HIV

ຢາເສບຕິດ Alcohol, ແລະ ເຊື້ອເຮສໄອວີ

ໃນປະຈຸບັນ ການດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາເສບຕິດ ຄືສ່ວນໜຶ່ງທີ່ຫຼາຍຄົນຄິດວ່າຈໍາເປັນໃນການເຂົ້າສັງຄົມໂດຍສະເພາະແມ່ນກຸ່ມໄວໜຸ່ມ ພວກຮົາມັກຄິດວ່າໃນເວລາໄປ party ຫຼື ໄປທ່ຽວກັບໝູ່ເພື່ອນຕາມພັບ ຫຼື ບາ ຕ່າງໆ ແລ້ວຕ້ອງດື່ມເຫຼົ້່າ ແລະ ໃຊ້ຢາເສບຕິດ ເປັນຫຍັງເຮົາຕ້ອງດື່ມ ຫຼື ໃຊ້ຢາ ? ເພາະວ່າມີຫຼາຍຄົນເຊື່ອວ່າ ... Read More

CHEMSEX ແມ່ນຫຍັງ?

Chemsex  ບໍ່ແມ່ນເລື່ອງໃໝ່ສໍາຫຼັບ ການໃຊ້ຢາເສບຕິດ ຂອງສາຍປາຕີ້ Chemsex ແມ່ນການໃຊ້ຢາເສບຕິດໃນເວລາການຮ່ວມເພດ ເຊິ່ງອາດຈະເປັນກ່ອນ ຫຼື ໃນລະຫວ່າງການຮ່ວມເພດ. ເຊິ່ງແຜ່ຫຼາຍໃນບັນດາກຸ່ມຊາຍຮັກຊາຍ ( MSM ) ທົ່ວໂລກ ມີຕັ້ງແຕ່ໄວລຸ້ນໄປເຖິງຜູ້ໃຫຍ່ທີ່ນິຍົມຈັດປາຕີ້ ( Party ) ເພື່ອເສບຢາ ແລະ ... Read More

ການນຳໃຊ້ສານເສບຕິດກ່ຽວຂ້ອງກັບເຊື້ອ HIV ໄດ້ແນວໃດ?

ການນໍາໃຊ້ສານເສບຕິດແມ່ນປັດໃຈຕົ້ນຕໍໃນການແຜ່ເຊື້ອ HIV ການ​ໃຊ້ເຂັມສັກຢາຮ່ວມກັນສາມາດສົ່ງເຊື້ອ HIV, ພະຍາດຕັບອັກເສບ ແລະ ຍັງເຮັດໃຫ້ເກີດກິດຈະກໍາທາງເພດທີ່ບໍ່ໄດ້ປ້ອງກັນ ການນໍາໃຊ້ຢາເສບຕິດ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າຍັງເປັນອັນຕະລາຍຕໍ່ຜູ້ທີ່ໃຊ້ຢາຕ້ານເຊື້ອໄວຣັສ ດັ່ງນັ້ນຜູ້ໃຊ້ຢາເສບຕິດຫຼາຍບໍ່ຈຶ່ງສາມາດກິນຢາຕ້ານໄວຣັດໃນເວລາດຽວກັນໄດ້ ສັກສານເສບຕິດແລ້ວຕິດ ການຕິດຕໍ່ຂອງເຊື້ອ HIV ສາມາດແຜ່ເຊື້ອໄດ້ງ່າຍເມື່ອພວກເຮົາໃຊ້ເຂັມສັກຢາຮ່ວມກັນ, ນອກນັ້ນຍັງມີຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດຕັບອັກເສບ B ແລະ C, ເຊັ່ນດຽວກັນກັບພະຍາດຕິດຕໍ່ທີ່ຮ້າຍແຮງອື່ນໆ. ... Read More

CD4  ແມ່ນຫຍັງ?

CD4 ແມ່ນເມັດເລືອດຂາວຊະນິດໜຶ່ງ ຫຼື ເອີ້ນກັນອີກຢ່າງໜຶ່ງວ່າ TH CELL, ໃນເບື້ອງຕົ້ນແບ່ງອອກເປັນ 4 ຊະນິດ TH1, TH2, TH17, TREG ,ມີໜ້າທີ່ສ້າງລະບົບພູມຄຸ້ມກັນໃຫ້ຮ່າງກາຍເມື່ອຮ່າງກາຍແຂງແຮງກໍຈະມີເຊລດັ່ງກ່າວນີ້ຈໍານວນຫຼາຍເພື່ອຄວບຄຸມ ແລະ ຕໍ່ສູ້ກັບກັບເຊື້ອພະຍາດຕ່າງໆທີ່ຈະເຂົ້າສູ່ຮ່າງກາຍ. ຄົນປົກກະຕິທີ່ມີສຸຂະພາບແຂງແຮງດີຈະມີຄ່າ CD4 ປະມານ 600 ... Read More

ເປັນຫຍັງພວກເຮົາຕ້ອງກວດຫາເຊື້ອ HIV?

HIV ເປັນເຊື້ອໄວຣັສອັນຕະລາຍທີ່ມີອັດຕາການຕິດຕໍ່ທາງເພດສໍາພັນສູງທີ່ສຸດມີຜົນຕໍ່ຮ່າງກາຍຂອງຜູ້ຕິດເຊື້ອອ່ອນແອລົງ ແລະ ຖ້າບໍ່ໄດ້ຮັບການປິ່ນປົວໄວ, ເຊື້ອກໍຈະເຮັດໃຫ້ຮ່າງກາຍເຂົ້າໄປໃນສູ່ໄລຍະຂອງໂຣກເອດສ ຫຼື ພາວະພູມຄຸ້ມກັນບົກພ່ອງ ການກວດຫາເຊື້ອ HIV ເປັນຂັ້ນຕອນໜຶ່ງໃນການດູແລສຸຂະພາບເມື່ອໄດ້ຮູ້ສະຖານະການຕິດເຊື້ອ HIV ຂອງຕົນເອງ ນີ້ຈະຊ່ວຍໃຫ້ສາມາດດູແລຕົວເອງໂດຍອີງໃສ່ສະຖານະການຕິດເຊື້ອທີ່ມີຢູ່. ໃນກໍລະນີຂອງການຕິດເຊື້ອ ກວດໄວກໍຈະໄດ້ຮັບການປິ່ນປົວໄວຂຶ້ນ ແລະ ຊ່ວຍບັນເທົາຄວາມກັງວົນ, ຄວາມກົດດັນໃນຄົນທີກໍາລັງປະເຊີນກັບຄວາມສ່ຽງຕໍ່ການຕິດເຊື້ອ HIV ​ກໍຈະໄດ້ຮັບ​​ຄໍາ​ແນະ​ນໍາ​, ... Read More

ຢາປ້ອງກັນການຕິດເຊື້ອເຮສໄອວີແບບສຸກເສີນ ( Post-Exposure Prophylaxis )

PEP ສາມາດປ້ອງກັນການຕິດເຊື້ອເຮສໄອວີໄດ້ຫຼາຍກວ່າ 80% ຫາກໄດ້ຮັບການກິນຢາຢ່າງຖືກຕ້ອງ ຫຼື ໃນໄລຍະເວລາບໍ່ເກີນ 72 ຊົ່ວໂມງ ຖ້າໄດ້ຮັບຢາໄວເທົ່າໃດກໍຍິ່ງມີປະສິດທິພາບຕໍ່ຮ່າງກາຍຫຼາຍຂື້ນ ແລະ ສິ່ງສໍາຄັນແມ່ນຂື້ນກັບສະພາບຂອງຮ່າງກາຍຜູ້ກິນອີກດ້ວຍ ຢາ PEP ແມ່ນຫຍັງ ?PEP ຫຍໍ້ມາຈາກ Post-Exposure Prophylaxis, ມັນແມ່ນຢາປ້ອງກັນການຕິດເຊື້ອເຮສໄອວີແບບສຸກເສີນ. ສິ່ງນັ້ນຕ້ອງໄດ້ຮັບປະທານໃຫ້ໄວທີ່ສຸດຫຼັງຈາກໄດ້ຮັບຄວາມສ່ຽງຈາກການຕິດເຊື້ອ HIV ... Read More

ຢາທີ່ສາມາດຕ້ານເຊື້ອ HIV : PEP ແລະ PrEP

ເອດ ຫຼື ເຊື້ອ HIV ຍັງເປັນໂຣກທີ່ຍັງບໍ່ທັນສາມາດຮັກສາໃຫ້ຫາຍຂາດໄດ້ແຕ່ໃນປັດຈຸບັນ ໄດ້ມີການຄົ້ນຄວ້າ ແລະ ວິໄຈຈົນສາມາດຜະລິດຢາທີ່ສາມາດປ້ອງກັນເຊື້ອນີ້ໄດ້ແລ້ວ ເຊິ່ງມີຊື່ວ່າ PEP ແລະ PrEP +PEP ຫຍໍ້ມາຈາກ (Post-Exposure Prophylaxis) ເປັນຢາ​ຕ້ານ​ໄວ​ຣັດ​ HIV ແບບ​ສຸກ​ເສີນເຊິ່ງຢາ​ນີ້​ຈະ​ຈ່າຍໃຫ້​ແກ່ ​ບຸກຄົນ​ທີ່​ຖືກ​ລ່ວງ​ລະ​ເມີດ​ທາງ​ເພດ​, ​ຄົນ​ທີ່​ມີ​ເພດ​ສຳພັນ​ໂດຍບໍ່​ໄດ້ປ້ອງ​ກັນ​ກັບ​ຄົນ​ແປກ​ໜ້າ​,​ຖົງ​ຢາງ​ຮົ່ວ ​ຫຼື​ ຖົງ​ຢາງ​ຫຼຸດ​ລະຫວ່າງ​ມີ​ເພດ​ສຳພັນ ​​ແລະ ອື່ນໆທີ່ສົງໄສວ່າໄດ້ຮັບເຊື້ອ HIV ແລະ ເພື່ອ​ໃຫ້​ໄດ້​ປະ​ສິດ​ທິ​ພາບ​ສູງ​ສຸດ​​ຈະ​ຕ້ອງ​ກິນຢາ​ນີ້ ຢ່າງ​ໄວ​ທີ່ສຸດ​ ພາຍ​ໃນ​ເວລາ​ 72 ຊັ່ວ​ໂມງ​ ແລະ ​ຈະ​ຕ້ອງ​ກິນ​ຢາ​ຢ່າງ​ຕໍ່​ເນື່ອງ​ເປັນ​ເວລາ​ 28 ມື້​ ... Read More