ຄວາມເຂົ້າໃຈກັບຄວາມໝາຍ ແລະ ນິຍາມຄົນຫຼາກຫຼາຍທາງເພດ LGBTQI+


ໃນປັດຈຸບັນພວກເຮົາມັກຈະໄດ້ຍິນຄໍາວ່າ “LGBTQI” ຫຼື ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດຢູ່ເປັນປະຈໍາອົງການອະນາໄມໂລກ (WHO) ໄດ້ປ່ຽນແປງ ຂອງການຈັດປະເພດພະຍາດສາກົນ (ICD) ສະບັບລ່າສຸດ ໂດຍການຍ້າຍຫົວຂໍ້ ‘ການມີເພດສະພາບບໍ່ສອດຄ່ອງກັບເພດກໍາເນີດ’ ອອກຈາກປະເພດຄວາມຜິດປົກກະຕິທາງຈິດ ແລະພຶດຕິກໍາ. ແລະ ຍ້າຍໄປຢູ່ໃນປະເພດ ‘ກໍລະນີທີ່ກ່ຽວຂ້ອງກັບສຸຂະພາບທາງເພດ’ ເພາະວ່າຄວາມບໍ່ສອດຄ່ອງທາງເພດບໍ່ໄດ້ຖືກຖືວ່າເປັນພະຍາດທາງຈິດ.

      ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ ຫຼື LGBTQI ແມ່ນກຸ່ມຄົນທີ່ມີອັດຕະລັກທາງເພດ ຫຼື ລົດຊະນິຍົມສະນິຍົມທາງເພດທີ່ແຕກຕ່າງຈາກຄົນສ່ວນໃຫຍ່ໃນສັງຄົມໂດຍຄໍາວ່າ LGBTQI ຫຍໍ້ມາຈາກ:

L – Lesbian, ກຸ່ມຂອງຜູ້ຍິງທີ່ຮັກຜູ້ຍິງດ້ວຍກັນ

G – Gay ກຸ່ມຊາຍຮັກຊາຍ ( ຊພຊ )  ຫຼື  MSM ( Man who have Sex with Man )

B – Bisexual ກຸ່ມທີ່ຮັກໄດ້ທັງຜູ້ຍິງ ແລະ ຜູ້ຊາຍ (ຮັກສອງເພດ)

 T – Transgender ແມ່ນກຸ່ມຄົນຂ້າມເພດຈາກເພດຊາຍເປັນເພດຍິງ ຫຼື ເພດຍິງເປັນເພດຊາຍ

Q – Queer ແມ່ນກຸ່ມຄົນທີ່ເພິງພໍໃຈຕໍ່ເພດໃດໜຶ່ງໂດຍບໍ່ຈຳກັດໃນເລື່ອງເພດ ແລະ ຄວາມຮັກ

I – Intersex ຄົນທີ່ມີສອງອະໄວຍະວະເພດ

ບັນຫາການລະບຸຕົວຕົນທາງເພດສາມາດແກ້ໄຂໄດ້ໃນທາງການແພດ

ຄົນທີ່ມີຄວາມແຕກຕ່າງທາງເພດອາດຈະມີບັນຫາທາງດ້ານຮ່າງກາຍ ຫຼື ເພດສະລິລະທີ່ບໍ່ກົງກັບຄວາມຕ້ອງການຂອງຕົນເອງ, ແພດໝໍຈະຊ່ວຍເຫຼືອໂດຍການແກ້ໄຂຮ່າງກາຍໃຫ້ສອດຄ່ອງກັບສະພາວະຈິດໃຈໂດຍ​ຈະ​ມີ​​ການ​ປະ​ຕິ​ບັດ​ດັ່ງ​ຕໍ່​ໄປ​ນີ້​:

 ການວິນິດໄສ ເລີ່ມຕົ້ນຈາກການປຶກສາຈິດຕະແພດເພື່ອກວດ ແລະ ໃຫ້ຄໍາແນະນໍາກ່ຽວກັບວິທີການປັບ ແລະ ຕິດຕໍ່ສື່ສານກັບຜູ້ອື່ນເພື່ອຮູ້ວິທີການດູແລທີ່ເໝາະສົມ

 ການໝອບໝາຍທາງເພດ ບຸກຄົນທີ່ຕັດສິນໃຈຮັບການຜ່າຕັດແປງເພດຕ້ອງໄດ້ຮັບການປະເມີນຄວາມພ້ອມໃນການຜ່າຕັດໂດຍຈິດຕະແພດ ແລະ ຄວນໄດ້ຮັບການຜ່າຕັດຈາກແພດຜ່າຕັດທີ່ມີຄວາມຊໍານິຊໍານານ ແລະ ການຜ່າຕັດຄວນໄດ້ຮັບການປະຕິບັດຢູ່ໃນໂຮງໝໍທີ່ໄດ້ມາດຕະຖານເພື່ອຄວາມປອດໄພ.

ຂໍ້ແນະນໍາສຳລັບຄອບຄົວທີ່ມີລູກຫຼານເປັນ LGBTQI

ບັນຫາທີ່ສໍາຄັນທີ່ສຸດທີ່ກຸ່ມ LGBTQI ຕ້ອງປະເຊີນແມ່ນບໍ່ພຽງແຕ່ມາດຕະຖານທາງສັງຄົມເທົ່ານັ້ນແຕ່ຍັງມີບັນຫາກັບການຍອມຮັບຂອງຄອບຄົວເພາະຄົນກຸ່ມນີ້ອາດຈະຕ້ອງເຮັດຕາມຄວາມຫວັງຂອງພໍ່ແມ່ ຫຼື ຕ້ອງຮັກສາຊື່ສຽງຂອງຄອບຄົວ ອັນນີ້ແມ່ນສິ່ງກົງກັນຂ້າມກັບຜູ້ທີ່ຢູ່ກຸ່ມທີ່ມີຄວາມຫຼາກຫຼາຍທາງເພດ, ຄອບຄົວ ຫຼື ຄົນອ້ອມຂ້າງອາດຈະຍັງຂາດຄວາມຮູ້ ແລະ ຄວາມເຂົ້າໃຈຂອງຕົນເອງ ຫຼື ທັດສະນະທາງເພດຂອງກຸ່ມນີ້ ດັ່ງນັ້ນ, ພວກເຂົາຄວນຮຽນຮູ້ຄໍາແນະນໍາຕໍ່ໄປນີ້ເມື່ອພົບວ່າລູກຂອງເຂົາເຈົ້າເປັນ LGBTQI:

  • ບໍ່ມີການປຽບທຽບ ຄວນສົ່ງເສີມຄຸນຄ່າຂອງຕົນເອງ ບໍ່ຄວນປຽບທຽບລູກຂອງເຈົ້າກັບໃຜເພາະນີ້ຈະສ້າງຄວາມກົດດັນ ແລະ ສົ່ງຜົນໃຫ້ບໍ່ຢາກເປີດໃຈຫຼາຍຂື້ນ.
  • ຕິດ​ຕໍ່​ສື່​ສານ​ໃນ​ທາງ​ບວກ ​ມີ​ການ​ສື່​ສານ​ລະຫວ່າງກັນໂດຍເບິ່ງຂໍ້ດີຫຼາຍກວ່າຂໍ້ເສຍ,ມີການໂອ້ລົມກັນເລື້ອຍໆ ໃຫ້ໂອກາດໃຫ້ອີກຝ່າຍໄດ້ເລົ່າເລື່ອງຂອງເຂົາ ແລະ ຮັບຟັງດ້ວຍຄວາມເຂົ້າໃຈ
  • ໃຫ້ຄວາມສໍາຄັນ, ໃສ່ໃຈ ແລະ ຊົມເຊີຍໃນສິ່ງທີເຂົາເຮັດໄດ້ ແຕ່ມັນບໍ່ຄວນຍ້ອງຍໍເກີນຈິງ
  • ໃຫ້ໂອກາດໄດ້ຮຽນຮູ້ ໂດຍອາດຈະເບິ່ງແຍງຢູ່ຫ່າງໆ ຫຼື ໃຫ້ການຊ່ວຍເຫຼືອເມື່ອຈຳເປັນ

ແນວຄວາມຄິດກ່ຽວກັບຄົນຫຼາກຫຼາຍທາງເພດໃນ ສປປ ລາວ

         ໃນ ສປປ ລາວການເພີ່ມຂື້ນຂອງກຸ່ມຄົນຫຼາກຫຼາຍທາງເພດນັ້ນໄດ້ມີການເພີ່ມຂຶ້ນຢ່າງໄວວາໂດຍບໍ່ແມ່ນສະເພາະແຕ່ບັນດາຕົວເມືອງໃຫຍ່ເທົ່ານັ້ນ ເຮົາຈະພົບເຫັນກຸ່ມຄົນຫຼາກຫຼາຍໃນສື່ສັງຄົມຕ່າງໆບໍ່ວ່າຈະເປັນວິທະຍຸ,ໂທລະພາບ, ຮູບເງົາ ແລະ ອື່ນໆ ແລະ ຍັງພົບເຫັນໃນທຸກທ້ອງຖິ່ນໃນຊົນນະບົດ ແລະ ຕົວເມືອງໃຫຍ່ ໂດຍກຸ່ມຄົນຫຼາກຫຼາຍທາງເພດຈະມີການຍົກຍ້າຍເຂົ້າມາຢູ່ໃນເຂດຕົວເມືອງທີ່ມີການພັດທະນາເຊັ່ນ: ນະຄອນຫຼວງ, ຈໍາປາສັກ, ສະຫວັນນະເຂດ,  ຫຼວງພະບາງ ແລະ ແຂວງບໍແກ້ວ ທີ່ມີຄວາມອິດສະຫຼະ ແລະ ເສລີພາບໃນການສະແດງອອກທາງເພດຫຼາຍກວ່າ.

       ອີງຕາມລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປີ 2015 ກ່ຽວກັບເພດແມ່ນຮັບຮູ້ແຕ່ເພດ ຊາຍ ແລະ ເພດຍິງ. ສ່ວນ: ຄຳວ່າ:ຊພຊ (ຊາຍທີ່ມີເພດສໍາພັນກັບຊາຍ) Men who have se with men (MSM) ແລະ ກະເທີຍ (Transgender Women) ແມ່ນຖືກເຂົ້ານຳໃຊ້ໃນວຽກງານຕ້ານ ເອດແຫ່ງຊາດ, ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ/ພະຍາດເອດສປີ 2010 ມາດຕາ 1. ນິຍາມຄໍາສັບຜ່ານການຮັບຮອງຈາກສະພາແຫ່ງຊາດໃນຄັ້ງວັນທີ 23 ມີຖຸນາ 2010.

       ຄວາມໝາຍຂອງເພດອື່ນແມ່ນອີງຕາມແນວຄວາມຄິດທົ່ວໄປຂອງຄົນທີ່ສັງເກດລັກສະນະພາຍນອກທີ່ ສະແດງອອກຂອງບຸກຄົນເທົ່ານັ້ນໂດຍບໍ່ມີເອກະສານໃດຍັງວ່າເປັນກະເທີຍ ຫຼື ເປັນທອມ ຍ້ອນສາເຫດ ອັນນັ້ນ ຫຼື ຍ້ອນສາຍເຫດອັນນີ້ໃນປັດຈຸບັນສັງຄົມກໍ່ເປີດກວ້າງໃຫ້ທຸກຄົນມີສິດເທົ່າທຽມກັນໂດຍບໍ່ ຈຳກັດວ່າຈະເປັນເພດໃດກໍຕາມລວມທັງບາງຄອບຄົວທີ່ມີລູກເປັນຍິງ ຫຼື ຊາຍ ແຕ່ມີພຶດຕິກໍາທີ່ບ່ຽງເບນ ຜູ້ເປັນພໍ່ ຫຼື ຜູ້ເປັນແມ່ກໍຍອມຮັບໃນເລື່ອງນີ້ໄດ້ຂໍເປັນພຽງແຕ່ບຸກຄົນເຫຼົ່ານີ້, ເປັນລູກທີ່ດີຂອງພໍ່ແມ່, ເປັນຄົນດີຂອງສັງຄົມເທົ່ານັ້ນກໍຍອມຮັບໃນຄວາມເປັນຕົວຂອງເຂົາເຫຼົ່ານັ້ນດ້ວຍ.

      ແຕ່ລັດຖະທຳມະນູນ ແຫ່ງ ສປປ ລາວ ກໍ່ໄດ້ກຳນົດຂອບເຂດກວ້າງໆກ່ຽວກັບສິດຂອງພົນລະເມືອງໃນທຸກຂົງເຂດວຽກງານບໍ່ວ່າຈະເປັນຂົງເຂດການເມືອງ,ເສດຖະກິດ,ວັດທະນະທຳ, ແລະ ສັງຄົມ ລວມເຖິງສິດຕໍ່ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຊຶ່ງເນື້ອໃນຂອງລັດຖະທຳມະນູນນີ້ ອາດນຳມາໜູນໃຊ້ເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນລາວບັນດາເຜົ່າ ແລະ ກົດໝາຍ ລວມເຖິງລະບຽບການລຸ່ມກົດໝາຍກໍໄດ້ນໍາມາຜັນຂະຫຍາຍເປັນເນື້ອໃນລະອຽດກ່ຽວກັບການຮັບຮູ້ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງລາວຕາມຂອບເຂດກົດໝາຍ.

ຂໍ້ມູນອ້າງອີງຈາກ:

ກະຊວງສາທາລະນະສຸກ (2010) ເອກະສານແຜນງານຕ້ານເອດສ໌ແຫ່ງຊາດ,ນະຄອນຫຼວງວຽງຈັນ,ກະຊວງສາທາລະນະສຸກ.

ສະຖານທູດ Canada ປະຈຳ ສປປ ລາວ, ບໍລິສັດກົດໝາຍ ແລະ ພັດທະນາຮ່ວມມືຈຳກັດ ແລະ ກຸ່ມພູມໃຈທີ່ເປັນເຮົາ (PTBUL) ນະຄອນຫຼວງວຽງຈັນ 2019: ຄວາມຫຼາກຫຼາຍທາງເພດໃນບ່ອນເຮັດວຽກ ສຶກສາກໍລະນີນະໂຍບາຍການຈ້າງງານໃນ ກຸ່ມຄົນຫຼາກຫຼາຍທາງເພດ ຢູ່ ໃນ ສປປ ລາວ

Transgender no longer recognised as ‘disorder’ by WHO Published 29 May 2019 https://www.bbc.com/news/health-48448804

https://www.petcharavejhospital.com/th/Article/article_detail/LGBTQ