ປອດໄພໄວ້ກ່ອນ

ຖົງຢາງອານາໄມ

ບໍ່​ວ່າ​ເຈົ້າ​ຊິ​ເປັນ​ລຸກ,ຮັບ ຫຼື ໂບດ ກໍ່​ຕ້ອງ​ໃຊ້​​ຖົງ​ຢາງອະນາໄມ​ໃຫ້​ຖືກວິ​ທີ ແລະ ​ໃຊ້​ຄູ່ກັບ​ເຈວ​ຫຼໍ່​​ລື້ນ​ເພື່ອ​ປ້ອງກັນ​ເຮ​ສ​ໄອ​ວີ HIV ​ນອກ​ຈາກ​ນີ້ຖົງ​ຢ​າງ​ອະ​ນາ​ໄມ​ຍັງ​ປ້ອງ​ພະ​ຍາດ​ຕິດ​ຕໍ່​ທາງ​ເພດ​ສຳ​ພັນ ແລະ ການ​ຖື​ພາ​ແບບ​ບໍ່​ໄດ້​ຕັ້ງ​ໃຈ.

ວິທີໃສ່ຖົງຢາງອະນາໄມໃຫ້ຖືກຕ້ອງ?

▪ ​ກ່ອ​ນ​ອື່ນ​ໜົດ​ຕ້ອງກວດເບິ່ງ ວັນເດືອນປີໜົດອາຍຸ​ຢູ່​ຂ້າງ​ກ່ອງ/​ຊອງ ແລະ ເບິ່ງສີຂອງ​ກ່ອງຖົງ​ຢາງທັງ​ພາຍ​ໃນ​ ແລະ ​ພາຍນອກ, ກັບຫຸ້ມຫໍ່ຍັງຄົງສະພາບປົກກະຕິດີບໍໍ່, ສີຈືດບໍ່, ຫ້າມເດັດຂາດບໍ່ໃຫ້ນຳເອົາຖົງຢາງອະນາໄມທີ່ໜົດອາຍຸ ແລະ ສະພາບບໍ່ປົກກະຕິເຊັ່ນ: ມີຮ່ອຍຈີກຂາດ,ເກົ່າ,ສີຈືດຈາງບໍ່ຄວນເອົາມານຳໃຊ້.

▪ ຫຼັງ​ຈາກ​ນັ້ນໃຫ້ຈີກດ້ານຂ້າງຂອງຖົງຢາງອະນາໄມທີ່ເປັນຮອຍແຂ້ວເຫຼື່ອຍ ຢ່າງລະມັດລະວັງ, ຫ້າມໃຊ້ຂອງ​ມີ​ຄົມ, ປາຍເລັບ, ແຂ້ວກັດເພື່ອຫຼີກລ້ຽງບໍ່ໃຫ້ຖົງຢາງອະນາໄມຈີກຂາດ.

▪ ​ຕໍ່​ມາໃຊ້​ນີ້ວ​ໂປ້ ແລະ​ ນີ້ວ​ຊີ້ ບີບ​ປາຍ​ຖົງ​ຢາງ​ອາ​ນະ​ໄມ ເພື່ອ​ເປັນ​ການ​ໄລ່​ລົມ​ອອກ​ຈາກ​ຖົງ​ຢາງ​ເພື່ອ​ປ້ອງ​ກັນ​ຖົງ​ຢາງ​ແຕກ​ເວ​ລ​າ​ມີ​ເພດ​ສຳ​ພັນ.

▪ ຄ່ອຍໆມາຍ ຫຼື ຮູດຖົງຢາງອະນາໄມລົງໃຫ້ສຸດກົກອະໄວຍະວະເພດ ຕ້ອງ​ໃສ່​ໃນ​ເວ​ລາ​ທີ່​ອະ​ໄວ​ຍະ​ວະ​ເພດ​ແຂງ​ໂຕ​ເຕັມ​ທີ່ ເພື່ອ​ໝັ້ນ​ໃຈ​ວ່າ​ຖົງ​ຢາງ​ຈະ​ບໍ່ຫຼຸດ​ອອກ​ມາ​ເວ​ລາ​ມີ​ເພດ​ສຳ​ພັນ.

▪ ເມື່ອໃສ່ຖົງຢາງອະນາໄມເປັນທີ່ຮຽບຮ້ອຍແລ້ວຈຶ່ງເລີ່ມມີເພດສຳພັນໄດ້.

▪ ຫຼັງຈາກມີເພດສຳພັນແລ້ວ ຄວນຖອດຖົງຢາງອານະໄມອອກດ້ວຍຄວາມລະມັດລະວັງໂດຍໃຊ້ເຈ້ຍອະນາໄມ​ຮອງ​ມື​ໃນ​ເວ​ລາ​ຖອດ​ອອກ​ເພື່ອ​ຫຼີກ​ລ້ຽງ​ການ​ສຳ​ພັດ​ກັບ​ຖົງ​ຢາງ​ອະ​ນາ​ໄມ, ​ແລ້ວ​ຈຶ່ງນຳເອົາໄປຖີ້ມໃສ່ກະຕາຂີ້ເຫຍື້ອ.

ຄຸນນະພາບຂອງຖົງຢາງອະນາໄມ

ຄຸນນະພາບຂອງຖົງຢາງ​ອະ​ນາ​ໄມຈະຫຼຸດລົງ​ເມື່ອ:

  • ໃສ່ບໍ່ຖືກວິທີ
  • ໃສ່ຖົງຢາງອານະໄມຜິດດ້ານ.
  • ໃຊ້​ສານຫຼໍ່​ລື່ທີ່ມີສ່ວນປະກອບຂອງນ້ຳມັນທາ​ຜິວ, ຄີມທາ​ຜິວ, ນ້ຳຢາລໍ່ລື່ນທີ່ມີສ່ວນປະສົມຂອງສາທາດເຫຼົ້າ ແທນ​ເຈວຫຼໍ່​ລື່ນ.
  • ໃຊ້ເຈວຫຼໍ່ລື່ນໜ້ອຍເກີນໄປ.
  • ເວລາມີເພດສຳພັນດົນເກີນໄປຕ້ອງໄດ້ປ່ຽນຖົງຢາງອະນາໄມ.
  • ບໍ່ຄວນໃຊ້ຖົງຢາງອະນາໄມທີ່ໜົດອາຍຸ(ຢ່າລືມກວດເບີງວັນໜົດອາຍຸຂ້າງ​ກ່ອງ ຫຼື ຊອງຂອງຖົງຢາກ່ອນໃຊ້ທຸກຄັ້ງ)
  • ໃຊ້ຖົງຢາງອະ​ນາ​ໄມຜິດຂະໜາດ
ຖົງຢາງອະນາໄມຫາໄດ້ຢູ່ໃສ່ແດ່?

ເຮົາສາມາດຊອກຫາຖົງຢາງອານະໄມໄດ້ຕາມ​ສະ​ຖານ​ທີ່​ດັ່ງ​ນີ້ເຊັ່ນ:

  • ຮ້ານສະດວກຊື້
  • ຮ້ານຂາຍຢາ
  • ສູນບໍ​ລິ​ການກວດ​ເຮ​ສ​ໄອ​ວີ
  • ໂຮງໝໍ
  • ອາ​ສາ​ສະ​ໜັກ​ທີ່​ໃຫ້​ຄຳ​ປືກ​ສາ​ເຮ​ສ​ໄອ​ວີ HIV

ມູນພະຍາດຕິດຕໍ່ທາງເພດສຳພັນ ພຕພ (STI)?

ພຕພ ແມ່ນຫຍັງ?

ພ​ຕ​ພ ແມ່ນພະ​ຍາດຕິດຕໍ່ທາງເພດສຳພັນ ໜາຍເຖິງພະຍາດທີ່ຕິດຕໍ່ກັນໄດ້​ຈາກການ​ມີເພດສຳພັນ ໂດຍບໍ່ໄດ້ປ້ອງກັນ ຫຼື ມີການສຳພັດທາງເພດກັບຜູ້ເປັນ​ ພ​ຕ​ພ.

ພ​ຕ​ພ ແມ່ນພະຍາດທາງສັງຄົມທີ່ເປັນໄດ້ງ່າຍ, ແຕ່ການປີ່ນປົວທີ່ບໍ່ຖືກວິທີ ຈະສ້າງຜົນກະທົບ ຫລາຍຢ່າງຕໍ່ຄອບຄົວ ແລະ ສັງຄົມ ສະນັ້ນເວລາເປັນ ພຕ​ພ ບໍ່ຄວນປິ່ນປົວດ້ວຍຕົນເອງ ຄວນໄປປືກ​ສາ​ແພດຫມໍ ແລະ ທີ່ສໍາຄັນການເປັນ ພ​ຕ​ພ  ຈະມີສິດຮັບເຊື້ອເຮສໄອວີ HIV ໄດ້ງ່າຍ.

ອາການຂອງພະຍາດຕິດຕໍ່ທາງເພດສຳພັນ

ພະ​ຍາດຕິດຕໍ່ທາງເພດສຳພັນບາງຄັ້ງອາດບໍ່ໄດ້ສະແດງອາການຖ້າສົງໃສວ່າໂຕທ່ານເອງໄດ້ຮັບເຊື້ອມາແລ້ວ ຕ້ອງໄດ້ຮັບການກວດໂດຍ​ແພດ, ໝໍ, ຈື່ງຈະຮູ້ຜົນຊັດເຈນວ່າແມ່ນເຊື້ອພະຍາດຊະນິດໃດໂດຍທົ່ວໄປໃນເພດຊາຍມັກມີອາການຕໍ່ໄປນີ້:

  • ມີນ້ຳໜອງອອກມາຈາກປາຍອະໄວຍະວະເພດ,ຮູທະວານ,ຮູຄໍ ຫຼື ເຍື່ອຫຸ່ມຕາ
  • ປວດ,ແສບເວລາຍ່ຽວ,ເຈັບກະດັນຂາ
  • ຄັນ ແລະ ເຈັບຕາມບໍລິເວນອະໄວຍະວະເພດຊາຍ
  • ມີຕຸ່ມ,ເປັນຕຸ່ມເປື່ອຍ ຫຼື ຕິ່ງເນື້ອຕາມອະໄວຍະວະເພດ

ພະຍາດຕິດຕໍ່ທາງເພດສຳພັນສ່ວນໃຫ່ຍແມ່ນບໍ່ສະແດງອາການຖ້າຫາກສົງໃສວ່າໄດ້ຮັບເຊື້ອ ຕ້ອງໄດ້ຮັບການກວດເພື່ຶອວາງແຜນການຮັກສາ.

ການລະບາດຂອງພະຍາດຕິດຕໍ່ທາງເພດສຳພັນໃນ (VTE)

ຍັງບໍ່ມີຂໍ້ມູນ

ສົງໃສວ່າຕິດພະຍາດຕິດຕໍ່ທາງເພດສຳພັນຕ້ອງເຮັດແນວໃດ?

ສິ່ງທໍາອິດທີ່ທ່ານຄວນປະຕິບັດເມື່ອສົງໃສວ່າຕິດພະຍາດຕິດຕໍ່ທາງເພດສຳພັນຄວນ​ເຂົ້າຮັບການກວດຢາງຮິບດວນ ພະຍາດຕິດຕໍ່ທາງເພດສຳພັນສ່ວນໃຫ່ຍບໍ່ຄອຍສະແດງອາການ ເຖີງຮ່າງກາຍຍັງແຂງຢູ່ກໍ່ຄວນຮັບການກວດ ຖ້າຄິດວ່າໄດ້ຮັບເຊື້ອມາ ແລະ ຄວນຫຼິກເວັ້ນການມີເພດສຳພັນຈົນກ່າວຊິໄດ້ຮັບການກວດ.

 

ການປິ່ນປົວພະຍາດຕິດຕໍ່ທາງເພດສຳພັນ

ພະຍາດຕິດຕໍ່ທາງເພດສຳພັນ ສ່ວນໃຫ່ຍ​ການ​ປີ່ນ​ປົວໄດ້ງ່າຍ ແລະ ໃຊ້ວິທີ​ການ​ປີ່ນ​ປົວ​ຕາມປະເພດຂອງເຊື້ອເຊັ່ນ: ການ​ກິນ​ຢາ​ເມັດ, ຢາທາ ຫຼື ການສັກຢາຂ້າເຊື້ອ. ຄວນຈື່ໄວ້ສະເໜີວ່າພະຍາດຕິດຕໍ່ທາງເພດສຳພັນຄວນໄດ້ຮັບການປິ່ນ​ປົວຕາມຄຳສັ່ງຂອງແພດໝໍຢາງເຄັ່ງຄັດ ຕັ້ງແຕ່ການເລີ່ມຕົ້ນຈົນສິ້ນສຸດການປີ່ນ​ປົ​ວ, ເວລາປິ່ນ​ປົວຄວນຫຼີກເວັ້ນການມີເພດສຳພັນໃນຊ່ວງທີ່ຮັກສາເພາະອາດຈະເພີ່ມຄວາມສ່ຽງໃນການຮັບເຊື້ອໂຕເກົ່າຊ້ຳໆ ຫຼື ແຜ່ເຊື້ອໃຫ້ກັບ​ຄູ່ນອນໄດ້.

ວິທີການປ້ອງກັນພະຍາດຕິດຕໍ່ທາງເພດສຳພັນ

ມີຫຼາຍວິທີ ທີສາມາດຫຼຸດຜ່ອນຄວາມສ່ຽງຂອງໃນການຮັບເຊື້ອພະຍາດຕິດຕໍ່ທາງເພດສຳພັນ, ວີທີທີ່ງ່າຍ ແລະ ເປັນທີ່ນິຍົມກໍ່ຄືການໃຊ້ຖົງຢາງ ແລະ ເຈວຫຼໍ່ລື້ນສະນິດນ້ຳ ທຸກຄັ້ງທີ່ມີເພດສຳພັນທັງທາງປາກ ແລະ ຮູທະວານ ແລະ ຈົ່ງຈື່ໄວ້ວ່າການກິນຢາເພຣບ PrEP ບໍ່ໄດ້ຊ່ວຍປ້ອງກັນພະຍາດຕິດຕໍ່ທາງເພດສຳພັນ.

 

ເປັນຫຍັງພະຍາດຕິດຕໍ່ທາງເພດສຳພັນຈື່ງເພີ່ມຄວາມສ່ຽງໃນການຕິດເຊື້ອເອສໄອວີ (HIV)?

ພະຍາດຕິດຕໍ່ທາງເພດສຳພັນບາງຊະນິດ ເຊັ່ນ: ຊີຟລິບ, ​ຕານ​ເຕັ້ນ ຫຼື ເລີມ ຈະເຮັດໃຫ້ມີບາດແຜບໍລິເວນອະໄວຍະວະເພດ ຫຼື ຊອງປາກ, ເມື່ອສຳພັດເຊື້ອ ເຮສໄອວີ HIV ບາດແຜເຫລົ່ານີ້ຈະເປັນຊ່ອງທາງໃຫ້ເຊື້ອເຂົ້າສູ່ຮ່າງກາຍໄດ້ງ່າຍ.

▪ ນອກຈາກນີ້ໃນຜູ້ເປັນພະຍາດຕິດຕໍ່ທາງເພດສຳພັນ ລະບົບພູມຄຸ້ມກັນໃນຮ່າງກາຍຈະສົ່ງເຊລບາງປະເພດໄປທຳລາຍເຊື້ອພະຍາດເຫຼົ່ານັ້ນ ໃນຂະນະທີ່ລະບົບພູມຄຸ້ມກັນກຳລັງກຳຈັດເຊື້ອພະຍາດອາດຈະໄດ້ຮັບເຊື້ອໄວຣັສເຮສໄອວີ (HIV) ເຂົ້າມາໃນຮ່າງກາຍໄດ້ງ່າຍ

ຢາເພຣບ PrEP ປ້ອງກັນພະຍາດຕິດຕໍ່ທາງເພດສຳພັນໄດ້ບໍ່?

ຢາ PrEP ບໍ່ສາມາດປ້ອງກັນພະຍາດຕິດຕໍ່ທາງເພດສຳພັນໄດ້, ພະ​ຍາດ​ຕິດ​ຕໍ່ທາງເພດສຳພັນ ການປ້ອງກັນທີ່ດີທີ່ສຸດແມ່ນ ການໃຊ້ຖົງຢາງ​ອາ​ນະ​ໄມກ່ອນມີເພດສຳພັນເທົ່ານັ້ນ, ບໍ່​ວ່າ​ຈະມີເພດສຳພັນທາງປາກ ຫຼື ທາງຮູທະວານ.

ຢາເພຣບ PrEP

ຢາເພຣບ PrEP ແມ່ນຫຍັງ?

ຢາ​ເພ​ຣບ PrEP ຫຼື ຢາ​ປ້ອງ​ກັນ​ກ່ອ​ນ​ສຳ​ພັດ​ເຊື້ອ (Pre-Exposure Prophylaxis) ເປັນ​ຮູບ​ແບ​ບໃໝ່​ຂອງ​ການ​ປ້ອງ​ກັນກາ​ນ​ຮັບ​ເຊື້ອ​ເຮ​ສ​ໄອ​ວີ HIV​ ໂດຍ​ການ​ໃຊ້​ຢາ​ຕ້ານ​ແກ່​ຜູ​້​ທີ່ ​ບໍ່​ມີເຊື້ອ​ເຮ​ສ​ໄອ​ວີ HIV ​ເພື່ອຫຼຸດ​ໂອ​ກາດ​ການ​ຕິດ​ເຊື້ອ​ໃນ​ກໍ​ລະ​ນີ​ທີ່​ມີ​ການ​ສຳ​ພັດ​ເຊື້ອ​ເປັນ​ອີກ​ໜຶ່ງ​ຕົວ​ເລືອກ​ໃນ​ການ​ປ້ອງ​ກັນເອຮສ​ໄອ​ວີ ​HIV ທີ່​ມີ​ປະ​ສິດ​ທິ​ພາບ. ຢາ​ເພ​ຣບPrEP ສາມາດກິນໄດ້ 2 ວິທີ​ຄື:

Daily PrEP ຢາເພຣບກິນແບບລາຍວັນ: ກິນປະຈໍາທຸກມື້ເວລາເດີມ (ສາມາດກຳນົດເວລາເອງໄດ້) ແລ້ວກິນຕໍ່ເນື່ອງມື້ລະ 1 ເມັດ. ໃນການເລີ່ມຕົ້ນກິນຢາຄັ້ງທຳອິດຕ້ອງກິນຢາງໜ້ອຍ 7 ມື້ ຢ່າງຕໍ່ເນື່ອງກ່ອນມີຄວາມສ່ຽງ ແລະ ສືບຕໍ່ກິນເປັນປະຈໍາ.

On Demand PrEP ຢາເພຣບກິນເປັນໄລຍະ: ສຳລັບຜູ້ທີ່ວາງແຜນການມີເພດສຳພັນໄດ້ ຫຼື ວ່າມີເພດສຳພັນບໍ່ເປັນປະຈຳ ມີເປັນໄລຍະ ກິນສະເພາະເວລາທີ່ຈະມີເພດສຳພັນ ໂດຍກິນ 2 ເມັດ ກ່ອນການມີເພດສຳພັນ 2-24 ຊົ່ວໂມງ ແລ້ວສືບຕໍ່ກິນມື້ລະ 1 ເມັດ ຈົນກ່ວາຈະຢຸດມີເພດສຳພັນ ແລະ ສືບຕໍ່ກິນໄປອີກ 2 ມື້ຫຼັງຈາກມີເພດສຳພັນຈຶ່ງສາມາດຢຸດຢາໄດ້.

ຂ້ອຍຄວນໃຊ້ຢາເພຣບບໍ່?

ຢາເພຣບ PrEP ບໍ່ໄດ້ເໝາະກັບທຸກຄົນ ແຕ່ກໍ່ເປັນປະໂຫຍດທັງ ຊາຍ-ຍິງ ຊາຍຮັກຊາຍ ຜູ​້​ຍິງ​ຂ້າມ​ເພດ ແລະ ໃຜກໍ່ໄດ້ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ເອສໄອວີ ແລະ ສາມາດກິນຢາເພຣບຢາງຕໍ່ເນື່ອງໄດ້ທຸກມື້.

ລອງສຳຫຼວດຕົວທ່ານເອງແ​​ລ້ວ​ຕອບຄໍາຖາມ​ລຸ່ມ​ນີ້ ຖ້າທ່ານຕອບ ແມ່ນ ໃນຄໍາຖາມຂໍ້ໃດໜຶ່ງທາງດ້ານລຸ່ມ ຢາເພຣບ ອາດເປັນໜື່ງໃນວິທີປ້ອງກັນ ເອສໄອວີ ທີ່ທ່ານຄວນພິຈາລະນາເລືອກໃຊ້.

  • ເຈົ້າໃຊ້ຖົງຢາງອານາໄມບາງຄັ້ງ ຫຼື ບໍ່ໄດ້ໃຊ້ເລີຍໃນລະຫວ່າງມີ​ເພ​ດ​ສຳ​ພັນແມ່ນ ຫຼື ບໍ່?
  • ເຈົ້າເຄີຍ​ຕິດ​ພະ​ຍາດຕິດຕໍ່ທາງເພດສຳພັນບໍ່?
  • ເຈົ້າເຄີຍໃຊ້ຢາຕ້ານສຸກເສີນ ຫຼື ຢາຕ້າໄວຣັສຫຼັງການສໍາພັດເຊື້້ອ (ຢາຕ້ານຫຼັງສ່ຽງ/ຢາເພບ PEP) ຫຼາຍກ່ວາໜື່ງຄັ້ງໃນປີຜ່ານມາແມ່ນ ຫຼື ​ບໍ່?
  • ຄູ່ນອນຂອງເຈົ້າ ແລະ ເຈົ້້າ ມີສະຖານະຜົນເລືອດຕ່າງກັນ ຄື ຄູ່ນອນຂອງເຈົ້າມີເຊື້ອເອສໄອວີ ແຕ່ເຈົ້າບໍ່ມີ ແມ່ນ ຫຼື ບໍ່?
  • ເຈົ້າຢູ່ໃນຄວາມສຳພັນແບບເປີດ ຫຼື ມີເພດສຳພັນກັບຄູ່ນອນຫຼາຍຄົນແມ່ນ ຫຼື ບໍ່? (ຄູ່ນອນແບບເປີດ =  ມີແຟນແລ້ວແຕ່ຢາກມີຄູ່ນອນຫຼາຍຄົນ)
  • ເຈົ້າມີເພດສຳພັນກັບຄູ່ນອນທີ່ທ່ານບໍ່ຮູ້ສະຖານະຜົນເລືອດຂອງເຂົາແມ່ນ ຫຼື ບໍ່?
ຖ້າກິນເພຣບແລ້ວຄວນໃສ່ຖົງຢາງອະນາໄມບໍ່?

ການຕັດສິນໃຈໄດ້ວ່າເຈົ້າຕ້ອງໃຊ້ຖົງຢາງອະນາໄມ ຫຼື ບໍ່? ຖົງຢາງອະນາໄມເປັນ​ຕົວ​ຊ່ວຍປ້ອງກັນການຕິດເຊື້ອ ເຮສໄອວີ HIV ທີ່ມີປະສິດທິພາບ ແຕ່ເຮົາກໍ່ຮູ້ວ່າມີຫຼາຍຄົນທີ່ບໍ່ໄດ້ໃຊ້ທຸກຄັ້ງທີ່ມີເພດສຳພັນ ຢາເພຣບຈື່ງເປັນອີກທາງເລືອກໜຶ່ງເພື່ອການປ້ອງກັນເຊື້ອ ເຮສໄອວີ HIV.

ເຖິງຢ່າງໃດກໍ່ຕາມ ການໃຊ້ຢາເພຣບບໍ່ໄດ້ປ້ອ້ງກັນການ​ຕິດ​ເຊື້ອ​ພະ​ຍາດ​ຕິດ​ຕໍ່ທາງເພດສໍາພັນອື່ນໆເຊັ່ນ: ຊີຟິລິດ ໜອງໃນແທ້ ແລະ ໜອງໃນທຽມ… ຖົງຢາງອະນາໄມຈື່ງຍັງຄົງເປັນວິທີທີ່ດີທີ່ສຸດໃນການປ້ອງກັນການຕິດເຊື້້ອເອສໄອວີ ແລະ ພະຍາດຕິດຕໍ່ທາງ​ເພດ.

ຢາເພຣບປ້ອງກັນເອສໄອວີໄດ້ແນວໃດ?

ມີ​ຜົນ​ການ​ຄົ້​ນ​ຄ​້​ວາກ່ຽວກັບຢາເພຣບ PrEP ທີ່ໄດ້ສຳເລັດໄປແລ້ວ ແລະ ກຳລັງດຳເນີນການຢູ່ ໃນທະວີບແອບຟຣີກກາ, ເອເຊຍ, ອາເມລິກາເໜືອ ແລະ ອາເມລິກາໃຕ້ ຜົນ​ການ​ຄົ້ນ​ຄ້​ວາເຫຼົ່ານີ້ໄດ້ສຶກ​ສາໃນກຸ່ມປະຊາກອນສ່ຽງທີ່ມີຄວາມສ່ຽງຕໍ່ການສຳພັດເຊື້ອເຮສໄອວີ HIV ຈາກການມີເພດສຳພັນແບບບໍ່ໃຊ້ຖົງຢາງອະນາໄມ ແລະ ໃຊ້ເຂັມສັກຢາຮ່ວມກັນ ປະຈຸບັນມີການ​ຄົ້ນ​ຄ້​ວາກ່ຽວກັບຢາເພຣບ PrEP  ແບບສັກເຊີ່ງຜົນການຄົ້ນຄ້ວາລ່າສຸດຄືມີປະສິດທິພາບຫຼາຍກ່ວາການກິນ.

ຈາກຜົນ​ການ​ຄົ້​ນ​ຄ້​ວາ​ໄດ້ບອກເຮົາວ່າ: ວິທີປ້ອງກັນການຕິດເຊື້້ອ ເຮສໄອວີ HIV  ທັງຫຼາຍ ຖ້າເຈົ້າໃຊ້ມັນບໍ່ຖືກວິທີມັນກໍ່ບໍ່ໄດ້ຜົນ. ສຳລັບຢາເພຣບ PrEP ນີ້  ຖ້າເຈົ້າບໍ່ກິນຢາຢ່າງເຄັ່ງຄັດ ແລະ ຕໍ່ເນື່ອງທຸກມື້ ກໍ່ບໍ່ສາມາດປ້ອງກັນໂຕເຈົ້າເອງຈາກເຊື້ເຮສໄອວີ HIV ໄດ້ ແຕ່ຖ້າວ່າເຈົ້າກິນຢາຢ່າງສະໝໍ່າສະເໝີ ຈະຊ່ວຍປ້ອງກັນການຕິດເຊື້ອເຮສໄອວີ HIV ໄດ້ເຖີງ 96% ຂື້ນໄປ.

ຫຼັງກິນເພຣບແລ້ວຄວນກວດເອສໄອວີບໍ່? ຄວນກວດເລື້ອຍປານໃດ?

ກ່ອນທີ່ເຈົ້າຈະເລີ່ມໃຊ້ຢາເພຣບ PrEP ເຈົ້າຈະຕ້ອງໄດ້ຮັບການກວດເລືອດເພື່ອຢືນຢັນວ່າສະຖານະເລືອດຂອງທ່ານເປັນລົບ, ເພື່ອປ້ອງກັນຄວາມສ່ຽງໃນການເກີດການດື້ຢາຕ້ານໄວຣັສ ART ໃນກໍລະນີທີ່ທ່ານມີເຊື້ອເອສໄອວີຢູ່ໃນໂຕແລ້ວ ການດື້ຢາຕ້ານໄວຣັສ ART ຄືການທີ່ຢາຕ້ານບໍ່ສາມາດຄວບຄຸມປະລິມານເຊື້ອໄວຣັສເຮສໄອວີ HIV  ໄດ້. ດັ່ງນັ້ນການຢືນຢັນສະຖານະຜົນເລືອດທີ່ເປັນລົບຈື່ງເປັນສິ່ງສໍາຄັນຫຼາຍກ່ອນທີ່ທ່ານຈະເລີ່ມຢາເພຣບ.

ເມື່ອເຈົ້າກິນຢາເພຣບ PrEP ເຈົ້າຄວນກວດເລືອດ​ຢ່າງ​ເປັນ​ປະ​ຈຳທຸກໆ 3 ເດືອນເພື່ອໃຫ້ໝັ້ນໃຈວ່າການກິນຢາເພຣບ PrEP ເປັນວິທີ່ທີ່ເໝາະສົມກັບໂຕເຈົ້າ.

ຢາເພຣບ PrEP ມີຜົນຂ້າງຄຽງບໍ່, ມີຜົນກະທົບຕໍ່ຮ່າງກາຍແນວໃດ?

ໃນໄລຍະ 2 ອາທິດທຳອິດຫຼັງຈາກເລີ່ມກິນຢາເພຣບ PrEP ບາງຄົນມີອາການປວດຫົວ ອາການປວດຮາກ ອ່ອນເພຍ ແລະ ວິນຫົວ ອາການເຫຼົ່ານີ້ຈະເຊົ່າໄປເອງໃນລະຍະສັ້ນເຊີ່ງອາການເຫຼົ່ານີ້ເອີ້ນວ່າ ອາການເລີ່ມກິນຢາໃໝ່.

ຜູ້ເຂົ້າຮ່ວມການຄົ້ນ​ຄ້​ວາບາງຄົນມີຄ່າ​ຂອງການເຮັດວຽກຂອງໝາກ​ໄຂ່ຫຼັງສູງຂື້ນ ອາການຂ້າງຄຽງແບບນີ້ບໍ່ມີອາການສະແດງອອກທາງຮ່າງກາຍໃຫ້ເຫັນ ໄດ້ຊັດເຈນ ດັ່ງນັ້ນເຈົ້າຈຶ່ງຄວນໃຫ້ແພດກວດການເຮັດວຽກຂອງໝາກໄຂ່ຫຼັງເປັນປະຈຳລະຫ່ວາງກິນຢາເພຣບ PrEP.

ຜູ້ເຂົ້າຮ່ວມ​ການ​ຄົ້ນ​ຄ​້​ວາບາງຄົນມີຄວາມໜາແໜ້ນຂອງມວນກະດູກຫຼຸດລົງໃນຊ່ວງ 2 – 3 ເດືອນທໍາອິດ ແຕ່ກໍ່ຫຼຸດລົງພຽງເລັກນ້ອຍ ບໍ່ມີຜົນຕໍ່ເນື່ອງໃນໄລຍະຍາວ ແລະ ບໍ່ເພີ່ມຄວາມສ່ຽງຕໍ່ການພຸແຕກຂອງກະດູກ ເມື່ອເຊົາກິນຢາແລ້ວ ຄວາມໜາແໜ້ນຂອງມວນກະດູກກໍ່ຈະກັບມາເປັນປົກກະຕິ.

ການໃຊ້ສານເສບຕິດຈະມີຜົນກະທົບຕໍ່ປະສິດທິພາບຂອງຢາເພຣບ PrEP ບໍ່?

ບໍ່ພົບຄວາມແຕກຕ່າງໃນປະສິດທິພາບຂອງຢາເພຣບ PrEP ລະຫວ່າງ​ຄົນກິນຢາເພຣບ PrEP ທີ່ໃຊ້ສານເສບຕິດເປັນບາງ​ຄັ້ງ ແລະ ກັບຄົນທີ່ບໍ່ໃຊ້ສານເສບຕິດ. ເຖີງຢາງໃດກໍ່ຕາມ ການເປີດເຜີຍປະຫວັດ ການໃຊ້ສານເສບຕິດໃຫ້ແພດໝໍໄດ້ຮັບຮູ້ກ່ອນເລີ່ມໃຊ້ຢາເພຣບ PrEP ແລະ ເມື່ອຮັບຢາເພຣບ PrEP ຕໍ່ເນື່ອງກໍ່ເປັນສິ່ງສໍາຄັນເພື່ອປ້ອງກັນຜົນກະທົບທີ່ບໍ່ຄາດຄິດອາດເກີດຂື້້ນ.

ສິ່ງທີ່ຄວນຄໍານື່ງຢູ່ຕະຫຼອດຄື ຢາເພຣບຈະມີປະສິດທິພາບໜ້ອຍລົງ ຫຼື ບໍ່ມີປະສິດທິພາບເລີຍ ຖ້າເຈົ້າບໍ່ກິນຢາຕິດຕໍ່ກັນເປັນ​ປົກ​ກະ​ຕິ. ໃນກຸ່ມຄົນທີ່ໃຊ້ສານເສບຕິດ ຫຼື ມີເພດສຳພັນແບບກຸ່ມເປັນປະຈຳ ສ່ວນຫຼາຍຈະມັກລືມກິນຢາ PrEP 

(ສໍາລັບຜູ້ທີ່ໃຊ້ສານເສບຕິດໂດຍສັກສານເສບຕິດເຂົ້້າເລືອດ ສາມາດຫຼຸດຜ່ອນຄວາມສ່ຽງການຕິດເຊື້ອ ເອສໄອວີ (HIV)ໄດ້ 74% ຖ້າກິນຢາຢ່າງສະໝໍ່າສະເໝີ)

ຢູ່ໃນລາວສາມາດຮັບຢາເພຣບ PrEP ຢູ່ໃສແດ່?

ຢູ່ໃນ ລາວ ສາມາດຮັບຢາເພຣບໄດ້ດ້ວຍການເຂົ້າໂຄງການ ແລະ ຮັບໄດ້ທີ່ໂຮງໝໍ ໄຊເສດຖາທິລາດ, ບ້ານດອນກອຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ແລະ ໂຮງໝໍ ມິດຕະພາບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.

ຢາເພຣບ PEP

ຢາເພບ PEP ແມ່ນຫຍັງ?

ຖ້າເຈົ້າມີຄວາມສ່ຽງ ແລະ ຄິດວ່າອາດຈະໃດ້ຮັບເຊື້ອເຮັສໄອວີ HIV ໃຫ້ຟ້າວກີນຢາເພບ PEP ທັນທີ່ເພື້ອລົດໂອກາດການຕິດເຊື້ອ. ສ່ຽງປຸບກິນເປບ!

ຢາເພບ PEP ແມ່ນຢາປ້ອງກັນຫຼັງການສໍາພັດເຊື້ອ (post Exposure prophylaxis) ຢາຕ້ານສຸກເສີນ ເປັນຢາຕ້ານໄວຣັສທີ່ຊ່ວຍຫຼຸດໂອກາດການສ້າງໄວຣັສເຮສໄອວີ HIV ໃນຮ່າງກາຍຫຼັງການສໍາພັດເຊື້ອ. ສໍາຫຼັບຜູ້ທີ່ມີຄວາມສ່ຽງ ຫຼື ຄິດວ່າອາດໃດ້ຮັບເຊື້ອເຮສໄອວີ HIV ຕ້ອງເລີ່ມກິນຢາເພບ PEP ພາຍໃນ 72 ຊົ່ວໂມງຫຼັງການສໍາພັດເຊື້ອ ຖ້າເລີ່ມກິນໄວເທົ່າໃດ ການປ້ອງກັນຍິ່ງເພີ່ມຫຼາຍຂື້ນເທົ່ານັ້ນ ແລະ ຕ້ອງກີນຢາໃຫ້ຖຶກວິທີ ຈື່ງຈະມີປະສິດທິພາບຫຼາຍແນວໃດກໍ່ຕາມມັນບໍ່ສາມາດຢືນຢັນໄດ້ວ່າມັນຈະປ້ອງກັນການຕິດເຊື້ອໄດ້100%.

ຢາເພຣບ PrEP ແລະ ຢາເພບ PEP ແຕກຕ່າງກັນແນວໃດ?
  • ຢາເພຣບ PrEP ແມ່ນຢາກິນກ່ອນການສໍາພັດເຊື້ອ ເຮສໄອວີ HIV ສຳລັບຜູ້ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອຈະຕ້ອງກິນຢາ PrEP ທຸກມື້ເພື່ອຫຼຸດຜ່ອນໂອກາດຈະຕິດເຊື້ອ.
  • ຢາເພບ PEP ແມ່ນຢາກິນເພື່ອປ້ອງກັນຫຼັງມີການສໍາພັດເຊື້ອເຮສໄອວີ HIV ຕ້ອງເລີ່ມກິນຢາພາຍໃນ24ຊົ່ວໂມງ ແຕ່ບໍ່ໃຫ້ກາຍ72ຊົ່ວໂມງ ຫຼື ພາຍໃນ 3ມື້ ຫຼັງຈາກມີຄວາມສຽງໃນການຕິດເຊື້ອເຮສໄອວີ HIV ຖ້າທ່ານກິນຢາເພບ PEPທ່ານຕ້ອງກິນຢາມື້ລະຄັ້ງ ຄັ້ງລະ1ເມັດຕິດຕໍ່ກັນເປັນເວລາ 28 ມື້.
ໃຜແດ່ທີ່ສາມາດກິນຢາເພບ PEP ໄດ້?

ຖ້າເຈົ້າບໍ່ແມ້ນຜູ້ຕິດເຊື້ອ HIV ຫຼື ບໍ່ຮູ້ສະນະຜົນເລືອດຂອງໂຕເອງ ແລະ ພາຍໃນ 72ຊົ່ວທີ່ຜ່ານມາເຈົ້າມີພຶດຕິກໍາດັ່ງນີ້:

  • ຄິດວ່າຕົນເອງອາດໃດ້ສໍາຜັດເຊື້ອ HIV ໃນລະວ່າງການມີເພດສໍາພັນ (ເຊັ່ນ: ມີເພດສໍາພັດແບບບໍ່ປ້ອງກັນກັບຄົນທີ່ມີຜົນເລືອດບວກ ຫຼື ບໍ່ຮູ້ສະນະເລືອດຂອງຄູ່ນອນ, ຖົງຢາງຫຼຸດ, ຖົງຢາງແຕກ ເປັນຕົ້ນ)
  • ໃຊ້ເຂັກສັກຢາຮ່ວມກັບຄົນອື້ນ.
  • ຖຶກຊໍາເລົາທາງເພດ.

ເຈົ້າຕ້ອງຟ້າວຕິດຕໍ່ຄີຣນິກທີ່ເປັນເຄື່ອຄ້າຍຂອງ testVTE ຫຼືໂຮງໝໍທີ່ສາມາດສະໜອງຢາເພບໃດ້.

ຢາເພບໃຊ້ໃນກໍລະນີສຸກເສີນເທົ່ານັ້ນ ແລະ ຕ້ອງເລີມກິນຢາພາຍໃນ 72 ຊົ່ວໂມງຫຼັງຈາກມີຄວາມສ່ຽງ ຫຼື ຄິດວ່າຕົນເອງໃດ້ຮັບເຊື້ອ HIV ມາ.

ຢາເພບ PEP ໃຊ້ແທນວິທີ່ປ້ອງກັນເຊື້ອແບບອື່ນໄດ້ບໍ່?

ຢາເພບ PEP ບໍ່ສາມາດໃຊ້ປ້ອງກັນເຊື້ອເຮສໄອວີ HIV ໃນຮູບແບບ ອື່ນໄດ້ເຊັນ:

    – ການໃຊ້ຢາຕ້ານກ່ອນການສຳພັດເຊື້ອ ຫຼື ຢາເພຣບ PrEP ທີ່ຕ້ອງກິນມື້ລະເມັດເພື່ອຫຼຸດໂອກາດໃນການຕິດເຊື້ອ.

    – ການໃຊ້ຖົງຢາງອານາໄມໃຫ້ຖືກວິທີທຸກຄັ້ງທີ່ມີເພດສຳພັນ.

    – ການໃຊ້ເຂັມສັກຢາທີ່ຂ້າເຊື້ອແລ້ວທຸກຄັ້ງທີ່ສັກຢາ.

ຢາເພບ PEP ໃຊ້ເປັນຢາປ້ອງກັນເຊື້ອເຮສໄອວີ HIV ໄດ້ 100% ບໍ່?

ຢາເພບ PEP ເປັນຢາ ທີ່ປ້ອງກັນການຕິດເຊື້ອເຮສໄອວີ HIV ແບບສຸກເສີນທີ່ມີປະສິດຕິພາບ ແຕ່ບໍ່ສາມາດປ້ອງກັນເຊື້ອໄດ້ 100% ດັ່ງນັ້ນເຮົາຕ້ອງໃຊ້ຖົງຢ່າງອານາໄມທຸກຄັ້ງທີ່ມີເພດສຳພັນ ເພື່ອປ້ອງກັນເຊື້ອ HIV ພ້ອມທັງຫຼຸດຜ່ອນການແຜ່ເຊື້ອໃຫ້ກັບຄົນອື້ນຖ້າເຈົ້າມີເຊື້ອໃນລະຫວ່າງທີ່ກີນຢາເພບ PEP ຢູ່.

ຢາເພບ PEP ຄວນກິນຕອນໃດ?

ຢາເພບ PEP ຕ້ອງເລີ່ມກິນພາຍໃນ 72 ຊົ່ວໂມງຫຼັງຈາກສຳພັດເຊື້ອ ກິນໄວເທົ່າໃດກໍ່ຫຍິ່ງໄດ້ຜົນດີ. ການເລີ່ມກິນຢາຫຼັງມີຄວາມສ່ຽງໃນການສຳພັດເຊື້ອເປັນເລື່ອງສຳຄັນ, ຜົນການຄົ້ນຄົ້ວເຫັນວ່າ ເພບ PEP ມີປະສິດທິພາບໜ້ອຍລົງ ຫຼື ບໍ່ໄດ້ຜົນເລີຍໃນການປ້ອງກັນເຮສໄອວີ HIV ຫາກກິນຊ້າກ່ວາ 72 ຊົ່ວໂມງ.

ໃນການກິນຢາເພບ PEP ຈໍາເປັນຕ້ອງໃດ້ກີນທຸກມື້ຕິດຕໍ່ເປັນເວລາ 28 ມື້.

ເຮັດແນວໃດ້ຖ້າກີນຢາເພບ PEP ບໍ່ຄົບໂດສ?

ການກິນຢາຊ້າ ຫຼື ບໍ່ຖຶກເວລາແມ້ນດີກວ່າການບໍ່ໄດ້ກິນຢາເລີຍ ແຕ່ຖ້າເຈົ້າລືມກິນຢາ ຫຼື ກິນຢາບໍ່ຄົບໂດສ ຄວນໄປຫາແພດໝໍ  ບໍ່ຄວນກິນຢາເພີ່ມຂະໜາດໃນຄັ້ງຕໍ່ໄປດ້ວຍຕົນເອງ.

ຢາເພບ PEP ມີຜົນຂ້າງຄຽງແນວໃດ?

ຢາເພບ PEP ເປັນຢາທີ່ປອດໄພແຕ່ກໍ່ມີຜົນຂ້າງຄຽງເຊັ່ນດຽວກັນ ບາງຄົນອາດມີອາການ: ຖອກທ້ອງ, ປວດຫົວ, ປວດຮາກ ອາການເຫຼົ່ານີ້ບໍ່ເປັນອັນຕະລາຍ ແລະ ປິ່ນປົວໄດ້.

ການໃຊ້ສານເສບຕິດຈະມີຜົນຕໍ່ຢາເພບ PEP ແນວໃດ?

ຈາກຜົນການຄົ້ນຄົ້ວເຫັນວ່າຜູ້ທີ່ໃຊ້ສານເສບຕິດ ແລະ ກິນຢາເພບ PEP ໃນເວລາດຽວກັນ ຍັງບໍ່ເຫັນຄວາມແຕກຕ່າງລະຫວ່າງຜູ້ທີ່ໃຊສານເສບຕິດ ແລະ ຜູ້ທີ່ບໍ່ໃຊ້. ຖິງແນ່ວໃດກໍ່ຕາມການບອກແພດໝໍວ່າໂຕເອງນັ້ນໃຊ້ສານເສບຕິດແມ່ນມີຄວາມສຳຄັນ ເພື່ອປ້ອງກັນຜົນກະທົບທີ່ອາດຈະເກີດຂື້ນໄດ້.

   – ແຕ່ເຮົາກໍ່ຄວນຈື່ໄວ້ວ່າຢາ ເພບ ຈະມີຜົນດີ ຫຼື ໜ້ອຍລົງແມ່ນຂື້ນກັບໂຕເຈົ້າເອງກິນຢາເປັນປະຈຳທຸກມື້ ຫຼື ບໍ່.

   – ໃນກໍ່ລະນີກຸ່ມທີ່ໃຊ້ສານເສບຕິດ ແລະ ກຸ່ມຄົນທີ່ມີເພດສຳພັນແບບກຸ່ມເປັນປະຈຳ ເຫັນວ່າພວກເຂົາບໍ່ສາມາດກີນຢາ ເພບ ໃດ້ຢ່າງຕໍ່ເນື່ອງ.

ໃຊ້ ເພບ PEP ທຸກຄັ້ງທີມີເພດສຳພັນໂດຍບໍ່ໃຊ້ຖົງຢາງໄດ້ບໍ່?

– ເຮົາຄວນໃຊ້ຢາເພບ PEP ໃນເວລາສຸກເສີນເທົ່ານັ້ນ.

– ຢາເພບ PEP ບໍ່ແມ່ນທາງເລືອກທີ່ດີທີສຸດຂອງກຸ່ມຄົນທີມີຄວາມສ່ຽງໃນການສຳພັດເຊື້ອເຮສໄອວີ HIV.

ຕົວຢ່າງ: ຄົນທີ່ບໍ່ໃດ້ກີນຢາເພຣບ PrEP ແລະ ມັກມີເພດສຳພັນແບບບໍ່ໃຊ້ຖົງຢ່າງອານາໄມ ກັບຄູ່ນອນທີ່ມີຜົນເລືອດເປັນບວກ ຫຼື ກັບຄົນທີບໍ່ຮູ້ຜົນເລືອດຂອງຕົນເອງ.

– ຖ້າມີພຶດຕິກຳສ່ຽງເປັນປະຈຳຄວນໃຊ້ຖົງຢ່າງອະນາໄມ ແລະ/ຫຼື ກີນຢາເພຣບ PrEP ຈະເປັນທາງເລືອກທີ່ດີກວ່າ.

ຢູ່ໃນລາວເຈົ້າສາມາດຮັບຢາເພບ PEP ໄດ້ຢູ່ໃສແດ່?

ເຮົາສາມາດຮັບຢາ PEP ຈາກໂຮງໜໍຂອງລັດໄດ້ທີ່: ໂຮງໝໍເສດຖາທິລາດ, ໂຮງໝໍມະໂຫສົດ, ໂຮງໝໍມິດຕະພາບ.

ຢາເພບ PEP ລາຄາເທົ່າໃດ?

ຢາເພບ ບໍ່ມີຂາຍຕາມທ້ອງຕະຫຼາດທົ່ວໄປ ແຕ່ຖ້າເຈົ້າມີຄວາມສ່ຽງ, ເຈົ້າສາມາດຕິດຕໍ່ຫາບັນດາໂຮງໝໍທີ່ລະບຸໄວຂ້າງເທິງ.