ຢາເສບຕິດ Alcohol, ແລະ ເຊື້ອເຮສໄອວີ


ໃນປະຈຸບັນ ການດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາເສບຕິດ ຄືສ່ວນໜຶ່ງທີ່ຫຼາຍຄົນຄິດວ່າຈໍາເປັນໃນການເຂົ້າສັງຄົມໂດຍສະເພາະແມ່ນກຸ່ມໄວໜຸ່ມ ພວກຮົາມັກຄິດວ່າໃນເວລາໄປ party ຫຼື ໄປທ່ຽວກັບໝູ່ເພື່ອນຕາມພັບ ຫຼື ບາ ຕ່າງໆ ແລ້ວຕ້ອງດື່ມເຫຼົ້່າ ແລະ ໃຊ້ຢາເສບຕິດ ເປັນຫຍັງເຮົາຕ້ອງດື່ມ ຫຼື ໃຊ້ຢາ ? ເພາະວ່າມີຫຼາຍຄົນເຊື່ອວ່າ ການດື່ມເຫຼົ້າ ຫຼື ໃຊ້ຢາຈະຊ່ວຍໃຫ້ໃຫ້ຮູ້ສຶກຜ່ອນຄາຍ, ມ່ວນ ແລະ ຮູ້ສຶກໝັ້ນໃຈ, ກ້າເວົ້າ, ກ້າສະແດງອອກ ແລະ ເມື່ອມີຄວາມຮູ້ສຶກແບບນັ້ນໃນການເຂົ້າສັງຄົມຈົນກາຍເປັນຄວາມຊິນເຄີຍ ເມື່ອພົບຄົນຖືກໃຈ ແລະ ກໍຢາກໄປມີຄວາມສໍາພັນຢາກຮູ້ຈັກ ຫຼື ຮູ້ສຶກຢາກຈະໄປມີເພດສໍາພັນກັບເຂົາໃນບາງຄັ້ງ ແຕ່ນີ້ຄືບັນຫາ ຄືເຈົ້າອາດຈະເມົາຈົນລືມ,ບໍ່ມີສະຕິ ຫຼື ບໍ່ໃສ່ໃຈທີ່ຈະໃຊ້ຖົງຢາງອະນາໄມ ແລະ ເມື່ອບໍ່ໃຊ້ຖົງຢາງອະນາໄມກໍອາດຈະນໍາໄປສູ່ການຕິດເຊື້ອເຮສໄອວີ, ພະຍາດຕິດຕໍ່ທາງເພດສໍາພັນ ສ່ວນຜູ້ຍິງກໍອາດຈະສ່ຽງຕໍ່ການຖືພາໄດ້.

ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາເສບຕິດອື່ນໆ ມັກກ່ຽວຂ້ອງກັບພຶດຕິກໍາທາງເພດທີ່ມີຄວາມສ່ຽງສູງ ຄືສ່ຽງທີ່ຈະບໍ່ໃຊ້ຖົງຢາງອະນາໄມ ແລະ ຍັງທຳລາຍສຸຂະພາບຂອງໄວໜຸ່ມ ເພາະເຫຼົ້າ ແລະ ຢາເສບຕິດຈະເຮັດໃຫ້ຂາດສະຕິ ແລະ ຈາດການຄົ້ນຄິດພິຈາລະນາໃຫ້ດີກ່ອນຈະມີການຮ່ວມເພດກັບຄົນອື່ນ ແບບບໍ່ປ້ອງກັນ ແລະ ນໍາໄປສູ່ການການຕິດພະຍາດຕິດຕໍ່ທາງເພດສໍາພັນ ແລະ ເຊື້ອເຮສໄອວີ
ບາງຄັ້ງຜູ້ໃຊ້ຢາເສບຕິດອາດມີຄູ່ຮ່ວມນອນຫຼາຍຄົນໃນເວລາດຽວກັນ ແລະ ​ນີ້​ເປັນ​ເຫດຜົນ​ທີ່​ເຮົາ​ສາມາດ​ຕິດ​ເຊື້ອ HIV ແລະ ພະຍາດຕິດຕໍ່ທາງເພດສໍາພັນໄດ້ ຈາກ​ການລອງ ​ຫຼື​ ​ຄວາມ​ມ່ວນຊື່ນ​ພຽງ​ແຕ່​ຊົ່ວ​ຄາວໄດ້​ ເຖິງແມ່ນວ່າຂໍ້ມູນຂ້າງເທິງນີ້ແມ່ນພຽງແຕ່ຄໍາເວົ້າທີ່ກວ້າງຂວາງ, ເປັນສົມມຸດຕິຖານ, ແຕ່ວ່າມັນທັງໝົດແມ່ນຢູ່ບົນພື້ນຖານຄວາມເປັນໄປໄດ້.

ສໍາລັບຜູ້ທີ່ຍັງບໍ່ກ້າກວດ ຫຼື ຂໍຄຳແນະນຳຈາກແພດໝໍ ສາມາດຕິດຕໍ່ testVTE ໄດ້ພວກເຮົາມີພະນັກງານໃຫ້ຄຳປຶກສາທີ່ມີຄວາມຮູ້ກ່ຽວກັບເຮສໄອວີ

ອ່ານຂໍ້ມູນເພີ່ມຕື່ມໄດ້ທີ່: https://testvte.org

ສົນໃຈຈອງຄິວກວດຫາເຊື້ອ HIV; ຮັບຢາ PrEP ແລະ ຢາ PEP ສະດວກສະບາຍ ແລະ ເປັນມິດປິດລັບ ຄລິກລິ້ງດ້ານລຸ່ມ https://testvte.org/

ຫຼື https://quickres.org/856100ໄດ້ເລີຍ