ພຕພ ແມ່ນຫຍັງ?


ພະຍາດຕິດຕໍ່ທາງເພດສຳພັນ (STIs ຫຼື ພຕພ ) ແມ່ນ ການຕິດເຊື້ອທີ່ຜ່ານຈາກຄົນໜຶ່ງໄປຫາຄົນອື່ນໃນຂະນະຮ່ວມເພດ.
ອາການສະແດງທີ່ເກີດຈາກ ພຕພ ລວມມີ ອາການເຈັບຂະນະມີການຮ່ວມເພດ, ລົງຂາວແບບຜິດປົກກະຕິໄຫຼອອກ ມາຈາກຊ່ອງຄອດ, ອະໄວຍະວະເພດຊາຍ, ຫຼື ຮູທະວານ, ຫຼື ມີຕຸ່ມ, ບາດແຜ, ຫຼື ຕຸ່ມນໍ້າໃສຢູ່ອະໄວຍະວະເພດ.
ການປ້ອງກັນການຕິດເຊື້ອຈາກການ ມີເພດສຳພັນແມ່ນ ການໃຊ້ຖົງຢາງອານະໄມທຸກຄັ້ງເຊິ່ງຖືວ່າເປັນອີກວິທີໜຶ່ງທີ່ຊ່ວຍໃຫ້ມີໂອກາດຕິດເຊື້ອ ພຕພ ໜ້ອຍລົງ.
ເປັນຫຍັງ ພະຍາດ ພຕພ ຈຶ່ງເປັນບັນຫາທີ່ຮ້າຍແຮງ?
ຍ້ອນວ່າການມີເພດສຳພັນແມ່ນ ເລື່ອງປົກກະຕິ ແລະ ເລື່ອງທຳມະດາທີ່ພົບເຫັນເລື້ອຍ, ການຕິດເຊື້ອ ພຕພ ກໍ່ເປັນເລື່ອງທີ່ພົບເຫັນເລື້ອຍເຊັ່ນກັນ. ເມື່ອພະຍາດ ພຕພ ບໍ່ໄດ້ຮັບການປິ່ນປົວ, ມັນສາມາດເປັນອັນຕະລາຍ ຕໍ່ກັບຜູ້ຍິງ, ຜູ້ຊາຍ, ແລະ ເດັກນ້ອຍ. ພຕພ ສາມາດພາໃຫ້ເກີດ:

ມີລູກຍາກທັງໃນຜູ້ຍິງ ແລະ ຜູ້ຊາຍ.
ເດັກເກີດກ່ອນກຳນົດ, ເດັກໂຕນ້ອຍ, ຕາບອດ, ເຈັບເປັນ ຫຼື ເສຍຊີວິດ.
ເສຍຊີວິດຈາກການຕິດເຊື້ອຮຸນແຮງ.
ເຈັບປວດຍາວນານ.
ມະເຮັງປາກມົດລູກ ຫຼື ຄໍ ຫຼື ຮູທະວານ.
ຄວາມສ່ຽງສູງໃນການຕິດເຊື້ອ ພຕພ ອື່ນໆ, ລວມທັງການຕິດເຊື້ອ HIV.
ຂໍ້ມູນຈາກ: https://lo.hesperian.org