Information

ເມື່ອຖົງຢາງອະນາໄມແຕກຈະເຮັດແນວໃດ ?

ເພດສໍາພັນ (Sex) ເປັນເລື່ອງທໍາມະຊາດສໍາລັບທຸກຄົນເມື່ອເຖິງໄວຈະເລີນພັນ ແຕ່ບໍ່ແມ່ນທຸກຄົນທີ່ມີເພດສໍາພັນແລ້ວພ້ອມທີ່ຈະຖືພາ. ຖົງຢາງອະນາໄມໄດ້ກາຍເປັນຫນຶ່ງໃນວິທີການຄຸມກໍາເນີດ ເປັນທີ່ນິຍົມຫຼາຍເຊິ່ງການນໍາໃຊ້ຖົງຢາງອະນາໄມແມ່ນປະສິດທິພາບສູງ ຖົງຢາງອະນາໄມ ສາມາດປ້ອງກັນການຖືພາທີ່ບໍ່ຕັ້ງໃຈ ປະສິດພາບການປ້ອງກັນຂຶ້ນກັບປັດໃຈຕົ້ນຕໍເຊັ່ນຄວາມສົມບູນຂອງຖົງຢາງອະນາໄມ ແລະ ຄວາມເຫມາະສົມກັບຮ່າງກາຍ ນັ້ນແມ່ນເຫດຜົນທີ່ວ່າການເລືອກຖົງຢາງອະນາໄມທີ່ເຫມາະສົມສໍາລັບແຕ່ລະຄົນແມ່ນມີຄວາມສໍາຄັນ ຖົງຢາງອະນາໄມ (Condom, External condom) ແມ່ນອຸປະກອນທີ່ນິຍົມຫຼາຍທີ່ສຸດສໍາລັບວິທີການຄຸມກໍາເນີດຊົ່ວຄາວເພາະຊື້ງ່າຍ, ໃຊ້ງ່າຍ ແລະ ສະດວກ, ... Read More

ການມີເພດສຳພັນທີ່ປອດໄພ sefe sex

ການມີເພດສຳພັນທີ່ປອດໄພແມ່ນຫຍັງ? Safe Sex ແປວ່າ ການມີເພດສຳພັນ ຫຼື ການຮ່ວມເພດທີ່ປອດໄພ ຫຼາຍຄົນອາດຄິດວ່າມັນເປັນພຽງການໃຊ້ຖົງຢາງອະນາໄມໃນເວລາມີເພດສຳພັນ. ແຕ່ຄວາມຈິງແມ່ນ, ມັນມີຫຼາຍກວ່ານັ້ນ ສາມາດເວົ້າໄດ້ຄື​ການ​ຊ່ວຍ​​ຕົວ​​ເອງ​ ເຊິ່ງວິທີການນີ້ແມ່ນເປັນເລື່ອງທໍາມະຊາດ ມັນບໍ່ແມ່ນເລື່ອງຜິດປົກກະຕິ, ຮ້າຍແຮງ, ຫຼື ເປັນຕາລັງກຽດ. ຖ້າເວົ້າຕາມຄວາມຈິງແລ້ວວິທີທີດີທີສຸດ ແລະ ປອດໄພຈາກພະຍາດຕິດຕໍ່ທາງເພດສໍາພັນໄດ້ 100 ... Read More

ຢາທີ່ສາມາດຕ້ານເຊື້ອ HIV : PEP ແລະ PrEP

ເອດ ຫຼື ເຊື້ອ HIV ຍັງເປັນໂຣກທີ່ຍັງບໍ່ທັນສາມາດຮັກສາໃຫ້ຫາຍຂາດໄດ້ແຕ່ໃນປັດຈຸບັນ ໄດ້ມີການຄົ້ນຄວ້າ ແລະ ວິໄຈຈົນສາມາດຜະລິດຢາທີ່ສາມາດປ້ອງກັນເຊື້ອນີ້ໄດ້ແລ້ວ ເຊິ່ງມີຊື່ວ່າ PEP ແລະ PrEP +PEP ຫຍໍ້ມາຈາກ (Post-Exposure Prophylaxis) ເປັນຢາ​ຕ້ານ​ໄວ​ຣັດ​ HIV ແບບ​ສຸກ​ເສີນເຊິ່ງຢາ​ນີ້​ຈະ​ຈ່າຍໃຫ້​ແກ່ ​ບຸກຄົນ​ທີ່​ຖືກ​ລ່ວງ​ລະ​ເມີດ​ທາງ​ເພດ​, ​ຄົນ​ທີ່​ມີ​ເພດ​ສຳພັນ​ໂດຍບໍ່​ໄດ້ປ້ອງ​ກັນ​ກັບ​ຄົນ​ແປກ​ໜ້າ​,​ຖົງ​ຢາງ​ຮົ່ວ ​ຫຼື​ ຖົງ​ຢາງ​ຫຼຸດ​ລະຫວ່າງ​ມີ​ເພດ​ສຳພັນ ​​ແລະ ອື່ນໆທີ່ສົງໄສວ່າໄດ້ຮັບເຊື້ອ HIV ແລະ ເພື່ອ​ໃຫ້​ໄດ້​ປະ​ສິດ​ທິ​ພາບ​ສູງ​ສຸດ​​ຈະ​ຕ້ອງ​ກິນຢາ​ນີ້ ຢ່າງ​ໄວ​ທີ່ສຸດ​ ພາຍ​ໃນ​ເວລາ​ 72 ຊັ່ວ​ໂມງ​ ແລະ ​ຈະ​ຕ້ອງ​ກິນ​ຢາ​ຢ່າງ​ຕໍ່​ເນື່ອງ​ເປັນ​ເວລາ​ 28 ມື້​ ... Read More

ພະຍາດຕັບອັກເສບຊະນິດ B ແມ່ນຫຍັງ ?

ພ​ະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ແມ່ນ​ຊື່​ຂອງ​ເຊື້ອ​ໄວ​ຣັ​ສ​ ແລະ ​ຊື່​ຂອງ​ການ​ເຈັບ​ປ່ວຍ​ທີ່ເຊື້ອ​ໄວ​ຣັ​ສ​​ກໍ່ຂຶ້ນ ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ​ເຮັດ​ໃຫ້​ຕັບ​ຂອງ​ທ່ານ​ເກີດ​ເຈັບ​​ປ່ວຍ​ຂຶ້ນ​ມາ ການ​ດື່ມ​ເຫຼົ້າ​ເກີນ​ຂອບ​ເຂດ​ກໍ​ສາ​ມາດ​ກໍ່​ໃຫ້​ເກີດ​ອາ​ການນີ້​ໄດ້​ເຊັ່ນ​ກັນ; ພ້ອມ​ດຽວ​ກັນຢາເສບ​ຕິດ​, ສານ​ເຄ​ມີ​ບາງ​ປະ​ເພດ ​ແລະ ​ເຊື້ອ​ໄວຣັ​ສ​ຊະ​ນິດ​ອື່ນ​ກໍ​ສາ​ມາດ​ກໍ່​ໃຫ້​ເກີດ​ອາ​ການນີ້​ໄດ້ເຊັ່ນ​ກັນ. ຕັບ​ຂອງ​ທ່ານ​ສຳ​ຄັນຫຼາຍ​ຕໍ່​ສຸ​ຂະ​ພາບ​ຂອງ​ທ່ານເມື່ອ​ມັນ​ເກີດ​ເສັຍ​ຫາຍ​ຂຶ້ນ​ມາ ມັນ​ອາດ​ຈະ​ບໍ່​ສາ​ມາດ​ເຮັດ​ວຽກ​ໄດ້​ດີ​ຕາມ​ປົກ​ກະ​ຕິ ​ແລະ​ ສາ​ມາດ​ເຮັດ​ໃຫ້​ທ່ານ​ເຈັບ​ປ່ວຍ​ຢ່າງ​ໜັກ​ໄດ້ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ບາງ​ເທື່ອ​ກໍ​ເອີ້ນ​ວ່າ ເຮັບ​ບີ ... Read More

ໜອງໃນແທ້ (Gonorrhoea) ແມ່ນຫຍັງ?

                ໜອງໃນແທ້ແມ່ນພະຍາດຕິດຕໍ່ທາງເພດສຳພັນ (STI) ເຊິ່ງເກີດຈາກການ ຕິດເຊື້ອແບັກທີເຣັຍທີ່ມີຊື່ວ່າ ໄນເຊີເຣັຍ ໂກໂນເຣັຍ (Neisseria gonorrhoeae) ຂ້ອຍຕິດພະຍາດໜອງໃນແທ້ໄດ້ແນວໃດ? ທ່ານສາມາດຕິດພະຍາດໜອງໃນແທ້ໄດ້ ຖ້າທ່ານບໍ່ໃຊ້ຖົງຢາງອະນາໄມເວລາມີເພດສຳພັນທາງຊ່ອງຄອດ, ທາງຮູທະວານ ... Read More

ໜອງໃນທຽມ (chlamydia) ແມ່ນຫຍັງ?

ໜອງໃນທຽມແມ່ນພະຍາດຕິດຕໍ່ທາງເພດສຳພັນ (STI) ທີ່ພົບໄດ້ທົ່ວໄປ ເຊິ່ງເກີດຈາກ ການຕິດເຊື້ອແບັກທີເຣັຍທີ່ມີຊື່ວ່າ ຄລາມີເດັຍ ທຣາໂຄມາຕິສ (Chlamydia trachom ) ຂ້ອຍຕິດພະຍາດໜອງໃນທຽມໄດ້ແນວໃດ? ທ່ານສາມາດຕິດພະຍາດໜອງໃນທຽມໄດ້ ຖ້າທ່ານບໍ່ໃຊ້ຖົງຢາງອະນາໄມ ເວລາ ມີເພດສຳພັນທາງ ຊ່ອງຄອດ, ທາງຮູທະວານ ຫຼື ທາງປາກ ກັບຄົນທີ່ເປັນພະຍາດ ... Read More