ຮູ້ບໍ່ ວ່າມີຢາທີ່ສາມາດປ້ອງກັນເຊື້ອ HIV?


PrEP ຫຼື Pre-Exposure Prophylaxis ເປັນຢາທີ່ໃຊ້ປ້ອງກັນເຊື້ອ HIV ກ່ອນການສໍາຜັດເຊື້ອ ໃນກຸ່ມປະຊາກອນສ່ຽງຈາກການມີເພດສໍາພັນທີ່ບໍ່ໄດ້ປ້ອງກັນ ແລະ ກຸ່ມຜູ້ໃຊ້ສານເສບຕິດທີ່ໃຊ້ເຂັມສັກຢາ ການເຮັດວຽກຂອງຢາແມ່ນການສ້າງເກາະປ້ອງກັນໃຫ້ກັບເມັດເລືອດຂາວ ໃຊ້ເວລາກິນຢາຕິດຕໍ່ກັນ 7 ມື້ທຳອິດເພື່ອເປັນເກາະປ້ອງກັນທີ່ສົມບູນແບບ ແລະ ສືບຕໍ່ກິນເປັນປົກກະຕິ ຫຼັງຈາກທີ່ເມັດເລືອດຂາວມີເກາະປ້ອງກັນແລ້ວ ເຊື້ອ HIV ກໍບໍ່ສາມາດເຂົ້າໄປ Copy cell ໃນເມັດເລືອດຂາວໄດ້ ຜົນກໍຄືບໍ່ສາມາດຕິດເຊື້ອHIV ແຕ່ຖ້າຫາກບໍ່ກິນຢາຢ່າງຕໍ່ເນື່ອງ ເມັດເລືອດຂາວກໍ່ຈະສູນເສຍການປ້ອງກັນ.