CHEMSEX ແມ່ນຫຍັງ?


Chemsex  ບໍ່ແມ່ນເລື່ອງໃໝ່ສໍາຫຼັບ ການໃຊ້ຢາເສບຕິດ ຂອງສາຍປາຕີ້

Chemsex ແມ່ນການໃຊ້ຢາເສບຕິດໃນເວລາການຮ່ວມເພດ ເຊິ່ງອາດຈະເປັນກ່ອນ ຫຼື ໃນລະຫວ່າງການຮ່ວມເພດ. ເຊິ່ງແຜ່ຫຼາຍໃນບັນດາກຸ່ມຊາຍຮັກຊາຍ ( MSM ) ທົ່ວໂລກ ມີຕັ້ງແຕ່ໄວລຸ້ນໄປເຖິງຜູ້ໃຫຍ່ທີ່ນິຍົມຈັດປາຕີ້ ( Party ) ເພື່ອເສບຢາ ແລະ ມີເພດສໍາພັນ ເພື່ອປົດປ່ອຍຄວາມຕ້ອງການຂອງພວກເຂົາ. ສີ່ງນີ້ນຳໄປສູ່ການເສບຕິດ ແລະພະຍາດຕິດຕໍ່ທາງເພດສໍາພັນ ລວມທັງການຕິດເຊື້ອ HIV ເພາະວ່າພວກເຂົາສ່ວນຫຼາຍບໍ່ໄດ້ໃຊ້ຖົງຢາງອະນາໄມ

ການໃຊ້ຢາເສບຕິດ ບາງຄົນໃຊ້ອາດໃຊ້ຢາເສບຕິດເປັນບາງຄັ້ງຄາວເມື່ອໄປງານລ້ຽງ ( Party )  ຫຼື ມີເພດສໍາພັນ ແລະ ບາງຄັ້ງອາດຈະໃຊ້ເປັນເວລາຫຼາຍມື້ຕິດຕໍ່ກັນ

ຢາທີ່ນິຍົມໃຊ້ທົ່ວໄປສໍາລັບ chemsex ແມ່ນ GHB / GBL, ໄອສ, ແລະ ອາດມີຢາຫຼາຍໆໂຕທີ່ຖືກມານໍາໃຊ້ຮ່ວມກັນ.

ຄວາມສ່ຽງທີ່ອາດຈະເກີດ chemsex ອາດຈະເກີດທັງໃນຕົວຢາ ແລະຄວາມສ່ຽງອື່ນໆທີ່ກ່ຽວຂ້ອງກັບ chemsex, ເຊັ່ນ: ການບໍ່ໃຊ້ຖົງຢາງອະນາໄມ, ລືມກິນຢາ PrEP, ຖືກຂົ່ມເຫັງ, ຫຼື ຖືກໃຊ້ຄວາມຮຸນແຮງ ການສັກຢາທີ່ບໍ່ປອດໄພ ຫຼື ການໃຊ້ເຂັມຮ່ວມກັນ, ແລະ ອື່ນໆ.

ໃນໂລກອອນໄລນ໌, chemsex ແມ່ນສາມາດເຂົ້າເຖິງໄດ້ງ່າຍ ແລະ ມັກຈະໃຊ້ສັນຍາລັກທີ່ແຕກຕ່າງກັນເພື່ອບົ່ງບອກການໃຊ້ chemsex

ປັດໃຈທີ່ເຮັດໃຫ້ຄົນໃຊ້ chemsex

ເຮັດໃຫ້ທ່ານຮູ້ສຶກມີຄວາມສຸກກັບການຮ່ວມເພດຫຼາຍຂຶ້ນ (ຢານີ້ຊ່ວຍເພີ່ມຄວາມຮູ້ສຶກທາງດ້ານຄວາມຮູ້ສຶກໃນລະຫວ່າງການຮ່ວມເພດ.) ບາງຄົນຮູ້ສຶກວ່າການໃຊ້ chemsex ເຮັດໃຫ້ພວກເຂົາມີຄວາມກ້າຫານທີ່ຈະທົດລອງປະສົບການທາງເພດໃໝ່. ( ຫຼຸດຜ່ອນການຍັບຍັ້ງ ) ເຮັດໃຫ້ການຮ່ວມເພດດີຂຶ້ນ ແລະ ຢູ່ໄດ້ດົນ ( ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ຖືກ​ກົດ​ດັນ ຫຼື ບໍ່ໝັ້ນໃຈວ່າເຂົາເຈົ້າສາມາດມີເພດສຳພັນໄດ້ດີ ຢາຈະປົດປ່ອຍຄວາມຮູ້ສຶກນັ້ນອອກ ) ແລະ ຄວາມຮູ້ສຶກຕໍ່ຕົນເອງ.

ການສັ່ງສອນ ຫຼື ຄວາມເຊື່ອໃນສັງຄົມວ່າ ການມີເພດສໍາພັນຂອງເພດສໍາພັນເປັນສິ່ງທີ່ບໍ່ເໝາະສົມ (ບາບ ຫຼື ຜິດທໍາມະຊາດ) ໂດຍສະເພາະກຸ່ມຫຼາກຫຼາຍທາງເພດ ສົ່ງຜົນໃຫ້ບາງຄົນຮູ້ສຶກຜິດ ຫຼື ມີຄວາມລະອາຍຕໍ່ຕົນເອງ. ອາດຈະເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະປະຖິ້ມຄວາມຮູ້ສຶກນີ້ໃນຂະນະທີ່ມີເພດສໍາພັນ, ສະນັ້ນເລືອກໃຊ້ chemsex ເພື່ອສະກັດກັ້ນຄວາມຮູ້ສຶກນັ້ນ.

ຄວາມເຫງົາ, ຮູ້ສຶກໂດດດ່ຽວ, ຕົວຢ່າງ ອາດຈະຍ້າຍໄປຢູ່ຕ່າງເມືອງ ຕ່າງສະຖານທີ, ຫຼື ມີຄວາມຫຍຸ້ງຍາກໃນການຊອກຫາຄວາມສໍາພັນທີ່ຈິງຈັງເພາະວ່າໃນສັງຄົມ MSM, LGBTQI+  ຈະເນັ້ນໜັກໃສ່ການຊອກຫາຄູ່ຮ່ວມນອນແທນທີ່ຈະຊອກຫາຄວາມສໍາພັນທີ່ຈິງຈັງ.

ວັດທະນະທໍາການຮ່ວມເພດຂອງກຸ່ມເກ ( GAY ) ມັກຈະຖືກເບິ່ງວ່າເປັນບໍ່ມີການຢັບຢັ້ງຊັງໃຈ, ຮ້ອນແຮງ, ມ່ວນ, ແລະ ນ່າດຶງດູດ, ຈຶງໃຊ້ chemsex ເປັນຕົວຊ່ວຍທີຈະຢູ່ໃນວັດທະນະທໍານີ້ໄດ້.

ຄົນທີ່ໃຊ້ chemsex ມີຫຼາກຫຼາຍຕົວຕົນທີ່ແຕກຕ່າງກັນ ທັດສະນະທາງເພດ ແລະ ເອກະລັກທາງເພດ ມັນບໍ່ແມ່ນພຽງແຕ່ MSM ເທົ່ານັ້ນ, ມີຄູ່ຊາຍຍິງ transgender  ທີ່ໃຊ້ເຊັ່ນກັນ ແຕ່ສິ່ງທີ່ໜ້າສົນໃຈແມ່ນ ປະກົດການທີ່ກຸ່ມ MSM ໃຊ້ຫຼາຍ chemsex ແລະ ປະເຊີນກັບຄວາມສ່ຽງຫຼາຍ.

ຊີວິດປະຈໍາວັນ ການ​ມີ​ຢູ່​ໃນ​ສັງ​ຄົມ​ ດໍາລົງຊີວິດທີ່ບາງຄົນບໍ່ສາມາດເປີດເຜີຍຕົວຕົນຂອງເຂົາເຈົ້າໄດ້ ຫຼື ເຂົາເຈົ້າອາດມີຄວາມກັງວົນກ່ຽວກັບການປະເຊີນໜ້າກັບການຖືກດູຖູກ ແລະ ການຈໍາແນກ.

ອາຊີບ ແລະ ປັດໃຈເສດຖະກິດ ບາງຄົນອາດຈະເຮັດວຽກບໍລິການທາງເພດ ແລະ ໃຊ້ຢາໃນວຽກຖ້າລູກຄ້າຕ້ອງການ ຫຼື ຜູ້ທີ່ຂາຍຢາເສບຕິດ ມີລາຍໄດ້ເພີ່ມເຕີມໂດຍການໃຫ້ບໍລິການ.

ຄວາມສໍາພັນກັບຄູ່ ປັດໄຈຕ່າງໆເຊັ່ນ: ການບໍ່ເວົ້າກ່ຽວກັບເລື່ອງເພດສໍາພັນ ອາດຈະເຮັດໃຫ້ບໍ່ສາມາດສະແດງອອກເຖິງຄວາມຕ້ອງການ ຫຼື ບໍ່ກ້າມີເພດສໍາພັນໃນບາງວິທີ ການໃຊ້ຢາອາດຈະຊ່ວຍຫຼຸດຜ່ອນການຍັບຍັ້ງສິ່ງນັ້ນ ຫຼື ບາງຄົນອາດຈະຕິດຢູ່ໃນຄວາມເຊື່ອວ່າການຮ່ວມເພດກັບຜູ້ຊາຍແມ່ນບໍ່ເໝາະສົມ ດັ່ງນັ້ນ, ການໃຊ້ຢາເພື່ອສະກົດຄວາມຮູ້ສຶກທີ່ບໍ່ດີໄວ້ ຫຼື ພຽງແຕ່ຕ້ອງການໃຫ້ເພດສໍາພັນດົນຂື້ນ, ມີຄວາມມ່ວນຫຼາຍຂື້ນ, ເຮັດໃຫ້ຕົວເອງ ຫຼື ຄູ່ຮ່ວມນອນມີຄວາມຮູ້ສຶກເຊັກຊີ່ຂື້ນ

ຄວາມສໍາພັນກັບຄອບຄົວ ແລະ ໝູ່ເພື່ອນ: ກຸ່ມໝູ່ເພື່ອນທີ່ເປັນ MSM ອາດຈະສົ່ງເສີມພາບລັກທີ່ສັງຄົມເຊື່ອມໂຍງກັບຄວາມເປັນ MSM ດ້ວຍການມີເພດສໍາພັນທີ່ມີຄວາມຮ້ອນແຮງ, ໜ້າດຶງດູດ ລວມທັງເພີ່ມໂອກາດໃນການເຂົ້າເຖິງຢາເສບຕິດ ບໍ່ວ່າຈະເປັນການໄປງານລ້ຽງ ( Party ) ຫຼື ຈາກການໃຊ້ແອັບຫາຄູ່ ແລະ ໃນຄວາມສໍາພັນອື່ນໆ, ບາງຄົນອາດຈະບໍ່ສາມາດເປີດເຜີຍຕົວຕົນຂອງພວກເຂົາຕໍ່ຄອບຄົວ ຫຼື ສັງຄົມໄດ້. ດັ່ງນັ້ນຈຶ່ງໜີອອກຈາກກອບ ແລະ ການສ້າງຕົວຕົນໃນລະຫວ່າງການໃຊ້ chemsex.

ສື່ມວນຊົນສັງຄົມ ຈາກພື້ນທີ່ທີ່ປົກກະຕິແລ້ວບໍ່ເປີດໃຫ້ MSM, ເຮັດໃຫ້ການຫາຄູ່ອອນໄລນ໌ແມ່ນເປັນທີ່ນິຍົມ ແລະ ເປິດໂອກາດໃຫ້ເຂົ້າເຖິງຢາໄດ້

Chemsex ເຮັດຫຍັງຕໍ່ກັບຮ່າງກາຍ?

ສານເຄມີ ຫຼື ສານເສບຕິດ ທີ່ເຮັດໃຫ້ເກີດກິດຈະກໍາທາງເພດ ມີການເຮັດວຽກຜ່ານລະບົບປະສາດ ແລະ ສະໝອງ ດັ່ງນັ້ນ ມັນຈະສົ່ງຜົນກະທົບຕໍ່ສະໝອງ  ແລະ ປະສາດໂດຍກົງຜົນກະທົບໄລຍະຍາວຄື ເຮັດໃຫ້ເກີດອາການຊື້ມເສົ້າ, ວິຕົກກັງວົນນອນບໍ່ຫຼັບ, ຫົວໃຈເຕັ້ນໄວ ຫຼື ເຕັ້ນຜິດຈັງຫວະ ອຸນຫະພູມຮ່າງກາຍສູງຂື້ນ ກ້າມເນື້ອແຂງກະຕຸກບາງຄັ້ງເກີດອາການຊັກ ເປັນລົມບໍ່ໄດ້ສະຕິ ຄວາມຈໍາເຊື່ອມ

chemsex ເຮັດໃຫ້ມີຄວາມສ່ຽງສູງໃນການແຜ່ກະຈາຍຂອງ ເຊື້ອເຮສໄອວີ ແລະ ພະຍາດຕິດຕໍ່ທາງເພດສໍາພັນເຊັ່ນ: ຕັບອັກເສບ C ​​ຫຼືໂລກເອດສ…..

 ຢາເສບຕິດ ແລະ ຊື່ເອີ້ນໃນກຸ່ມຜູ້ໃຊ້

  • ຢາໄອສ໌ ( Methamphetamine ) ນ້ຳແຂງ ສະເກັດ
  • ຢາອີ ຢາເລີຟ Ecstasy/Methylenedioxymethamphetamine (MDMA) ເຂົ້າໜົມ, ອີ
  • ຢາບ້າ (Amphetamine) ຢາມ້າ, ມ້າ
  • ເຄຕາມີນ (Ketamine) ເຄ
  • Poppers (Alkyl nitrites) ປ໋ອບເປີ
  • ສະແນັກ (Alprazolam) ຢາແມວ ,Nax, Mano
  • GHB (Gamma hydroxybutyrate) GHB

ຂໍ້ມູນອ້າງອີງ ແລະ ຮູບພາບປະກອບຈາກ: https://www.caremat.org/chemsex-%e0%b8%81%e0%b8%b1%e0%b8%9a%e0%b8%aa%e0%b8%b4%e0%b9%88%e0%b8%87%e0%b8%97%e0%b8%b5%e0%b9%88%e0%b8%95%e0%b9%89%e0%b8%ad%e0%b8%87%e0%b8%84%e0%b8%b3%e0%b8%99%e0%b8%b6%e0%b8%87/

https://www.pulse-clinic.com/th/chemsex

https://www.irishexaminer.com/lifestyle/artsandculture/arid-40876559.html