມກັບເຊື້ອໄວຮັສເຮັສໄອວີ HIV ເຈົ້າກໍ່ສາມາດແຜ່ໃຫ້ຄູ່ນອນໄດ້ຢູ່, ຄວນຈະແຈ້ງໃຫ້ຄູ່ນອນຮູ້ເພື່ອຈະສາມາດຫາວີທີປ້ອງກັນໄດ້ເປັນຢ່າງດີ ແລະ ເໝາະສົມ.

 

ຖ້າຂ້ອຍ ແລະ ຄູ່ນອນມີເຊື້ອເຮັສໄອວີ HIV ກວດບໍ່ພົບເຊື້ອທັ້ງສອງຄົນຍັງຕ້ອງໃຊ້ຖົງຢາງອະນາໄມຫຼືບໍ່?

ຕາມການຄົ້ນຄວ້າລາຍງານວ່າມີໂອກາດໜ້ອຍທີ່ຈະຕິດເຊື້ອເຮັສໄອວີ HIV ສາຍພັນອື່ນໆ. ຖ້າຫາກທັງສອງກວດບໍ່ພົບເຊື້ອແລ້ວ, ເຖິງຢ່າງໃດກໍ່ຕາມຍັງມີເລື່ອງທີ່ຈະຕ້ອງພິຈາລະນາເຖິງຄວາມສ່ຽງໃນການຕິດພະຍາດຕິດຕໍ່ທາງເພດສຳພັນແລະ ຕ້ອງເບິ່ງຜົນວ່າທັ້ງສອງຄົນກວດບໍ່ພົບເຊື້ອດົນປານໃດ ແລະ ກິນຢາຕ້ານເປັນປະຈຳ ຫຼື ບໍ່. ເຖິງຢ່າງໃດກໍຕາມຖົງຢາງອະນາໄມຍັງມີຄວາມຈຳເປັນຕ້ອງໃຊ້ ແລະ ຈະຫຼຸດຜ່ອນຄວາມສ່ຽງທີ່ຈະຕິດພະຍາດຕິດຕໍ່ທາງເພດສຳພັນ.