ຮູ້ໄວ້ກ່ອນໄປກວດ

ໃນ​ປະ​ຈຸ​ບັນ​ການກວດ​ຫາ​ເຊື້ອ HIV ​ແລະ ພະ​ຍາດ​ຕິດ​ຕໍ່​ທາງ​ເພດ​ສຳ​ພັນ(ພ​ຕ​ພ) ໃນ​ປະ​ເທດ​ລາວນັ້ນ​ແມ່ນ​ເປັນ​ໄປ​ໄດ້​ງ່າຍ ເນື່ອງ​ຈາກ​ມີຫຼາຍ​ສະ​ຖານ​ທີ່ ​ແລະ​ ໂຮງ​ໝໍ​ໃຫຍ່​ໃນ​ນະ​ຄອນຫຼວງວຽງ​ຈັນ ແລະ​ ໂຮງໝໍ​ແຂວງ, ຄີ​ຣ​ນິກ​ເອ​ກະ​ຊົນຫຼາຍ​ແຫ່ງ​ກໍ​ສາ​ມາດ​ໃຫ້​ບໍ​ລິ​ການ​ການກວດ​ຂອງ​ທ່ານ​ໄດ້​ເຊັ່ນ​ກັນ, ນອກ​ຈາກນີ້​ໂຮງ​ໝໍ​ໃຫຍ່​ບາງ​ແຫ່ງ​ເຊັ່ນ​: ໂຮງ​ໝໍ​ເຊດ​ຖາ​ທິ​ຣາດ​ຍັງ​ມີ​ການ​ແຈກ​ຢາຍ​ຢາ ເພັບ PrEP ອີກ​ດ້ວຍ.

ສະຖານທີ່

ສາ​ມາດ​ໄປ​ຮັບ​ຂໍ້​ມູນ ແລະ ເຂົ້າ​ໄປ​ກວດ​ໄດ້ໃນ​ໂຮງ​ໝໍ​ເ​ມືອງ​ທັງ9ແຫ່ງ ແລະ​ ໂຮງ​ໝໍ​ແຂວງເຊັ່ນ:

 

  1. ໂຮງ​ໝໍ​ເ​ຊດ​ຖາ​ທິ​ຣາດ ພະ​ແນກ​ຊຶມ​ເຊື້ອ
  2. ໂຮງ​ໝໍ​ມະ​ໂຫ​ສົດ ພະ​ແນກ​ຊຶມ​ເຊື້ອ
  3. ໂຮງ​ໝໍ 150 ຕຽງ ພະ​ແນກ​ຊຶມ​ເຊື້ອ
  4. ໂຮງ​ໝໍ103 ​ບ່ອນກວດ​ເລືອດ
  5. ໂຮງ​ໝໍ ​ເມືອງ 9 ແຫ່ງ​ໃນ​ນະ​ຄອນ​ຫລວງວຽງ​ຈັນ
  6. ໂຮງ​ໝໍ ແຂວງຫຼວງ​ພະ​ບາງ
  7. ໂຮງ​ໝໍ​ ແຂວງ​ໄຊ​ຍະ​ບູ​ລີ
  8. ໂຮງ​ໝໍ ​ເມືອງ​ຫ້ວຍ​ຊາຍ ແລະ ຕົ້ນ​ເຜີ້ງ ແຂວງບໍ່​ແກ້ວ
  9. ໂຮງ​ໝໍ​ ແຂວງຫຼວງ​ນ້ຳ​ທາ
  10. ໂຮງ​ໝໍ ​ແຂວງ​ຄຳ​ມ່ວນ
  11. ໂຮງ​ໝໍ​ ແຂວງ​ສະ​ຫວັນ​ນະ​ເຂດ
  12. ໂຮງ​ໝໍ ​ແຂວງ​ຈຳ​ປາ​ສັກ
  13. ສູນ​ວີ​ຊີທີ (VCT) ແລະ ອາ​ສາ​ສະ​ໝັກ​ທີ່​ລົງ​ກວດ
  14. ສູນ​ໄວ​ໜຸ່ມ
  15. ສູນ​ຕ້ານ​ເອດ
  16. ອົງ​ການ​ກາ​ແດງ​ລາວ
ຂັ້ນຕອນການກວດ

ເມື່ອທ່ານຕັດສິນໃຈກວດ

ການກວດ​ແມ່ນ​ບໍ່​ຫຍຸ່ງ​ຍາກ ​ແລະ ​ມີ​ຄວາມ​ເປັນ​ມິດ​ປິດ​ລັບຕໍ່​ຜົນ​ກວດ​ຂອງ​ທ່ານ​ໃນ​ທຸກ​ຂັ້ນ​ຕອນ:

1. ການ​ລົງ​ທະ​ບຽນ​ ແລະ ການຮັບ​ຄຳ​ປຶກ​ສາ​ກ່ອນກວດ.

  • ຮັບ​ບັດ​ຄິວ​ຈາກ​ພະ​ນັກ​ງານ.
  • ລໍ​ຖ້າ​ພະ​ນັກ​ງານ​ນຳ​ເຂົ້າ​ສູ່​ຫ້ອງ​​ໃຫ້​ຄຳ​ປຶກ​ສາ​ຕາມ​ລຳ​ດັບ​ບັດ​ຄິດ.
  • ກວດ​ເລືອດໂດຍ​ການ​ເຈາະ​ທີ່​ປາຍ​ມື ຫຼື ຂໍ່​ພັບ​ແຂນ.
  • ​ຮັບ​ຄຳ​ປຶກ​ສາຫຼັງ​ການ​ເຈາະ​ເລືອດ, ຟັງ​ຜົນ​ ແລະ ຄວາມ​ໝາຍ​ຂອງ​ຜົນ​ກວດ​ເລືອດ.

ໂດຍ​ທົ່ວ​ໄປ​ແລ້ວ​​ສຳ​ລັບ​ຄົນ​ລາວ​ແມ່ນກວດ​ເລືອດ​ຫາ​ເຊື້ອ HIV ຫຼື ພະ​ຍາດ​ເອດ ​ຕາ​ມ​ໂຮງ​ໝໍ​ໃຫຍ່ ​ແລະ ​ໂຮງ​ໝໍ​ເມືອງໃນ​ບ້ານ​ເຮົາ​ແມ່ນ​ບໍ​ໄດ້​ເສຍ​ຄ່າ​ໃຊ້​ຈ່າຍ ນອກ​ຈາກວ່າ​ຈະ​ມີ​ການກວດ​ລາຍ​ການ​ອື່ນ​ເພີ່ມ​ຕື່ມ​ເຊັ່ນ: ການກວດພະ​ຍາດ ພ​ຕ​ພ, ກວດ​ຄ່າ​ຕັບ, ກວດ​ຊີ​ຟີ​ລິສ ( Syphilis ) ​ຫຼື ພະ​ຍາດ​ອື່ນໆ.

  • ການກວດ​ເລືອດ​ຫາເຊື້ອ HIV ໃນ​ໂຮງ​ໝໍ​ລັດ​ທຸກ​ແຫ່ງ​ແມ່ນ​ບໍ່​ເສຍ​ຄ່າ.
  • ສຳ​ລັບ​ໂຮງ​ໝໍ ຫຼື​ ຄີ​ນິກ​ເອກ​ກະ​ຊົນ​ແມ່ນ​ອາດ​ເສຍ​ຄ່າ​ໃຊ້​ຈ່າຍ.​
  • ການ​ຈ່າຍ​ຢາ​ຕ້ານ​ໄວ​ຣັດ ARV ຫຼັງ​ພົບ​ວ່າ​ຕິດ​ເຊື້ອ​ແລ້ວ​​ແມ່ນບໍ່​ມີ​ຄ່າ​ໃຊ້​ຈ່າຍ​ໃນ​ໂຮງ​ໝໍ​ລັດ ຫຼື​ ສູນ ARV.
  • ການກວດ​ຫາ​ເຊືຶ້ອ ພ​ຕ​ພ ຕາມ​ໂຮງ​ໝໍ​ລັດ ແມ່ນ​ອາດ​ມີ​ຄ່າ​ໃຊ້​ຈ່າຍ.

ການກວດ​ຫາ​ເຊື້ອ ພ​ຕ​ພ ຕາມ​ໂຮງ​ໝໍ ຫຼື ຄີ​ຣ​ນິກ​ເອ​ກະ​ຊົນ​ແມ່ນ​ອາດ​ມີ​ຄ່າ​ໃຊ້​ຈ່າຍ.

2. ການ​ເຈາ​ະ ແລະ ກວດ​ເລືອດ.

ເມື່ອ​ເຈົ້າ​ຕັດ​ສິ​ນ​ໃຈ​ກວດ:

  • ພະ​ຍາ​ບານ ຫຼື ​ພະ​ນັກ​ງານຈະ​ເຈາະ​ເລືອດ​ຈາກ ຂໍ່​ພັບ​ແຂນ ຫຼື ປາຍນີ້ວ​ມື ຈາກນັ້ນ​ນຳ​ໃສ່ຫຼອດ​ທີ່​ມີ​ລະ​ຫັດ​ຢູ່​ຂ້າງ​ຫລອດ​ເຂົ້າ​ຫ້ອງ​ແລັບ, ໃນ​ການ​ລໍ​ຖ້າ​ຟັງ​ຜົນ​ກວດອ​າດ​ຈະ​ໃຊ້​ເວ​ລາ 1 ມື້ ຫຼື ຫຼາຍກວ່າ.
  • ສຳ​ລັບ​ການ​ເຈາະ​ເລືອດ​ຈາກ​ປາຍນິ້ວ​ມື ຫຼື ໃຊ້​ຊຸດກວດ​ແບບ​ດ່ວນ (Rapid test) ​ແມ່ນ​ທ່ານ​ຈະ​ໄດ້​ລໍ​ຖ້າ​ປະ​ມານ 10-30 ນາ​ທີ.

3. ຮັບ​​ຄຳ​ປຶກ​ສາຫຼັງ​ກວດ ແລະ ຖ້າ​ຟັງ​ຜົນ.

ຂັ້ນ​ຕອນການ​ຮັບ​ຟັງ​ຜົນ​ແມ່ນ​ຈະ​ເປັນ​ຄວາມ​ລັບ​ທີ່​ສຸດ ທ່ານ​ຈະ​ຖືກ​ເອີ້ນ​ເຂົ້າ​ສູ່​ຫ້ອງ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ໂຕ ໂດຍ​ຈະ​ມີ​ແຕ່​ທ່ານ​ກັບ​ໝໍ​ຟັງ​ຜົນ​ເພື່ອ​ໃຫ້​ຮູ້​ຜົນ ​ແລະ​ ຂໍ້​ມູນ​ທົ່ວ​ໄປ​ໃນ​ການ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ທ່ານ.

 

1. ຜົນ​ບວກ(Positive).

2. ຜົນ​ລົບ(Negative).

ອ່ານເພີ່ມເຕີມຫຍໍ້ລົງ

ຖ້າຜົນກວດເປັນບວກ:

  • ການກວດ​ຫາ​ເຊື້ອ HIV ຈະ​ໄດ້​ໃຊ້​ຊຸດກວດ 3 ຊຸດ ແລະ ໃຊ້​ວິ​ທີ​ກວດ​ແຕກ​ຕ່າງ​ກັນຫາກ​ຜົນ​ເລືອດ​ຈາກ​ຊຸດກວດ​ໃນ​ຄັ້ງທຳ​ອິດ​ເປັນ​ບວກ (reactive) ຈະ​ຕ້ອງ​ນຳ​ເລືອດ​ໄປ​ກວດ​ອີກ2ຄັ້ງ​ເພື່ອຢັ້ງຢືນ​ຜົນ, ຫາກ​ຜົນ​ກວດ​ທັງ3ຄັ້ງ​ອອກ​ມາ​ເປັນບວກ reactive ຈຶ່ງ​ຈະ​ສາ​ມາດ​ສະ​ລຸບ​ໄດ້​ວ່າ​ມີ (ຜົນ​ເລືອດ​ເປັນ​ບວກ)
  • ຖ້າ​ຫາກ​ຜົນ​ກວດ​ຂອງ​ທ່ານ​ອອກ​ມາເປັນ ບວກ ແມ່ນ​ໃຫ້​ມີ​ຄວາມ​ຕັ້ງ​ໃຈ​ແລະ​ມີ​ສະ​ຕິ ບໍ່​ຄວນ​ຕົກ​ໃຈ​ຈົນ​ເກີນ​ໄປ ທ່ານ​ໝໍ​ຈະ​ມີ​ວິ​ທີ​ການ​ໃຫ້​ຄຳ​ແນະ​ນຳ​ທີ່​ຖືກວິ​ທີ​ຕໍ່​ກັບ​ການ​ເບີ່ງ​ແຍງ​ສຸ​ຂະ​ພາບ​ຂອງ​ທ່ານ ແລະ ​ຄູ່​ຮັກ​ຂອງ​ທ່ານ ຫຼື ຄົນ​ໃນ​ຄອບ​ຄົວ​ວ່າ​ການ​ຕິດ​ເຊື້ອ HIVແມ່ນ​ສາມ​ມາດ​ຕິດ​ໄດ້​ຈາກ 3 ຊ່ອງ​ທາງ​ພຽງ​ເທ່ານັ້ນ ກໍ​ຄື​ທາງ​ເລືອດ​, ເຂັມ​ສັກ​ຢາ ແລະ​ ຈາກ​ແມ່​ສູ່​ລູກ.
  • ທ່ານ​ສາ​ມາດ​ດຳ​ລົງ​ຊີ​ວິດ​ໄດ້​ປົກ​ກະ​ຕິ​ຄື​ກັບ​ຄົນ​ທົ່ວ​ໄປ​ພຽງ​ແຕ່​ຕ້ອງ​ມີ​ວິ​ໄນ​ໃນ​ການ​ກິນ​ຢາ​ແລະ ​ການ​ດູ​ແລ​ສຸ​ຂະ​ພາບ​ຂອງ​ຕົນ​ເອງ​ເພື່ອບໍ່​ໃຫ້​ເກີດ​ພະ​ຍາດ​ແຊກ​ຊ້ອນ, ເຊື້ອ​ເອດບໍ່​ສາ​ມາດ​ຕິດ​ໄດ້​ໃນ​ອາ​ຫານ​, ນ້ຳ​ດື່ມ, ນ້ຳ​ລາຍ, ຍຸງ​ກັດ ຫຼື​ ການ​ສຳ​ພັດ​ກອດ​ຈູບ.
  • ໝໍ​​ຈະແນະ​ນຳ​ຜົນ​ດີ ແລະ ຜົນ​ເສຍ​ຂອງ​ການ​ເຂົ້າ​ກຸ່ມ​ຜູ້​ຕິດ​ເຊື້ອ: ຫຼັງ​ຈາກນັ້ນຕ້ອງ​ປະ​ເມີນ​ສຸ​ຂະ​ພາບ​ເບື້ອງ​ຕົ້ນ​ຂອງ​ຕົນ​ເອງ.
  • ເຈົ້າຈະ​ໄດ້​ຮັບ​​ຄຳ​ແນະ​ນຳ​ຈາກ​ທ່ານ​ໝໍ​ຢ່າງ​ຖືກວິ​ທີ, ທ່ານໝໍ​ຈະ​ຂໍ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ເຈົ້າໃນ​ພຶດ​ຕິ​ກຳການ​ມີ​ເພດ​ສຳ​ພັນຂອງ​ເຈົ້າເພື່ອ​ໃຫ້​ເຈົ້າ​ໄດ້​ເນາະ​ນຳ​ຄູ່ນອນ​ທີ່​ມີ​ຄວາມ​ສ່ຽງ​​ກັບ​ມາ​ກວດ​ເຊັ່ນ​ກັນ.
  • ໝາຍ​ເຫດ: ເຈົ້າ​ບໍ່​ຄວນ​ເກັບ​ຄວາມ​ຮູ້​ສຶກຫຼັງ​ຮູ້​ຜົນ​ເລືອດ​ໄວ້​ຄົນ​ດຽວ ຫາກ​ຍັງ​ບໍ່​ພ້ອມ​ທີ່​ຈະ​ບອກ​ຄົນ​ໃນ​ຄອບ​ຄົວ. ເພາະ​ການບອກ​ເລື່ອງນີ້​ກັບ​ໝູ່​ຄູ່ ຫຼື ຄົນ​ທີ່​ເຮົາ​ໄວ້​ໃຈ​ອາດ​ຈະ​ຊ່ວຍ​ໃຫ້​ເຮົາ​ບໍ່​ຕ້ອງ​ແບກ​ຄວາມ​ຮູ້​ສຶກ​ໄວ້​ຄົນ​ດຽວ, ການບອກ​ຜົນ​ເລືອດ​ເປັນ​ການ​ຕັດ​ສິນ​ໃຈ​ຂອງ​ເຈົ້າ​ພຽງ​ຄົນ​ດຽວ ຢ່າງ​ໃດ​ກໍ​ຕາມ​ເຮົາ​ແນ​ະ​ນຳ​ວ່າ​ເຈົ້າ​ບໍ່​ຄວນ​ເກັບ​ຄວາມ​ກັງ​ວົນ​ໃຈ​ໄວ້​ຄົນ​ດຽວ. ຖ້າ​ເຈົ້າ​ຮູ້​ສຶກວ່າບໍ່​ສາ​ມາດ​ເລົ່າ​ໃຫ້​ໝູ່ ຫຼື ​ຄົນ​ໃນ​ຄອບ​ຄົວ​ຟັງ​ໄດ້, ​ທ່ານ​ໝໍ​ສາ​ມາດ​ແນະ​ນຳ​ການ​ບໍ​ລິ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ອື່ນໆ​ໃນ​ນະ​ຄອນຫຼວງວຽງ​ຈັນ​ທີ່​ອາ​ດ​ຈະ​ເປັນ​ປະ​ໂຫຍດ​ສຳ​ລັບ​ເຈົ້າ:
  • ແນະ​ນຳ​ສະ​ຖານ​ທີ່​ໃຫ້​ບໍ​ລິ​ການ​ການ ແລະ ການ​ຈ່າຍ​ຢາ​ຕ້ານ​ໄວ​ຣັດ (ARV)
    1.
    ໂຮງ​ໝໍ​ແຂວງຫຼວງ​ພະ​ບາງ
    2.
    ໂຮງ​ໝໍ​ເຊດ​ຖາ​ທີ​ຣາດ
    3.
    ໂຮງ​ໝໍ​ມະ​ໂຫ​ສົດ
    4.
    ໂຮງ​ໝໍ​ມິດ​ຕະ​ພາບ 150 ຕຽງ
    5.
    ໂຮງ​ໝໍ​ແຂວງ​ສະ​ຫວັນ​ນ​ນະ​ເຂດ
    6.
    ໂຮງ​ໝໍ​ແຂວງ​ຈຳ​ປາ​ສັກ
    7.
    ໂຮງ​ໝໍ​ເມືອງ​ຫ້ວຍ​ຊາຍ ແລະ ຕົ້ນ​ເຜີ້ງ ແຂວງບໍ່​ແກ້ວ
    8.
    ໂຮງ​ໝໍ​ແຂວງຫຼວງ​ນ້ຳ​ທາ
    9.
    ໂຮງ​ໝໍ​ແຂວງ​ຄຳ​ມ່ວນ
    10.
    ໂຮງ​ໝໍແຂວງ​ໄຊ​ຍະ​ບູ​ລີ
    11.
    ໂຮງ​ໝໍ​ແຂວງ​ບໍ​ລິ​ຄຳ​ໄຊ
ອ່ານເພີ່ມເຕີມຫຍໍ້ລົງ

ຖ້າຜົນກວດເປັນລົບ:

  • ຖ້າ​ຜົນ​ກວດ​ຂອງ​ທ່ານ​ເປັນ​ລົບທ່ານ​ຈະ​ໄດ້​ຮັບ​ຄຳ​ແນ​ະ​ນຳ​ໃນ​ການ​ເບີ່ງ​ແຍງ​ສຸ​ຂະ​ພາບ​ໃນ​ຂັ້ນ​ຕໍ່​ໄປ ແລະ ວິ​ທີ​ການ​ຮ່ວມ​ເພດ​ແບບ​​ປອດ​ໄພ.
  • ທ່ານ​ໝໍ​ຈະ​ແຈກ​ຖົງ​ຢາງ​ອະ​ນາ​ໄມ ແລະ ອະ​ທິ​ບາຍ​ວິ​ທີ​ການໃຊ້ຢ່າງ​ຖືກ​ຕ້ອງ​ເພື່ອ​ໃຫ້​ເຈົ້າ​ສາ​ມາດ​ມີ​ການ​ປ້ອງ​ກັນ​ ແລະ ​ມີ​ເພດ​ສຳ​ພັນ​ທີ່​ປອດ​ໄພ​.
  • ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້​ໃນ​ການ​ຮັບ​ເຊື້ອ​ເຂົ້າສູ່​ຮ່າງ​ກາຍ​ຢ່າງ​ລະ​ອຽດ​ເພື່ອ​ໃຫ້ເຈົ້າ​ສາ​ມາດ​ແນະ​ນຳ​ຕໍ່​ໝູ່​ເພື່ອນ​ຂອງ​ເຈົ້າ​ໄດ້ ແລະ ສຳ​ລັບ​ໂຕ​ເຈົ້າ​ເອງ​ແມ່ນ​ຈະ​ໄດ້​ຮັບ​ຄຳ​ແນ​ະ​ນຳ​ໃນ​ການກວດ​ເຊື້ອ HIV ທຸກໆ3ເດືອນ.
ອ່ານເພີ່ມເຕີມຫຍໍ້ລົງ
ການແຈ້ງເຕືອນ
  • ເຕືອນ​ດ້ວຍ​ຂໍ້​ຄວາມ:
  • ເຕືອນ​ດ້ວຍ​ອິນ​ເຕີ​ເນັດ: