CD4  ແມ່ນຫຍັງ?


CD4 ແມ່ນເມັດເລືອດຂາວຊະນິດໜຶ່ງ ຫຼື ເອີ້ນກັນອີກຢ່າງໜຶ່ງວ່າ TH CELL, ໃນເບື້ອງຕົ້ນແບ່ງອອກເປັນ 4 ຊະນິດ TH1, TH2, TH17, TREG ,ມີໜ້າທີ່ສ້າງລະບົບພູມຄຸ້ມກັນໃຫ້ຮ່າງກາຍເມື່ອຮ່າງກາຍແຂງແຮງກໍຈະມີເຊລດັ່ງກ່າວນີ້ຈໍານວນຫຼາຍເພື່ອຄວບຄຸມ ແລະ ຕໍ່ສູ້ກັບກັບເຊື້ອພະຍາດຕ່າງໆທີ່ຈະເຂົ້າສູ່ຮ່າງກາຍ.

ຄົນປົກກະຕິທີ່ມີສຸຂະພາບແຂງແຮງດີຈະມີຄ່າ CD4 ປະມານ 600 ຫາ 1600 ເຊລຕໍ່ເມັດເລືອດ ແລະ ຄົນທີ່ມີຈຳນວນ CD4 ຢູ່ໃນລະດັບນີ້ສາມາດຕໍ່ສູ້ກັບເຊື້ອພະຍາດທີ່ຮ່າງກາຍຮັບເຂົ້າໄປໄດ້  ຫຼື ສາມາດເວົ້າໄດ້ອີກຢ່າງໜື່ງວ່າມີຄ່າ CD4 ໃນໃນລະດັບທີ່ເໝາະສົມກໍໝາຍເຖິງຮ່າງກາຍແຂງແຮງສາມາດຕ້ານເຊື້ອພະຍາດທົ່ວໄປໄດ້ໂດຍບໍ່ມີບັນຫາ.

ຄ່າ CD4 ຂອງຄົນປົກກະຕິແມ່ນເທົ່າໃດ?

ໃນຄົນທີ່ມີສຸຂະພາບແຂງແຮງດີ, ຈະມີຄ່າ CD4 ປົກກະຕິແມ່ນ 600 ຫຼື ສູງກວ່າ, ມີຈໍານວນເຊລເມັດເລືອດຂາວປົກກະຕິລະຫວ່າງ 4,500 ຫາ 10,000 ເມັດເລືອດຂາວ, ຫຼື ເມັດເລືອດຂາວ WBC white blood cell ຕໍ່ໄມໂຄລິດ, ຄ່າ CD4 ປົກກະຕິແມ່ນປະມານ 600 ຂື້ນໄປ.

CD4 ມີຄວາມສໍາຄັນແນວໃດຕໍ່ຜູ້ຕິດເຊື້ອ HIV ?

ໃນການຕິດເຊື້ອ HIV, ມີພຽງແຕ່ປະມານ 5-10% ຂອງຈຸລັງພູມຕ້ານທານ CD4 ທີ່ຕາຍຍ້ອນເຊື້ອ HIV, ສ່ວນທີ່ເຫຼືອ 90-95% ຕາຍແລ້ວຈະບໍ່ຕິດເຊື້ອ, ຈະເຫັນໄດ້ວ່າການທີ່ຮ່າງບໍ່ມີພູມຄຸ້ມກັນ ເກີດຈາກຈໍານວນ CD4 ທີ່ຫຼຸດລົງ  ຫຼາຍກ່ວາບັນຫາຈາກຈໍານວນຈຸລັງທີ່ຕິດເຊື້ອ HIV ເພີ່ມຂຶ້ນ.

CD4 ຫຼື ຈໍານວນເມັດເລືອດຂາວຕໍ່າແມ່ນຫຍັງ?

ຄົນທີ່ມີເມັດເລືອດຂາວໜ້ອຍກວ່າ 1000 ຫຼື CD4 ໜ້ອຍກວ່າ 600 ຈະຖືວ່າຕໍ່າເກີນໄປ ແລະ ສະແດງເຖິງຄວາມສ່ຽງຕໍ່ການຕິດເຊື້ອທີ່ຮ້າຍແຮງ ຫຼື ສິ່ງນີ້ພວກເຮົາເອີ້ນວ່າ ການຕິດເຊື້ອສວຍໂອກາດເມື່ອຮ່າງກາຍອ່ອນແອ, ມັນສາມາດຕິດເຊື້ອຕ່າງໆໄດ້ງ່າຍກວ່າ.

ເມື່ອຕິດເຊື້ອ HIV CD4 ຈະເປັນແນວໃດ?

ເມື່ອຄົນປົກກະຕິຕິດເຊື້ອ HIV  ເຂົ້າສູ່ຮ່າງກາຍ ເຊື້ອ HIV ຈະທຳລາຍເຊັລ CD4 ແລະ ຫຼັງຈາກນັ້ນຈະສ້າງຕົວມັນເອງຂື້ນມາໃໝ່ພາຍໃນ CD4 ນັ້ນ ແລະ ເມື່ອເຊື້ອ HIV ທີ່ມີຢູ່ໃນ CD4 ແຜ່ລາມໄປພ້ອມໆກັນ, ມັນຈະຂະຫຍາຍຕົວໃຫ້ເຊື້ອ HIV ຮວມຕົວກັນໄປໂຈມຕີເຊັລ CD4 ອື່ນໆ ທີ່ຍັງແຂງແຮງໄດ້ຫລັງຈາກຕິດເຊື້ອ HIV, ລະດັບ CD4 ຂອງທ່ານຈະຫຼຸດລົງຢ່າງໄວວາ.

ການປິ່ນປົວຮັກສາ HIV ແລະ CD4

ປະຈຸ​ບັນ​ການປິ່ນປົວຄົນເຈັບ HIV ໃນທຸກກໍລະນີບໍ່ວ່າຈະມີ CD4 ຫຼາຍໜ້ອຍປານໃດ ກໍຕ້ອງເຂົ້າຮັບ ການປິ່ນປົວດ້ວຍຢາຕ້ານໄວຣັສ ຍິ່ງໄດ້ຮັບການຮັກສາໄວກໍຍິ່ງຈະຄວບຄຸມເຊື້ອເຮສໄອວີໄດ້ ແລະ ຈໍານວນຄ່າ CD4 ກໍເພີ່ມຂຶ້ນຕາມລໍາດັບ ຖ້າຄົນເຈັບກິນຢາທຸກມື້ ແລະ ກົງເວລາ, CD4 ພື້ນຖານແມ່ນຈະຄົງທີ່ຢູ່ລະຫວ່າງ 500 ຫາ 600 ຂຶ້ນກັບສະພາບທາງດ້ານຮ່າງກາຍຂອງແຕ່ລະຄົນ.

CD4 ຢູ່ໃນລະດັບໃດຖືວ່າເປັນລະດັບທີ່ໜ້າເປັນຫ່ວງ?

ລະດັບ CD4 ແມ່ນຫນ້ອຍກວ່າ 200, ທີ່ມີທ່າແຮງສໍາລັບການຕິດເຊື້ອຕ່າງໆທີ່ເອີ້ນວ່າການຕິດເຊື້ອສວຍໂອກາດເນື່ອງຈາກການຂາດພູມຕ້ານທານ ຫຼື ພູມຄຸ້ມກັນບົກພ່ອງ ແລະ ເຂົ້າສູ່ໄລຍະການເປັນເອດສ, ຮ້າຍແຮງຫຼາຍຈົນສາມາດເສຍຊີວິດໄດ້, ຖ້າຍາກ CD4 ເພີ່ມຂຶ້ນຢ່າງໄວວາທ່ານຄວນເບິ່ງແຍງດູແລຕົນເອງ, ອອກກໍາລັງກາຍ, ກິນອາຫານທີ່ດີ, ເຮັດໃຫ້ຈິດໃຈສະຫງົບ ແລະ ກິນຢາຢ່າງຕໍ່ເນື່ອງຢຸດ​ເສບ​ຢາ​ເສບ​ຕິດ​ທຸກຊະນິດ​ ແລະ ຫຼຸດຜ່ອນຄວາມກັງວົນ ຈະຊ່ວຍໃຫ້ຄົນເຈັບມີຄຸນນະພາບຊີວິດທີ່ດີຂື້ນ.

ຂໍ້ມູນອ້າງອີງຈາກ:

https://lovefoundation.or.th/cd4-info/#rab_cheux_xe_ch_xi_wi_CD4_ca_pen_xyang_ngi

https://livapco.com/faq/cd4-%E0%B8%84%E0%B8%B7%E0%B8%AD%E0%B8%AD%E0%B8%B0%E0%B9%84%E0%B8%A3/