ຢາປ້ອງກັນເຊື້ອ HIV ຫຼັງການສຳຜັດເຊື້ອ PEP


ມາທຳຄວາມຮູ້ຈັກຢາປ້ອງກັນເຊື້ອ HIV ອີກໜຶ່ງຊະນິດກໍຄື:ຢາ”PEP” ຫຼື Post-Exposure Prophylaxis.
ເປັນຢາປ້ອງກັນເຊື້ອ HIV ຫຼັງການສໍາຜັດເຊື້ອ ຫຼື ຫຼັງຈາກທີ່ມີຄວາມສ່ຽງ ກໍລະນີທີ່ມີເພດສໍາພັນແບບບໍ່ໄດ້ປ້ອງກັນ ໂດຍຕ້ອງໄດ້ຮັບຢາໃຫ້ໄວທີ່ສຸດ ຫຼື ບໍ່ໃຫ້ເກີນ 72 ຊົ່ວໂມງ ແລະຄວນກິນໃຫ້ຄົບ 28 ມື້ເພື່ອເພີ່ມປະສິດທິພາບໃນການປ້ອງກັນເຊື້ອ HIV ໄດ້ສູງເຖິງ 70-80%

ໝາຍເຫດ: PrEP ແລະ PEP ສາມາດປ້ອງກັນເຊື້ອ HIV ໄດ້ເທົ່ານັ້ນ ດັ່ງນັ້ນຄວນມີການໃສ່ຖົງຢາງອະນາໄມເພື່ອຫຼຸດຄວາມສ່ຽງ ແລະ ປ້ອງກັນໂລກຕິດຕໍ່ທາງເພດສໍາພັນອື່ນໆ.