ຢາທີ່ສາມາດຕ້ານເຊື້ອ HIV : PEP ແລະ PrEP


PrEP ກັບ PEP ແຕກຕ່າງກັນແນວໃດ

ເອດ ຫຼື ເຊື້ອ HIV ຍັງເປັນໂຣກທີ່ຍັງບໍ່ທັນສາມາດຮັກສາໃຫ້ຫາຍຂາດໄດ້ແຕ່ໃນປັດຈຸບັນ ໄດ້ມີການຄົ້ນຄວ້າ ແລະ ວິໄຈຈົນສາມາດຜະລິດຢາທີ່ສາມາດປ້ອງກັນເຊື້ອນີ້ໄດ້ແລ້ວ ເຊິ່ງມີຊື່ວ່າ PEP ແລະ PrEP

+PEP ຫຍໍ້ມາຈາກ (Post-Exposure Prophylaxis) ເປັນຢາ​ຕ້ານ​ໄວ​ຣັດ​ HIV ແບບ​ສຸກ​ເສີນເຊິ່ງຢາ​ນີ້​ຈະ​ຈ່າຍໃຫ້​ແກ່ ​ບຸກຄົນ​ທີ່​ຖືກ​ລ່ວງ​ລະ​ເມີດ​ທາງ​ເພດ​, ​ຄົນ​ທີ່​ມີ​ເພດ​ສຳພັນ​ໂດຍບໍ່​ໄດ້ປ້ອງ​ກັນ​ກັບ​ຄົນ​ແປກ​ໜ້າ​,​ຖົງ​ຢາງ​ຮົ່ວ ​ຫຼື​ ຖົງ​ຢາງ​ຫຼຸດ​ລະຫວ່າງ​ມີ​ເພດ​ສຳພັນ ​​ແລະ ອື່ນໆທີ່ສົງໄສວ່າໄດ້ຮັບເຊື້ອ HIV ແລະ ເພື່ອ​ໃຫ້​ໄດ້​ປະ​ສິດ​ທິ​ພາບ​ສູງ​ສຸດ​​ຈະ​ຕ້ອງ​ກິນຢາ​ນີ້ ຢ່າງ​ໄວ​ທີ່ສຸດ​ ພາຍ​ໃນ​ເວລາ​ 72 ຊັ່ວ​ໂມງ​ ແລະ ​ຈະ​ຕ້ອງ​ກິນ​ຢາ​ຢ່າງ​ຕໍ່​ເນື່ອງ​ເປັນ​ເວລາ​ 28 ມື້​ ພາຍໃຕ້​ການ​ເບິ່ງ​ແຍງ​ ແນະນຳ​ຂອງ​ແພດ​ເຫດຜົນ​ທີ່​​ຕ້ອງ​ກິນຢາ​ນີ້​ໃຫ້​ໄວ​ທີ່ສຸດ​ກໍ​ເພື່ອ​ໃຫ້​ຢາ​ເຂົ້າໄປ​ຕໍ່ສູ້​ກັບ​ເຊື້ອ​ HIV​ ແລະ ​ສ້າງ​ລະບົບ​ພູ​ມິ​ຄຸ້ມ​ກັນ​ທີ່​ຈະ​ສາມາດ​ປ້ອງ​ກັນ​HIV ໄດ້​ ແຕ່ຖ້າກິນຢາຫຼັງຈາກ72 ຊັ່ວ​ໂມງ​ ຈະໃຫ້ມີປະສິດທິພາບໜ້ອຍ​​ ຫຼື ​ບໍ່ ​ສາມາດ​ປ້ອງ​ກັນ​ການ​ຕິດ​ເຊື້ອ​ໄດ້​ເລຍ​
+PrEP ຫຍໍ້ມາຈາກ (PreExposure Prophylaxis) ເປັ​ນ​ຢາ​ທີ່​ກິນກ່ອນຈະ​ໄດ້ຮັບ​ເຊື້ອ​ຫຼືປ້ອງ​ກັນ​ເຊື້ອ​ HIV ສຳລັບ​ກຸ່ມ​ຄົນທີ່​ບໍ່​ມີ​ການ​ກວດ​ພົບ​ເຊື້ອ​HIV ແຕ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ໄດ້ຮັບ​ເຊື້ອ​ຈາກ​ພຶດຕິກຳ​ ຫຼື ຫນ້າທີ່​ການ​ງານ​ທີ່​ປະຕິບັດ​ ຕົວຢ່າງເຊັ່ນ ຜູ້​ທີ່​ມີ​ຜົນ​ເລືອດ​ເປັນ​ລົບ​ (ບໍ່​ມີ​ເຊື້ອ​ HIV) ແຕ່​ມີ​ຄູ່​ຮັກ​ ຫຼື ຄູ່ນ​ອນ​ທີ່​ມີ​ຜົນ​ເລືອດ​ເປັນ​ບວກ​ (ມີ​ເຊື້ອ​ HIV) ທີ່​ຢັງ​ບໍ່​ໄດ້ຮັບ​ຢາ​ຕ້ານ​ ຫຼື ​ຢັງ​ກວດ​ພົບ​ໄວ​ຣັດ​ໃນ​ເລືອດ​, ຜູ້​ທີ່​ເຄີຍ​ກິນ​ຢາ​ປ້ອງ​ກັນ​ HIV ແບບ​ສຸກ​ເສີນ ​ແລະ​ ຍັງມີ​ພຶດຕິກຳ​ສ່ຽງ​ໃນ​ແບບ​ເດີມ​, ຊາຍ ຫຼື ຍິງທີ່ເຮັດວຽກບໍລິການທາງເພດ, ຜູ້​ທີ່​ມີ​ນິ​ສັຍມັກປ່ຽນຄູ່ນອນ, ຊາຍ​ທີ່​ມີ​ເພດ​ສຳພັນ​ກັບ​​ຊາຍ ​ຫຼື ​ສາວ​ປະ​ເພດ​ສອງ PrEP ຄື​ຢາ​ຕ້ານ​ໄວ​ຣັດ​ທີ່​ໃຫ້​ກິນ​ເປັນ​ປະຈຳ​​ເພື່ອລົ​ດ​ຄວາມ​ສ່ຽງ​ຕໍ່​ການ​ຕິດ​ເຊື້ອ​HIV ແລະ ໃຫ້​ປະ​ສິດ​ທິ​ພາບ​ຫຼາຍ​ໃນ​ກຸ່ມ​ຊາຍ​ຮັກ​ຊາຍ​ ແລະ​ສາວ​ປະ​ເພດ​ສອງ​ທີ່​ມີ​ເພດ​ສຳພັນ​ກັບ​ຊາຍ​ໂດຍ​ຫາກ​ກິນ​ຢາ​ຢ່າງ​ ສ​ະໝ່ຳ​ສະເໝີ​ແລ້ວ​ ຈະ​ສາມາດ​ປ້ອງ​ກັນ​ການ​ຕິດ​ເຊື້ອ​ເອດໄດ້​ເຖິງ​92% ໂດຍ​ຢາ​ທີ່​ແນະ​ນຳ​ໃຫ້​ໃຊ້​ໃນ​ປະຈຸບັນ​ຄື​ Tenofovir 300mg;​ Emtricitabine 200mg​ ເທື່ອ​ລະ​ 1 ເມັດ​ ມື້​ລະ​ 1 ເທື່ອ​ ເຖິງວ່າ PEP กับ PrEP ​ຈະ​ສາມາດ​ປ້ອງ​ກັນ​ການ​ຕິດ​ເຊື້ອ​ HIV ໄດ້​ແຕ່​ກໍ​ຢັງ​ບໍ່​ 100% ດັ່ງ​ນັ້ນ​ຫຼັງຈາກທີ່ໃຊ້ຢາຄວນໄປກວດເລືອດທຸກໆ 3 ເດືອນ​ເພື່ອເຊັກໃຫ້ແນ່ໃຈວ່າບໍ່ມີການຕິດເຊື້ອ ແລະ ຢ່າ​ໄດ້​ມີ​ພຶດຕິກຳ​ທີ່​ສ່ຽງ​ຕໍ່​ການ​ຕິດ​ເຊື້ອ​ຈະ​ເປັນ​ການ​ດີ​ທີ່ສຸດ.

ຂໍ້ມູນອ້າງອີງຈາກ: http://pplao.blogspot.com/2018/07/hiv-pepprep.html?m=1