ໄວຣັສຕັບອັກເສບ ( Hepatitis )


ໄວຣັສຕັບອັກເສບ

✽ ໄວຣັສຕັບອັກເສບແມ່ນຫຍັງ ?

ອາການທີ່ຕັບມີການອັກເສບເກີດຈາກເຊື້ອໄວຣັສເຂົ້າສູ່ຮ່າງກາຍ ເຮັດໃຫ້ອະໄວຍະວະພາຍໃນທີ່ເຮັດໜ້າທີ່ກໍາຈັດສານຜິດຈາກຢາຕ່າງໆ,ຊ່ວຍສ້າງນໍ້າດີ ແລະ ເປັນແຫຼ່ງສະສົມວິຕາມິນສໍາລັບຮ່າງກາຍນີ້ເຮັດວຽກໄດ້ໜ້ອຍລົງ ໄວຣັສທີ່ທໍາລາຍຕັບມີຫຼາຍຊະນິດ ແລະ ທີ່ມັກພົບຫຼາຍແມ່ນ ໄວຮັສຕັບຊະນິດ ເອ, ບີ, ແລະ ຊີ ( Hepatitis A virus, Hepatitis B virus, Hepatitis C virus )

ໄວຣັສຕັບອັກເສບເອ Hepatitis A virus

ໄວຣັດຕັບອັບອັກເສບຊະນິດເອ ມັກຕິດຕໍ່ກັນຜ່ານການໃຊ້ສິ່ງຂອງທີ່ມີເຊື້ອໄວຣັດຮ່ວມກັນເຊັ່ນ: ການກິນອາຫານ ຫຼື ດື່ມນໍ້າຮ່ວມກັບຄົນທີ່ມີເຊື້ອ ຫຼື ຜູ່ທີ່ຢູ່ຮ່ວມກັບເຊື້ອເປັນຜູ້ປຸງແຕ່ງ ແລະ ຍັງຕິດຕໍ່ກັນຜ່ານການມີເພດສໍາພັນໄດ້ ຫາກມີການໃຊ້ນິ້ວມື ຫຼື ໃຊ້ປາກທີ່ມີເຊື້ອຢູ່ ( ແຕ່ບໍ່ສາມາດຕິດຕໍ່ຜ່ານນໍ້າລາຍໄດ້ )

ໄວຣັສຕັບອັກເສບເອ ເຮັດໃຫ້ເກີດຕັບອັກເສບແບບສຸກເສີນ ອາດສະແດງອາການອອກມາໃນລັກສະນະຮ່າງກາຍອ່ອນເພຍ, ປວດແນ່ນບໍລິເວນຕັບ ຫຼື ໃນຜູ້ປ່ວຍບາງຄົນອາດເກີດອາການຕາເຫຼືອງ ( ດີຊ່ານ Jaundice ) ທີ່ອາການດັ່ງກ່າວຈະຫາຍໄປເອງຫຼັງສະແດງອາການອອກມາໃນໄລຍະ 2 ເດືອນ ແລ້ວຮ່າງກາຍຈະສ້າງພູມຕ້ານທານຕະຫຼອດຊີວິດໄວຣັສຕັບອັກເສບຊະນິດນີ້ເຮັດໃຫ້ບໍ່ສາມາດເປັນໂຣກນີ້ຄືນອີກ

 ໄວຣັສຕັບອັກເສບບີ Hepatitis B virus

ສານຄັດຫຼັ່ງຈາກເລືອດ ຫຼື ອະສຸຈິ ເປັນພາຫະນະທີ່ສາມາດສົ່ງເຊື້ອໄວຣັສຕັບອັກເສບບີໄດ້ເຮັດໃຫ້ໄວຣັສນີ້ສາມາດຕິດຕໍ່ກັນໄດ້ໂດຍຜ່ານການມີເພດສໍາພັນທີ່ບໍ່ປ້ອງກັນ ຫຼື ຕິດຈາກແມ່ສູ່ລູກໃນລະຫວ່າງທີຖືພາ ແລະ ເກີດໄດ້
–ໄລຍະທໍາອິດ ມັກຈະມີອາການບໍ່ຮຸນແຮງ ມີອາການໄຂ້, ໂຕເຫຼືອງ, ຫຼື ປວດຕາມຂໍ້ ຮ່າງກາຍຂອງຜູ້ຕິດເຊື້ອສ່ວນຫຼາຍຈະສາມາດທໍາລາຍໄວຣັດອອກຈາກຮ່າງກາຍໄດ້ປະມານ 3 ເດືອນຫຼັງຈາກສະແດງອາການ ແຕ່ມີຜູ້ຕິດເຊື້ອຈໍານວນໜຶ່ງທີ່ຮ່າງກາຍບໍ່ສາມາດທໍາລາຍໄວຣັສນີ້ໄດ້ກໍ່ຈະເຂົ້າສູ່ໄລຍະຊືມເຊື້ອ  

–ໄລຍະຊືມເຊື້ອນີ້ ຈະແບ່ງຜູ້ຕິດເຊື້ອໄດ້ 2 ແບບຄື ແບບເປັນພາຫະນະທີ່ບໍ່ສະແດງອາການ ( ກວດຄ່າຕັບເປັນປົກກະຕິ ) ແຕ່ສາມາດແຜ່ເຊື້ອໄດ້ ແລະ ແບບທີ່ສະແດງອາການອອກມາ ( ຕັບມີການເຮັດວຽກໃນເກນຜິດປົກກະຕິ ) ເຊິ່ງໄວຣັສນີ້ຊະນິດນີ້ເຮັດໃຫ້ເກີດຄວາມສ່ຽງສູງທີ່ຈະພັດທະນາຈາກໂຣກຕັບໄປເປັນມະເຮັງຕັບໄດ້

ໄວຣັສຕັບອັກເສບຊີ Hepatitis C virus

ໄວຣັສຊະນິດນີ້ຕິດຕໍ່ຜ່ານການມີເພດສໍາພັນທີບໍ່ມີການປ້ອງກັນໄດ້ລວມໄປເຖິງການໃຊ້ເຂັມສັກຢາຮ່ວມກັນກັບຄົນອື່ນ ອາການຫຼັງຈາກຕິດເຊື້ອໄວຣັສຊະນິດນີ້ຈະບໍ່ສະແດງອາການແບບຮຸນແຮງຄືໄວຣັສຊະນິດອື່ນ ຫຼື ມີໂອກາດສະແດງອາການໜ້ອຍທີສຸດ ແຕ່ໄວຣັສຊະນິດນີ້ເຮັດໃຫ້ເກີດອາການຕັບອັກເສບ ແລະ ພາວະຕັບອັກເສບຮຸນແຮງ ເມື່ອບໍ່ໄດ້ຮັບການກວດ ແລະ ຮັກສາກໍອາດຈະພັດທະນາໄປສູ່ໂຣກຕັບແຂງ ແລະ ມະເຮັງຕັບໄດ້ ໄວຣັສຕັບອັກເສບຊີ ບໍ່ສາມາດປ້ອງກັນໄດ້ດ້ວຍວັກຊີນ ເພາະຍັງຢູ່ໃນຂັ້ນຕອນການສຶກສາ ແຕ່ສາມາດຮັກສາໃຫ້ຫາຍຂາດ

ໄວຣັສຕັບອັກເສບບໍ່ວ່າຈະເປັນຊະນິດໃດກໍ່ບໍ່ມີຜົນດີຕໍ່ຮ່າງກາຍທັງນັ້ນດັ່ງນັ້ນການໝັ່ນດູແລສຸຂະພາບຂອງຕົນເອງໃຫ້ແຂງແຮງຈຶ່ງເປັນສິ່ງສໍາຄັນມີ ຈະເພດສໍາພັນຕ້ອງປ້ອງກັນທຸກຄັ້ງ

ອ່ານຂໍ້ມູນເພີ່ມຕື່ມໄດ້ທີ່: https://testvte.org

👉ສົນໃຈຈອງຄິວກວດຫາເຊື້ອ HIV; ຮັບຢາ PrEP ແລະ ຢາ PEP ສະດວກສະບາຍ ແລະ ເປັນມິດປິດລັບ ຄລິກລິ້ງດ້ານລຸ່ມ https://testvte.org/

ຂໍ້ມູນອ້າງອີງຈາກ: http://speakoutthailand.com/%e0%b9%84%e0%b8%a7%e0%b8%a3-%e0%b8%aa%e0%b8%95-%e0%b8%9a%e0%b8%ad-%e0%b8%81%e0%b9%80%e0%b8%aa%e0%b8%9a-%e0%b9%84%e0%b8%a7%e0%b8%a3-%e0%b8%aa%e0%b8%ad-%e0%b8%99%e0%b8%95%e0%b8%a3%e0%b8%b2%e0%b8%a2/