ການໃຊ້ ຮໍໂມນ ສໍາລັບຜູ້ຍິງຂ້າມເພດ


ຮໍໂມນສໍາລັບຜູ້ຍິງຂ້າມເພດ ( Hormones for Transgender women)

ຄໍາວ່າຜູ້ຍິງຂ້າມເພດ ( Transgender women) ເລີ່ມເປັນທີ່ຮູ້ຈັກໃນສັງຄົມຫຼາຍຂື້ນໃນປັດຈຸບັນ ນອກຈາກການເອີ້ນຊື່ແບບເກົ່າໃນເມື່ອກ່ອນເຊັ່ນ: ສາວປະເພດສອງ, ສາວສອງ ແລະ ກະເທີຍ ທັ້ງນີ້ຄໍາວ່າ ຜູ້ຍິງຂ້າມເພດ ໃນຄວາມໝາຍທາງສັງຄົມວິທະຍາເປັນຄໍາເອີ້ນຜູ້ທີ່ມີເພດກໍາເນີດເປັນຜູ້ຊາຍແຕ່ຕ້ອງການປ່ຽນເພດສະພາບຂອງຕົນໃຫ້ເປັນເພດກົງກັນຂ້າມ ເຊິ່ງກໍຄືເພດຍິງ ( MTF ຫຼື Male to female transformation ) ໂດຍທີ່ບຸກຄົນນັ້ນອາດຈະຍັງບໍ່ທັນແປງເພດ ຫຼື ແປງເພດແລ້ວກໍໄດ້ ຄົນທີ່ຍັງບໍ່ທັນມີການແປງເພດກໍຍັງຖືອັດຕະລັກ ແລະ ເພດສະພາບຂອງຕົນໃຫ້ຄືເພດຍິງໂດຍຖືວ່າຍັງຢູ່ໃນຂະບວນການປ່ຽນແປງລັກສະນະທາງເພດ ການປ່ຽນແປງຈາກຊາຍເປັນຍິງຂອງກຸ່ມສາວປະເພດສອງ ຫຼື ຜູ້ຍິງຂ້າມເພດສ່ວນຫຼາຍມັກໃຊ້ ຮໍໂມນເປັນຕົວຊ່ວຍເຊິ່ງມີຄວາມຈໍາເປັນຫຼາຍທີ່ຈະຊ່ວຍປ່ຽນແປງລັກຊະນະທາງກາຍະພາບໃຫ້ມີຄວາມໃກ້ຄຽງກັບຄວາມເປັນຍິງຫຼາຍທີ່ສຸດ ຮໍໂມນ ທີ່ໄດ້ກ່າວມາຂ້າງເທິງນີ້ແມ່ນ ຮໍໂມນເພດຍິງ

ປົກກະຕິໃນຮ່າງກາຍຄົນເຮົາ ບໍ່ວ່າຈະເປັນຍິງ ຫຼື ຊາຍ ຈະມີທັ້ງຮໍໂມນເພດຍິງ ແລະ ເພດຊາຍໃນຄົນດຽວ ແຕ່ສັດສ່ວນຫຼາຍໜ້ອຍແຕກຕ່າງກັນ ໂດຍຜູ້ຊາຍມີ ຮໍໂມນເພດຊາຍ (Androgen ; Testosterone ) ຫຼາຍກວ່າ ຮໍໂມນເພດຍິງ (Estrogen, Progesterone)   ໃນຮ່າງກາຍຜູ້ຊາຍ  Testosterone ສ່ວນຫຼາຍສ້າງມາຈາກລູກອັນທະ ສ່ວນໜ້ອຍຈາກຕ່ອມໝວກໄຕດ້ານນອກ  (Adrenal Cortex)   ສ່ວນ Estrogen ໃນຜູ້ຊາຍຈະມີການຜະລິດໜ້ອຍທີສຸດ ມີແຫຼ່ງຜະລິດຈາກອັນທະ, ຕ່ອມໝວກໄຕ ແລະ ເຊລໄຂມັນໃນຮ່າງກາຍ (Adipocytes) ແລະ Progesterone ໃນຜູ້ຊາຍກໍມີການຜະລິດໜ້ອຍເຊັ່ນກັນຈາກອັນທະ ແລະ ຕ່ອມໝວກໄຕ

ຜູ້ຍິງຈະມີຮໍໂມນເພດຍິງຫຼາຍກວ່າ ຮໍໂມນເພດຊາຍ Estrogen ແລະ Progesterone ສ່ວນຫຼາຍຜະລິດຈາກຮັງໄຂ່ ແລະ ສ່ວນໜ້ອຍຈາກຕ່ອມໝວກໄຕ ສ່ວນ Testosterone ໃນເພດຍິງຈະມີໜ້ອຍທີ່ສຸດໃນຕ່ອມໝວກໄຕ

ຕາມທີ່ໄດ້ກ່າວມາ ຫຼັກການຂອງ MTF ທີ່ຈະເຮັດໃຫ້ສາວປະເພດສອງ ຫຼື ຜູ້ຍິງຂ້າມເພດ ມີຄວາມເປັນຍິງຫຼາຍຂື້ນກໍຄືການເສີມຮໍໂມນເພດຍິງ ແລະ ລຸດຮໍໂມນເພດຊາຍລົງ ການປັບເພີ່ມລຸດຮໍໂມນຄວນປະຕິບັດຕາມຫຼັກການການແພດ ມີແພດເປັນຜູ້ໃຫ້ຄໍາປຶກສາແນະນໍາ ແລະ ມີການກວດວັດປະລິມານຮໍໂມນ ພາຍໃຕ້ການດູແລຂອງແພດໝໍຜູ້ຊ່ຽວຊານ ຫາກແຕ່ໃນອະດີດເຖິງປັດຈຸບັນ ຜູ້ຍິງຂ້າມເພດຫຼາຍຄົນຍັງໃຊ້ຮໍໂມນແບບບໍ່ຖືກວິທີເຊິ່ງໄດ້ຮັບຄວາມຮູ້ຈາກການບອກເລົ່າຈາກຍິງຂ້າມເພດ ລຸ້ນເອື້ອຍ, ລຸ້ນນ້ອງ, ເພື່ອນຝູງ ທີ່ເປັນການບອກເລົ່າປາກຕໍ່ປາກ ເຊີ່ງບໍ່ໄດ້ມີການວິໄຈ ຫຼື ອົງກອນຄວາມຮູ້ທີ່ເປັນຫຼັກການທາງການແພດຮອງຮັບເຮັດໃຫ້ເກີດຜົນຂ້າງຄຽງ ແລະ ຜົນກະທົບຕໍ່ສຸຂະພາບຮ່າງກາຍ ແລະ ການໃຊ້ຊີວິດປະຈໍາວັນດັ່ງນັນຜູ້ທີ່ສົນໃຈຈະເພີ່ມຮໍໂມນຄວນຂໍຄໍາແນະນໍາ ແລະ ປຶກສາແພດຜູ້ຊ່ຽວຊານ

ຂໍ້ມູນອ້າງອີງຈາກ: