[vc_row full_width=”stretch_row” css=”.vc_custom_1631607866974{background-image: url(https://testvte.org/wp-content/uploads/2021/09/get-tested-v5.jpg?id=899) !important;background-position: center !important;background-repeat: no-repeat !important;background-size: cover !important;}”][vc_column][cz_gap height=”750px”]

ຮູ້ຜົນເລີ່ມຮັກສາ

[/vc_column][/vc_row][vc_row][vc_column][cz_gap height=”30px”]

ການຮັກສາໂດຍຢາຕ້ານໄວຮັສ

[cz_gap height=”30px”][/vc_column][/vc_row][vc_row][vc_column][cz_accordion open_icon=”fa czico-124-add-6″ close_icon=”fa czico-line-button” icon_before=”true” id=”cz_94046″ sk_title=”font-size:26px;font-weight:800;background-color:#fff100;padding-top:10px;padding-bottom:10px;border-style:none;” sk_open_icon=”opacity:0.6;” sk_close_icon=”opacity:0.6;” sk_title_hover=”color:#ffffff;text-shadow:1px 1px 1px #949696;” sk_content=”border-style:none;”][cz_acc_child title=”ຂັ້ນຕອນການເຂົ້າຢາ ARV/ART” id=”cz_56426″]
     ເຮສໄອວີ HIV ຮັກສາໄດ້ໂດຍການກິນຢາຫຼາຍຊະນິດ ເຊີ່ງເອີ້ນວ່າການຮັກສາດ້ວຍຢາຕ້ານໄວຣັສ(antiretroviral therapy-ART ) ແຕ່ HIV (ເຮສໄອວີ) ບໍ່ສາມາດຮັກສາໃຫ້ຫາຍຂາດໄດ້ ແຕ່ການຮັກສາດ້ວຍຢາຕ້ານໄວຣັສຈະຊ່ວຍຄວບຄຸມຈຳນວນເຊື້ອ HIV ໃນຮ່າງກາຍ ເຮັດໃຫ້ຜູ້ທີ່ມີເຊື້ອ HIV (ເຮສໄອວີ)ມີສຸຂະພາບເເຂງເເຮງ ແລະ ໃຊ້ຊີວິດໄດ້ແບບຄົນປົກກະຕິ ແລະ ຫຼຸດຜ່ອນ ຄວາມສ່ຽງໃນການສົ່ງເຊື້ອໃຫ້ຄົນອື່ນອີກດ້ວຍ.
[/cz_acc_child][cz_acc_child title=”ການຮັກສາໂດຍຢາຕ້ານໄວຣັສ ART ແມ່ນຫັຍງ?” id=”cz_80549″]
     ການຮັກສາດ້ວຍຢາຕ້ານໄວຣັສ ຄືການໃຊ້ຢາຫຼາຍຊະນິດເພື່ອການຄວບຄຸມເຮສໄອວີ HIV ໃນຮ່າງກາຍບໍ່ໃຫ້ເພີ່ມຈຳນວນ ໂດຍຕ້ອງກິນໃຫ້ຄົບ ຕົງຕໍ່ເວລາ ແລະ ບໍ່ສາມາດຫຍຸດຢາຕ້ານໄດ້ເອງ ການຮັກສາໂດຍຢາຕ້ານໄວຣັສ ຈະໄດ້ຜົນກໍ່ຕໍ່ເມື່ອ ກິນຢາຄົບ ແລະ ຕົງຕໍ່ເວລາ ແລະ ປະຕິບັດຕາມຄຳສັ່ງຂອງເເພດໝໍ, ເເຕ່ເຊື້ອເຮສໄອວີ HIV ຈະບໍ່ໝົດໄປຈາກຮ່າງກາຍ ເເຕ່ຈະຖືກຄວບຄຸມໃຫ້ໜ້ອຍທີ່ສຸດ ຈົນບໍ່ສາມາດທຳລາຍພູມຄຸ້ມກັນຂອງຮ່າງກາຍຜູ້ທີ່ມີເຊື້ອເຮສໄອວີ ທີ່ໃດ້ຮັບການຮັກສາໂດຍຢາຕ້ານໄວຣັສ ເເລະ ມີສຸຂະພາບແຂງເເຮງແບບຄົນປົກກະຕິ.
ການຮັກສາໂດຍຢາຕ້ານໄວຣັສ ຍັງຊ່ວຍຫຼຸດໂອກາດການເເຜ່ເຊື້ອເຮສໄອວີ HIV ຖ້າມີເຊື້ອເຮສໄອວີໜ້ອຍເທົ່າໃດ ໂອກາດທີ່ຈະສົ່ງເຊື້ອຕໍ່ຄົນອື່ນກໍ່ຈະຫຼຸດລົງ ນອກນັ້ນຢາຕ້ານມີຄຸນປະໂຫຍດດ້ານການຮັກສາ ແລະ ປ້ອງກັນການສົ່ງເຊື້ອໃຫ້ຄົນອື່ນອີກດ້ວຍ.

[/cz_acc_child][cz_acc_child title=”ຖ້າເລີ່ມໃຊ້ຢາຕ້ານ ART ແລ້ວຍັງຈໍາເປັນຕ້ອງໃຊ້ຖົງຢາງອະນາໄມບໍ່?” id=”cz_52317″]
     ການຮັກສາດ້ວຍຢາຕ້ານຣັສ ART ຊ່ວຍຫຼຸດໂອກາດການຕິດເຊື້ອໃຫ້ກັບຄູ່ນອນ ໝາຍຄວາມວ່າຄູ່ເຮົາຍັງມີໂອກາດທີ່ຈະໄດ້ຮັບເຊື້ອ ເຮສໄອວີ HIV ຖ້າມີເພດສຳພັນໂດຍບໍ່ປ້ອງກັນ, ນອກຈາກນີ້ ການຮັກສາດ້ວຍຢາຕ້ານໄວຣັສ ບໍ່ສາມາດຄວບຄຸມການຕິດເຊື້ອເພີ່ມຈາກເຮສໄອວີ ສາຍພັນອື່ນ ແລະ ເຊື້ອຕິດຕໍ່ທາງເພດສຳພັນ ເຊັ່ນ: ຊິຟິລິດ,ຫນອງໃນແທ້,ຫນອງໃນທຽມ ເຊີ່ງຈະເຮັດໃຫ້ການຮັກສາດ້ວຍຢາຕ້ານໄວຣັສ ART ມີຄວາມຫຍຸ້ງຍາກຫລາຍຂື້ນ. ດັ່ງນັ້ນຖ້າເລີ່ມໃຊ້ຢາຕ້ານເເລ້ວ ກໍ່ຕ້ອງໃຊ້ຖົງຢ່າງອານາໄມ ຄວບຄູ່ກັບນໍ້າຢາລໍ່ລື່ນ ແລະ ຕ້ອງກວດຫາເຊື້ອພະຍາດຕິດຕໍ່ທາງເພດສຳພັນຢ່າງສະໝ່ຳສະເໝີ.
[/cz_acc_child][cz_acc_child title=”ຢາທີ່ໃຊ້ຮັກສາເຮສໄອວີ HIV ມີຫັຍງເເດ່?” id=”cz_15072″]
ຢາຕ້ານໄວຣັສທີ່ໃຊ້ຮັກສາເຮສໄອວີ HIV ມີຫຼາຍກຸ່ມເຊີ່ງເເພດຈະປະເມີນເປັນລາຍບຸກຄົນວ່າຄວນໃຊ້ຢາໂຕໃດຈາກຢາຕ້ານກຸ່ມໃດໃນການຮັກສາຮ່າງກາຍຂອງຜູ້ຕິດເຊື້ອ, ແຕ່ລະຄົນຕອບສະຫນອງຕໍ່ຢາຕ້ານໄວຣັສບໍ່ຄືກັນ ຜູ້ທີ່ມີເຊື້ອເຮສໄອວີ ແລະ ທ່ານໝໍທີ່ປິ່ນປົວຄວນວາງເເຜນການຮັກສາຮ່ວມກັນ.
[/cz_acc_child][cz_acc_child title=”ຜົນຂ້າງຄຽງຈາກຢາຕ້ານໄວຣັສ HIV ມີຫັຍງແດ່?” id=”cz_109478″]
ຜູ້ມີເຊື້ອຫລາຍຄົນມີຄວາມກັງວົນຕໍ່ຜົນຂ້າງຄຽງ ຂອງຢາຕ້ານໄວຣັສ ເຊິ່ງໃນອາດີດຢາຕ້ານໄວຣັສ ລຸ້ນທໍາອິດມີຜົນຂ້າງຄຽງ ອາດຈະມີຄວາມຮຸ່ນແຮງ ແຕ່ດວ້ຍເຕັກໂນໂລຊີການຜະລິດທີ່ກ້າວຫນ້າຫລາຍຂຶ້ນເຮັດໃຫ້ ຢາຕ້ານໄວຣັສໃນປະຈຸບັນມີຜົນຂ້າງຄຽງຫນ່ອຍລົງ, ສວ່ນໃຫ່ຍມັກເກີດໃນຊ່ວງເລິ່ມຕົ້ນຂອງການໃຊ້ຢາຕ້ານ ແລະ ຈະຄ່ອຍຫຼຸດລົງຈົນຫາຍໄປເອງ ເຊິ່ງອາດໃຊ້ເວລາດົນຫຼາຍມື້ຫຼາຍເດືອນກໍ່ເປັນໄດ້ ຜົນຂ້າງຄຽງຂອງຢາຕ້ານໄວຣັສທີ່ພົບເຫັນຫຼາຍໄດ້ແກ່:

 

  1. ພາວະເລືອດຈາງ
  2. ຖອກທ້ອງ
  3. ວິນຫົວ
  4. ອ່ອນເພຍ
  5. ເຈັບຫົວ
  6. ປວດຮາກ
  7. ປວດເມື່ອຍ, ຊາໄປຕາມສ່ວນຕ່າງໆ
  8. ເປັນຜື່ນຄັນ

ຫາກກິນຢາຕ້ານແລ້ວມີອາການຂ້າງຄຽງ ຫຼື ແພ້ຢາຕອ້ງຟ້າວປຶກສາແພດເພື່ອພິຈາລະນາປັບສູດຢາ ຫ້າມປ່ຽນຢາ ຫຼື ຢຸດຢາດ້ວຍຕົນເອງ.

[/cz_acc_child][cz_acc_child title=”ຄວນເລີ່ມການຮັກສາເຮສໄອວີ HIV ຕອນໃດ?” id=”cz_49421″]
     ເຈົ້າສາມາດເລີ່ມການຮັກສາໄດ້ທັນທີ່ຫລັງຈາກຮູ້ຜົນເລືອດວ່າເປັນບວກ ການຮັກສາທັນທີ່ຫລັງຈາກຮູ້ຜົນເລືອດສົ່ງຜົນດີຕໍ່ສຸຂະພາບໃນໄລຍະຍາວ ການເຂົ້າສູ່ຂະບວນການຮັກສາຍັງໝາຍເຖິງການຫຼຸດໂອກາດໃນການແຜ່ເຊື້ອໃຫ້ກັບຄູ່ນອນ, ແນວທາງການຮັກສາເຮສໄອວີ HIV ຂອງກະຊວງສາທາລະນະສຸກແມ່ນສົ່ງເສິມໃຫ້ຜູ້ມີເຊື້ອເຮສໄອວີເຂົ້າຮັບການຮັກສາໄດ້ທັນທີ່ ບໍ່ວ່າຈະມີເຊື້ອດົນປານໃດກໍໍ່ຕາມ.
[/cz_acc_child][cz_acc_child title=”ຖ້າຫາກລຶມກິນຢາຕ້ອງເຮັດແນວໃດ?” id=”cz_55261″]
ການຮັກສາດ້ວຍຢາຕ້ານໄວຣັສ ທີ່ມີປະສິດທິພາບ ຕ້ອງກິນຢາຄົບ,ຕົງຕໍ່ເວລາ ແລະ ກິນຢ່າງຕໍ່ເນື່ອງ ຢາຕ້ານໄວຣັສຊ່ວຍຄວບຄຸມບໍ່ໃຫ້ເຊື້ອເຮສໄອວີ ໃນຮ່າງກາຍຂະຫຍາຍໂຕ. ການລຶມກິນຢາ ຫຼື ກິນຢາບໍ່ຕົງຕໍ່ເວລາເລື່ອຍໆເຮັດໃຫ້ການຄວບຄຸມປະລິມານໄວຣັສ ໃນຮ່າງກາຍບໍ່ຕໍ່ເນື່ອງ ແລ້ວເປີດຊ່ອງທາງໃຫ້ເຊື້ອກັບມາຂະຫຍາຍພັນໄດ້ອີກ ແລະ ອາດປັບໂຕຈົນກາຍເປັນເຊື້ອດື້ຢາ ເຮັດໃຫ້ຢາຕ້ານສູດທີ່ກິນຢູ່ບໍ່ໄດ້ຜົນ ແລະ ຕ້ອງປ່ຽນສູດຢາ ຫາກລືມກິນຢາຕາມເວລາໃຫ້ຟ້າວກິນທັນທີ ທີ່ຄິດອອກ ຖ້າລືມຂ້າມມື້ກໍ່ຍັງສາມາດກິນໄດ້ ແຕ່ຕ້ອງກິນກ່ອນຢາເມັດຕໍ່ໄປຢ່າງໜ້ອຍ 2 ຊົ່ວໂມງ, ຖ້າຫາກຄິດອອກວ່າລືມກິນຢາ ແລະ ອີກບໍໍ່ເຖິງສອງຊົ່ວໂມງກໍ່ເຖິງເວລາກິນຢາເມັດຕໍ່ໄປ ໃຫ້ຖິ້ມຢາເມັດທີ່ລືມກິນກ່ອນໜ້ານີ້ ແລະ ລໍຖ້າກິນຢາເມັດຕໍ່ໄປທີ່ຕົງຕໍ່ເວລາ ຫ້າມນຳຢາເມັດທີ່ລືມມາກິນພ້ອມຢາທີ່ຈະກິນໃໝ່.

[/cz_acc_child][cz_acc_child title=”ສາມາດເຂົ້າຮັບການຮັກສາໄດ້ຢູ່ໃສ່ແນ່?” id=”cz_75749″]
ສາມາດຮັກສາໃດ້ຢູ່ໂຮງຫມໍເເຂວງ ທົ່ວປະເທດ ດັ່ງລຸ່ມນີ້:

 

  1. ໂຮງ​ໝໍ​ເ​ຊດ​ຖາ​ທິ​ຣາດ ພະ​ແນກ​ຊຶມ​ເຊື້ອ
  2. ໂຮງ​ໝໍ​ມະ​ໂຫ​ສົດ ພະ​ແນກ​ຊຶມ​ເຊື້ອ
  3. ໂຮງ​ໝໍົ150ຕຽງ ພະ​ແນກ​ຊຶມ​ເຊື້ອ
  4. ໂຮງໝໍເເຂວງຫຼວງພະບາງ
  5. ໂຮງໝໍເເຂວງຫຼວງນໍ້າທາ
  6. ໂຮງໝໍເເຂວງໄຊຍະບູລີ
  7. ໂຮງໝໍເເຂວງຄຳມ່ວນ
  8. ໂຮງໝໍແຂວງສະຫັວນນະເຂດ
  9. ໂຮງໝໍເເຂວງຈຳປາສັກ
  10. ໂຮງໝໍເເຂວງບໍ່ເເກ້ວ
  11. ໂຮງໝໍເເຂວງບໍ່ລິຄໍາໄຊ
[/cz_acc_child][cz_acc_child title=”ຄ່າໃຊ້ຈ່າຍໃນການຮັກສາດ້ວຍຢາຕ້ານໄວຮັສລາຄາເທົ່າໃດ?” id=”cz_104688″]
ຄ່າໃຊ້ຈ່າຍໃນການເຂົ້າຮັບຢາປິ່ນປົວບາງສູນອາດຈະໃດ້ເສຍຄ່າກວດເຊັ່ນ:

 

  1. ກວດກາການເຮັດວຽກຂອງຕັບ ແລະ ໝາກໄຂ່ຫຼັງ
  2. ຊອກຫາຊິຟິລີດ
  3. ໄວຣັສຕັບອັກເສບ A.B.C

ໂດຍສະເລ່ຍຄ່າໃຊ້ຈ່າຍປະມານ 200,000ກີບ – 600,000ກີບ
ສູນຈ່າຍຢາຕ້ານໄວຣັສມີຢູ່ 11 ສູນທົ່ວປະເທດທີ່ໃດ້ລະບຸໄວ້ຂ້າງເທິງ

[/cz_acc_child][cz_acc_child title=”ຖ້າໃຊ້ຢາເສບຕິດບາງຄັ້ງຈະສົ່ງຜົນຕໍ່ປະສິດຕິພາບຂອງຢາຕ້ານໄວຣັສ ຫຼື ບໍ່?” id=”cz_108390″]
      ຢາເສບຕິດມີຫຼາຍຊະນິດທີ່ເຮົາຍັງບໍ່ຮູ້ວ່າ ຈະລົດປະສິດຕິພາບຂອງການເຮັດວຽກຂອງຢາຕ້ານ ເຮສໄອວີ HIV ຫຼື ບໍ່ຫາກໃຊ້ຮ່ວມກັນ ດັ່ງນັ້ນຄວນປືກສາເເພດຫມໍຜູ້ຊ່ຽວຊານ ຂໍຄຳປືກສາຈາກເເພດຫມໍຜູ້ທີ່ຊ່ຽວຊານ
ຂໍ້ມູນທີ່ເຮົາຮູ້ຕອນນີ້ ຄື: ຖ້າຫາກກິນຢາຕ້ານ ເຮສໄອວີ HIV ກຸ່ມສານຢັບຢັ້ງເອນໄຊໂປຣຕີເອສ ຫຼື ພີໄອ (protease Inhibitors: PI) ຫຼື ຢາໄອ້ (Meth) ຢາອີ (MDMA) ແລະ ຢາບ້າ (Amphetamine) ອາດສົ່ງຜົນໃຫ້ລະດັບສານເສບຕິດໃນຮ່າງກາຍເພີ່ມຂື້ນ ເຊີ່ງເຮັດໃຫ້ຜົນຂ້າງຄຽງຂອງຢາເເຮງຂື້ນ ອາດເຮັດໃຫ້ເສຍຊິວິດໄດ້.ດັ່ງນັ້ນ: ຢາຕ້ານໄວຣັສ ເຮສໄອວີ HIV ທີ່ມີຊື່ລົງທ້າຍດ້ວຍ “nir ” ເຊັ່ນ: Amprenavir, Ratazanavir ຫຼື Darunavir ຢາກຸ່ມນີ້ອາດມີສານຢັບຢັ້ງເອນໄຊ້ໂປຣຕີເອສ ຢູ່ນຳ. ເພື່ອຄວາມໝັ້ນໃຈ 100% ຄວນປືກສານຳເເພດໝໍຜູ້ທີ່ຊ່ຽວຊານ.

[/cz_acc_child][cz_acc_child title=”ກວດບໍ່ພົບ=ບໍ່ແຜ່” id=”cz_63810″]
ເມື່ອຄົນທີ່ມີເຊື້ອເຮສໄອວີ HIV ກິນຢາຕ້ານໄວຮັສ ART ຢ່າງສະໝໍ່າສະເໝີແລະຕໍ່ເນື່ອງຈະເຮັດໃຫ້ປະລິມານໄວຮັສໃນກະແສເລືອດ (ໄວຮັສໂຫຼດ) ຫຼຸດຕໍ່າລົງຈົນກວດບໍ່ພົບເຊື້ອຄົນທີ່ຢູ່ໃນສະຖານະກວດບໍ່ພົບເຊື້ອຈະບໍ່ສາມາດແຜ່ເຊື້ອໄປສູ່ຄົນອື່ນໄດ້.
[/cz_acc_child][cz_acc_child title=”ຈະຮູ້ໄດ້ແນວໃດວ່າຜົນກວດຂອງຂ້ອຍບໍ່ພົບເຊື້ອ?” id=”cz_41346″]
ຖ້າເຈົ້າປະລິມານເຊື້ອໄວຣັສຕ່ຳກວ່າ 50 ໂຕຕໍ່ 1 ຊີຊີຂອງເລືອດຈະເອີ້ນວ່າເຮົາກວດບໍ່ພົບເຊື້ອ ວິທີດຽວທີ່ຈະຮູ້ວ່າກວດບໍ່ພົບເຊື້ອແມ່ນສາມາດກວດໄດ້ໃນຫ້ອງແລັບໄດ້ເທົ່ານັ້ນ.

ຜູ້ຕິດເຊື້ອທີ່ຂຶ້ນທະບຽນຢູ່ສູນ ART ສາມາດກວດໄວຣັສໂຫຼດໄດ້ 2 ຄັ້ງຕໍ່ປີ ໂດຍບໍ່ເສຍຄ່າໃຊ້ຈ່າຍ

 

[/cz_acc_child][cz_acc_child title=”ຂ້ອຍຕ້ອງກິນຢາຕ້ານດົນປານໃດຈຶ່ງກວດບໍ່ພົບເຊື້ອ?” id=”cz_66255″]
90% ຂອງຄົນທີ່ມີເຊື້ອທີ່ກິນຢາຕ້ານຢ່າງສະໝໍ່າສະເໝີຈະກວດບໍ່ພົບເຊື້ອໃນການກິນຢາ 6 ເດືອນຫລັງເລີ່ມກິນຢາ ຫຼື ອາດໄວກ່ອນນັ້ນໃນບາງກໍລະນີ ຖ້າເຊື້ອໄວຣັສໃນເລືອດມີໜ້ອຍ
[/cz_acc_child][cz_acc_child title=”ຖ້າກວດບໍ່ພົບເຊື້ອແລ້ວຂ້ອຍສາມາດຢຸດກິນຢາໄດ້ບໍ່?” id=”cz_22919″]
ບໍ່ໄດ້. ຕ້ອງກິນຢາຕ້ານຢ່າງຕໍ່ເນື່ອງ ການກວດບໍ່ພົບເຊື້ອ ບໍ່ໄດ້ໝາຍຄວາມວ່າເຊື້ອໄວຣັສເຮສໄອວີ HIV ໃນຮ່າງກາຍຈະຫາຍຂາດຈາກການຕິດເຊື້ອ ເຮັສໄອວີ HIV ແຕ່ໝາຍເຖິງຢາຕ້ານກົດການເພີ່ມຂຶ້ນຂອງເຊື້ອໄວຣັສເຮສໄອວີ HIV ໄວ້ຈົນເຮັດໃຫ້ບໍ່ມີການສົ່ງເຊື້ອໃຫ້ຜູ້ອື່ນໄດ້ ຖ້າຫາກຢຸດຢາ ເຊື້ອໄວຣັສເຮສໄອວີ HIV ຈະກັບມາເພີ່ມຈຳນວນຂຶ້ນອີກ ຈົນສົ່ງຜົນກະທົບຕໍ່ລະບົບພູມຄຸມກັນຫຼຸດລົງ  ແລະ ເຮັດໃຫ້ສຸຂະພາບເລີ່ມເຊື່ອມໂຊມ ແລະ ຍັງເພີ່ມໂອກາດແຜ່ເຊື່ອໃຫ້ຄົນອື່ນຫຼາຍຂຶ້ນ ນອກຈາກນັ້ນຍັງເພີ່ມຄວາມສ່ຽງທີ່ຈະເຮັດໃຫ້ມີອາການດື້ຢານຳອີກ

 

[/cz_acc_child][cz_acc_child title=”ຖ້າກວດບໍ່ພົບເຊື້ອຈະບໍ່ພົບອີກເລີຍບໍ່?” id=”cz_36997″]
ການກວດບໍ່ພົບເຊື້ອບໍ່ໄດ້ໝາຍຄວາມວ່າບຸກຄົນດັ່ງກວ່າບໍ່ມີເຊື້ອໄວຣັສເຮສໄອວີ HIV ແລ້ວ. ເພາະປະລິມານເຊື້ອໄວຣັສເຮສໄອວີ HIV ໃນເລືອດຈະມີການປ່ຽນແປງໄດ້, ບາງຄັ້ງອາດບໍ່ພົບວ່າມີໄວຣັສໂຫຼດເພີ່ມຂຶ້ນໃນໄລຍະສັ້ນ ກ່ອນຈະໄປຮອດລະດັບການກວດບໍ່ພົບເຊື້ອ. ການກວດໄວຣັສໂຫຼດເປັນປະຈຳເປັນເລື່ອງສຳຄັນ ເພາະເຖິງແມ່ນວ່າເຈົ້າຈະແນ່ໃຈວ່າໂຕເອງກິນຢາຕ້ານເປັນຢ່າງດີກໍ່ຕາມ ແຕ່ປັດໄຈທາງດ້ານສຸຂະພາບອື່ນໆອາດສົ່ງຜົນກະທົບຕໍ່ໄວຣັສໂຫຼດໄດ້.
[/cz_acc_child][cz_acc_child title=”ຂ້ອຍຄວນກວດຫາເຊື້ອໄວຣັສໂຫຼດເລື່ອຍປານໃດ?” id=”cz_89457″]
ຂຶ້ນຢູ່ກັບສະຖານະການຂອງໂຕເຈົ້າເອງ ແຕ່ຂໍ້ແນະນຳເບື້ອງຕົ້ນກໍ່ຄືໃຫ້ກວດທຸກໆ 6 ເດືອນ ແລະ ຄວນປຶກສາແພດໝໍເພື່ອປະເມີນການກວດທີ່ເໝາະສົມກັບເຈົ້າ.
[/cz_acc_child][cz_acc_child title=”ໄວຣັສໂຫຼດ ກັບ CD4 ຄືກັນບໍ່?” id=”cz_98323″]
ໄວຮັສໂຫຼດ ກັບ CD4 ແມ່ນບໍ່ຄືກັນ CD4 ເປັນເຊວເມັດເລືອດຂາວທີ່ຕໍ່ສູ້ກັບເຊື້ອພະຍາດຕ່າງໆໃນຮ່າງກາຍຂອງເຈົ້າ ເມື່ອເຊື້ອເຮັສໄອວີ HIV ເຂົ້າໄປໃນຮ່າງກາຍເຈົ້າຈະເຂົ້າໄປທຳລາຍເຊວ CD4 ໃຫ້ຫຼຸດລົງຢ່າງວ່ອງໄວ,ການກວດ CD4 ແມ່ນການກວດຫາປະລິມານເຊວໃນກະແສເລືອດ, ຂະນະທີ່ເຈົ້າຢາກໃຫ້ເຊື້ອໄວຣັສໂຫຼດຕ່ຳລົງທີ່ສຸດ ໃນທາງກັບກັນຍັງມີປະລິມານ CD4 ໃນເລືອດຫລາຍເທົ່າໃດຍິ່ງດີ,ການກິນຢາຕ້ານເປັນປະຈຳຊ່ວຍໃຫ້ໄວຣັສໂຫຼດໜ້ອຍລົງ ເຖິງຂັ້ນກວດບໍ່ພົບເຊື້ອ ແລະ ເຮັດໃຫ້ປະລິມານ CD4 ເພີ່ມຂຶ້ນໄດ້ສູງ.

 

[/cz_acc_child][cz_acc_child title=”ຖ້າກວດບໍ່ພົບເຊື້ອຂ້ອຍຕ້ອງໃຊ້ຖົງຢາງອະນາໄມບໍ່ເວລາມີເພດສຳພັນ?” id=”cz_95090″]
ການກວດບໍ່ພົບເຊື້ອເຮັດໃຫ້ເຈົ້າບໍ່ສາມາດແຜ່ເຊື້ອໃຫ້ຄູ່ນອນຂອງເຈົ້າ ແຕ່ໃນນັ້ນມັນບໍ່ໄດ້ປ້ອງກັນຄູ່ນອນຂອງເຈົ້າ ແລະ ໂຕເຈົ້າເອງຈາກການຕິດເຊື້ອພະຍາດທາງເພດສຳພັນອື່ນໆ. ການໃຊ້ຖົງຢາງອະນາໄມເປັນເລື່ອງສຳຄັນໂດຍສະເພາະ ຖ້າຫາກມີຄູ່ນອນຫຼາຍຄົນ ຫຼື ເຈົ້າບໍ່ຮູ້ວ່າຄູ່ນອນຂອງເຈົ້າມີເຊື່ອພະຍາດຕິດຕໍ່ທາງເພດສຳພັນອື່ນໆ ຫຼື ບໍ ແລະ ຍັງສາມາດຮັບເຊື້ອໄວຣັສເຮັສໄອວີ HIV ມາເພີ່ມໄດ້, ເຮັດໃຫ້ເຊື້ອໄວຣັສໃນໂຕຂອງເຈົ້າມີການດື້ຢາ ຖ້າຫາກຄູ່ນອນຂອງເຈົ້າມີເຊື້ອໂດຍທີ່ເຈົ້າບໍ່ຮູ້ມາກ່ອນວ່າເຂົາມີເຊື້ອ ຫຼື ບໍ່. ໃສຖົງຢາງອະນາໄມທຸກຄັ້ງຈະເປັນການປ້ອງກັນດີທີ່ສຸດອີກທາງໜຶ່ງເຖິງແມ່ນວ່າຈະກວດບໍ່ພົບເຊື້ອແລ້ວກໍ່ຕາມ.
[/cz_acc_child][cz_acc_child title=”ຖ້າຂ້ອຍຢູ່ໃນສະຖານະການກວດບໍ່ພົບເຊື້ອ ຂ້ອຍສາມາດເປີດເຜີຍຜົນເລືອດຂອງໂຕເອງໄດ້ຫລືບໍ່?” id=”cz_98733″]
ຖ້າກວດເລືອດບໍ່ພົບເຊື້ອຢ່າງໜ້ອຍ 6 ເດືອນ ແລະ ຍັງຄົງກິນຢາຕ້ານຕໍ່ເນື່ອງຄູ່ນອນຂອງເຈົ້າກໍ່ບໍ່ສ່ຽງຕໍ່ການໄດ້ຮັບເຊື້ອ ແຕ່ເຖິງຢ່າງໃດກໍ່ຕາມຕ້ອງພິນາລະນາເຖິງຜົນດີ ແລະ ຜົນເສຍຂອງການເປີດເຜີຍຜົນເລືອດແກ່ຄູ່ນອນ,ຖ້າຫາກຄູ່ນອນບໍ່ພໍໃຈຈະສົ່ງຜົນກະທົບໃຫ້ຄວາມສຳພັນໄດ້ ເຖິງຈະບໍ່ມີຄວາມສ່ຽງໃນການບໍ່ແຜ່ເຊື້ອເລີຍກໍ່ຕາມ, ແຕ່ຖ້າຫາກເຈົ້າມີພະຍາດຕິດຕໍ່ທາງເພດສຳພັນຮ່ວມກັບເຊື້ອໄວຮັສເຮັສໄອວີ HIV ເຈົ້າກໍ່ສາມາດແຜ່ໃຫ້ຄູ່ນອນໄດ້ຢູ່, ຄວນຈະແຈ້ງໃຫ້ຄູ່ນອນຮູ້ເພື່ອຈະສາມາດຫາວີທີປ້ອງກັນໄດ້ເປັນຢ່າງດີ ແລະ ເໝາະສົມ.

 

[/cz_acc_child][cz_acc_child title=”ຖ້າຂ້ອຍ ແລະ ຄູ່ນອນມີເຊື້ອເຮັສໄອວີ HIV ກວດບໍ່ພົບເຊື້ອທັ້ງສອງຄົນຍັງຕ້ອງໃຊ້ຖົງຢາງອະນາໄມຫຼືບໍ່?” id=”cz_57702″]
ຕາມການຄົ້ນຄວ້າລາຍງານວ່າມີໂອກາດໜ້ອຍທີ່ຈະຕິດເຊື້ອເຮັສໄອວີ HIV ສາຍພັນອື່ນໆ. ຖ້າຫາກທັງສອງກວດບໍ່ພົບເຊື້ອແລ້ວ, ເຖິງຢ່າງໃດກໍ່ຕາມຍັງມີເລື່ອງທີ່ຈະຕ້ອງພິຈາລະນາເຖິງຄວາມສ່ຽງໃນການຕິດພະຍາດຕິດຕໍ່ທາງເພດສຳພັນແລະ ຕ້ອງເບິ່ງຜົນວ່າທັ້ງສອງຄົນກວດບໍ່ພົບເຊື້ອດົນປານໃດ ແລະ ກິນຢາຕ້ານເປັນປະຈຳ ຫຼື ບໍ່. ເຖິງຢ່າງໃດກໍຕາມຖົງຢາງອະນາໄມຍັງມີຄວາມຈຳເປັນຕ້ອງໃຊ້ ແລະ ຈະຫຼຸດຜ່ອນຄວາມສ່ຽງທີ່ຈະຕິດພະຍາດຕິດຕໍ່ທາງເພດສຳພັນ.
[/cz_acc_child][/cz_accordion][/vc_column][/vc_row]