ໜອງໃນທຽມ (chlamydia) ແມ່ນຫຍັງ?


ໜອງໃນທຽມແມ່ນພະຍາດຕິດຕໍ່ທາງເພດສຳພັນ (STI) ທີ່ພົບໄດ້ທົ່ວໄປ ເຊິ່ງເກີດຈາກ ການຕິດເຊື້ອແບັກທີເຣັຍທີ່ມີຊື່ວ່າ ຄລາມີເດັຍ ທຣາໂຄມາຕິສ (Chlamydia trachom )

ຂ້ອຍຕິດພະຍາດໜອງໃນທຽມໄດ້ແນວໃດ?

ທ່ານສາມາດຕິດພະຍາດໜອງໃນທຽມໄດ້ ຖ້າທ່ານບໍ່ໃຊ້ຖົງຢາງອະນາໄມ ເວລາ ມີເພດສຳພັນທາງ ຊ່ອງຄອດ, ທາງຮູທະວານ ຫຼື ທາງປາກ ກັບຄົນທີ່ເປັນພະຍາດ ໜອງໃນທຽມຢູ່.

ທ່ານບໍ່ສາມາດຕິດພະຍາດໜອງໃນທຽມຈາກການນຳໃຊ້ຫ້ອງນ້ຳສາທາລະນະ, ສະລອຍນ້ຳສາທາລະນະ ຫຼື ການສຳຜັດທົ່ວໄປ ກັບຄົນອື່ນ.

ຈະເກີດຫຍັງຂຶ້ນກັບຮ່າງກາຍເມື່ອເປັນພະຍາດໜອງໃນທຽມ?

ສຳລັບຜູ້ຊາຍ
• ຜູ້ຊາຍຕິດພະຍາດໜອງໃນທຽມໃນທໍ່ຍ່ຽວ (ຢູ່ທາງໃນອະໄວຍະວະເພດ), ລຳໄສ້ແກ່ທ່ອນສຸດ ຫຼື ຮູຄໍ.
• ພະຍາດໜອງໃນທຽມເຮັດໃຫ້ອັນທະຂອງຜູ້ຊາຍ ມີອາການເຈັບ ແລະ ບວມໃຄ່ ແລະ ຍັງສາມາດເຮັດໃຫ້ທໍ່ນຳສົ່ງອະສຸຈິຕິດເຊື້ອໄດ້.

ສຳລັບຜູ້ຍິງ
• ຜູ້ຍິງຕິດພະຍາດໜອງໃນທຽມ ຢູ່ປາກມົດລູກ, ລຳໄສ້ແກ່ທ່ອນສຸດ ຫຼື ຮູຄໍ ຖ້າບໍ່ໄດ້ ຮັບການຮັກສາ, ພະຍາດໜອງໃນທຽມສາມາດເຮັດໃຫ້ຜູ້ຍິງບໍ່ມີລູກໄດ້.
• ໃນບາງຄັ້ງ ຜູ້ຍິງທີ່ເປັນພະຍາດໜອງໃນທຽມ ສາມາດສົ່ງຕໍ່ເຊື້ອໄປຫາລູກ ເວລາເກີດລູກ. ມັນສາມາດເຮັດໃຫ້ເດັກອ່ອນມີການຕິດເຊື້ອຢູ່ປອດແລະ ດວງຕາໄດ້.

ຂ້ອຍຈະຮູ້ໄດ້ແນວໃດວ່າຂ້ອຍຕິດພະຍາດໜອງໃນທຽມຫຼືບໍ່?

ຫຼາຍຄົນບໍ່ຮູ້ວ່າຕົນຕິດພະຍາດໜອງໃນທຽມຍ້ອນວ່າມັນບໍ່ມີອາການເຕືອນຫຼືອາການ ສະແດງຫຍັງ.
ການກວດຍ່ຽວທີ່ທັງງ່າຍແລະໄວນັ້ນຈະສາມາດບອກໄດ້ວ່າທ່ານຕິດພະຍາດໜອງໃນ ທຽມນີ້ບໍ. ນອກນີ້ ທ່ານກໍຍັງສາມາດກວດຫາພະຍາດໜອງໃນທຽມນີ້ໄດ້ດ້ວຍຕົນເອງ.

ສຳລັບຜູ້ຊາຍ
ອາການເຕືອນແລະອາການສະແດງຂອງພະຍາດໜອງໃນທຽມສຳລັບຜູ້ຊາຍແມ່ນ:
• ປາຍອະໄວຍະວະເພດແດງ ຫຼື ເຈັບ
• ມີອາການປວດ ຫຼື ແສບ ເວລາຍ່ຽວ
• ມີນ້ຳໃສໄຫຼອອກມາຈາກອະໄວຍະວະເພດ

ສຳລັບຜູ້ຍິງ
ອາການເຕືອນ ແລະ ອາການສະແດງຂອງພະຍາດໜອງໃນທຽມສຳລັບຜູ້ຍິງແມ່ນ:
• ມີນ້ຳທີ່ຜິດປົກກະຕິໄຫຼອອກທາງຊ່ອງຄອດ
• ມີເລືອດອອກກະປິດກະປອຍ ( ໂດຍສະເພາະຫຼັງມີເພດສຳພັນ )
• ເຈັບບໍລິເວນມົດລູກ, ລວມເຖິງເວລາມີເພດສຳພັນ
• ມີອາການປວດ ຫຼື ແສບ ເວລາຍ່ຽວ

ຂ້ອຍຈະເຮັດແນວໃດຖ້າຂ້ອຍຕິດພະຍາດໜອງໃນທຽມ?

ໃຫ້ໄປຄໍາແນະນໍາຈາກທ່ານໝໍຂອງທ່ານໃຫ້ບອກຄູ່ນອນຂອງທ່ານວ່າທ່ານຕິດພະຍາດໜອງໃນທຽມ ແລະ ຂໍໃຫ້ເຂົາໄປກວດເພາະຄູ່ນອນຂອງທ່ານອາດມີພະຍາດໜອງໃນທຽມເຊັ່ນກັນ ແລະ ສາມາດຕິດໃສ່ທ່ານອີກໄດ້ນອກນີ້ ເຂົາເຈົ້າຍັງສາມາດສົ່ງເຊື້ອພະຍາດໜອງໃນທຽມໃສ່ຄົນອື່ນໄດ້ ຖ້າຄູ່ນອນຂອງທ່ານບໍ່ຍອມໄປກວດຫາພະຍາດໜອງໃນທຽມ, ໃຫ້ທ່ານເອົາຢານຳໝໍເພີ່ມ ເພື່ອເອົາໄປໃຫ້ຄູ່ນອນກິນ. ຫຼັງຈາກສາມເດືອນ, ທ່ານເອງ ແລະ ໃຜກໍ່ຕາມທີ່ທ່ານມີເພດສຳພັນນຳ ຄວນໄດ້ຮັບການກວດຫາພະຍາດໜອງໃນທຽມອີກຄັ້ງໜຶ່ງ

ພະຍາດໜອງໃນທຽມສາມາດປິ່ນປົວ ຫຼື ຫາຍຂາດບໍ່?

ພະຍາດໜອງໃນທຽມແມ່ນປິ່ນປົວໃຫ້ຫາຍຂາດໄດ້ງ່າຍດ້ວຍຢາ ຖ້າຫຼັງຈາກນັ້ນ ຖ້າຍັງກວດພົບພະຍາດໜອງໃນທຽມອີກ, ການປິ່ນປົວແມ່ນ ຈະໃຊ້ເວລາດົນຂຶ້ນຫຼັງກິນຢາປົວພະຍາດໜອງໃນທຽມ ແມ່ນບໍ່ໃຫ້ມີເພດສຳພັນເປັນເວລາໜຶ່ງອາທິດ

ຂ້ອຍຈະປ້ອງກັນຕົວເອງແນວໃດ ຈາກການຕິດພະຍາດ ໜອງໃນທຽມ?

• ພາຕົວເອງ ແລະ ຄູ່ນອນໄປກວດ ໃຫ້ກວດເປັນປະຈຳ ຖ້າທ່ານມີຄູ່ນອນ ຫຼາຍກ່ວາ ໜຶ່ງຄົນ ຫຼື ຖ້າຄູ່ນອນຂອງທ່ານມີເພດສຳພັນນຳຄົນອື່ນຍິ່ງມີຄູ່ນອນ ຫຼາຍຄົນເທົ່າໃດຄວາມສ່ຽງທີ່ຈະຕິດພະຍາດໜອງໃນທຽມ ຍິ່ງສູງຂຶ້ນເທົ່ານັ້ນ.
• ຮັບການປິ່ນປົວ: ຂໍໃຫ້ຄູ່ນອນຂອງທ່ານໄປກວດ ແລະ ຮັບການປິ່ນປົວພ້ອມກັນເພື່ອຈະບໍ່ໄປຕິດໃສ່ກັນ ແລະກັນຢ່າງຍືດເຍື້ອ ຫຼື ໄປຕິດໃສ່ຄົນອື່ນ.
• ໃຊ້ຖົງຢາງອະນາໄມ ເວລາມີເພດສຳພັນທາງຊ່ອງຄອດ, ທາງຮູທະວານ ແລະ ທາງປາກ
• ລົມກັບຄູ່ນອນໃໝ່ເລື່ອງໃຊ້ຖົງຢາງອະນາໄມ ກ່ອນຮ່ວມເພດ.

ຂ້ອຍຈະໝັ້ນໃຈໄດ້ແນວໃດວ່າຕົວເອງຈະບໍ່ໄປຕິດພະຍາດໜອງໃນ ທຽມ ໃສ່ຄົນອື່ນ?

• ໃຊ້ຖົງຢາງອະນາໄມ ທຸກຄັ້ງທີ່ມີເພດສຳພັນ,ໂດຍສະເພາະເວລາມີເພດສຳພັນນຳຄູ່ນອນໃໝ່.
• ໄປກວດຢ່າງສະໝ່ຳສະເໝີ ຖ້າທ່ານມີຄູ່ນອນຫຼາຍກ່ວາ ໜຶ່ງຄົນ ຫຼື ຄູ່ນອນຂອງທ່ານໄປມີເພດສຳພັນນຳຄົນອື່ນ ທ່ານສາມາດຕິດພະຍາດໜອງໃນທຽມໄດ້ອີກເຖິງແມ່ນວ່າໄດ້ເຄີຍເປັນມາກ່ອນ.

ຂ້ອຍຈະຂໍຄວາມຊ່ວຍເຫຼືອ ແລະ ຄຳປຶກສາໄດ້ຢູ່ໃສ?
• ທ່ານໝໍ
• ຄລີນິກສຸຂະພາບຈະເລີນພັນ
• ໜ່ວຍບໍລິການສຸຂະພາບຊຸມຊົນ
• ສູນວາງແຜນຄອບຄົວ

• ໂຮງໝໍສູນກາງ, ແຂວງ ແລະ ເມືອງ