ການມີເພດສໍາພັນທີ່ປອດໄພ


ການຮ່ວມເພດທີ່ປອດໄພ ແມ່ນເພື່ອ​​ປ້ອງ​ກັນ​ພະຍາດ​ຕິດ​ຕໍ່ ມັນອາດຈະບໍ່ສາມາດເຮັດໄດ້ 100%, ແຕ່ມັນສາມາດຫຼຸດຜ່ອນຄວາມສ່ຽງໃຫ້ຫນ້ອຍທີ່ສຸດຖ້າເຈົ້າຮູ້ວິທີປ້ອງກັນທີ່ຖືກຕ້ອງ

ກິດ​ຈະ​ກໍາ​ທາງ​ເພດ​ທີ່​ແຕກ​ຕ່າງ​ກັນ​ ສາມາດເຮັດໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອແບບດຽວກັນໄດ້ບໍ່ 
ກິດ​ຈະ​ກໍາ​ທາງ​ເພດ​ທີ່​ແຕກ​ຕ່າງ​ກັນ​ກໍເຮັດໃຫ້ພວກເຂົາມີຄວາມສ່ຽງຕໍ່ການຕິດເຊື້ອ STI ທີ່ແຕກຕ່າງກັນໄດ້ດັ່ງຕໍ່ໄປນີ້:
  • ການຈູບ
    • ເຊື້ອເຣິມຢູ່ບໍລິເວນປາກ (Oral Herpes (HSV-1))
  • ການມີເພດສໍາພັນທາງປາກ
    • ໜອງໃນທຽມ (Chlamydia)
    • ໜອງໃນ (Gonorrhea)
    • ໄວຮັສ HPV
    • ເຣິມ (Herpes (HSV-1 ແລະ  HSV-2)
    • ຊີຟີລິດ (Syphilis)
    • ເຮສໄອວີ HIV
    • ທຣີໂຄໂມແນດ (Trichomoniasis)
  • ການໃຊ້ນິ້ວ ແລະ ກໍາປັ້ນ ( ທາງທະວານໜັກ ແລະ ຊ່ອງຄອດ )
    • ອາດເຮັດໃຫ້ເກີດແຜຈີກຂາດ ຫຼື ເປັນບາດ ຂື້ນຢູ່ທະວານໜັກ ຫຼື ອະໄວຍະວະເພດ ສາມາເຮັດໃຫ້ເພີ່ມຄວາມສ່ຽງຕໍ່ການຕິດເຊື້ອ STI ( ພະຍາດຕິດຕໍ່ທາງເພດສໍາພັນ) ທີ່ມາຈາກເລືອດໄດ້ເຊັ່ນ:
      • HIV
      • ໄວຣັສຕັບອັກເສບ B ຫຼື C
      • ຫາກນີ້ວຂອງທ່ານໄດ້ສໍາຜັດກັບສານຄັດຫຼັ່ງຈາກອະໄວຍະວະເພດຂອງຄົນອື່ນ ແລະ ນໍານີ້ວນັ້ນໄປສໍາຜັດກັບອະໄວຍະວະເພດຂອງຕົນເອງກໍອາດຈະເຮັດໃຫ້ໄດ້ຮັບເຊື້ອ STI ໄດ້ເຊັ່ນກັນ
  • ເພດສໍາພັນແບບສອດໃສ່ອົງຄະຊາດໃນຊ່ອງຄອດ
    • HIV
    • ໜອງໃນ
    • ເຣິມ
    • HPV
    • ຊີຟິລິສ
    • ແຜຮິມອອ່ນ (Chancroid)
    • ໄວຣັສຕັບອັກເສບ B ແລະ C
    • ທຣີໂຄໂມແນດ (Trichomoniasis)
    • ຫອນໄກ່
  • ເພດສໍາພັນທາງຮູທະວານ
    • HIV
    • ໜອງໃນ
    • ເຣິມ
    • HPV
    • ຊີຟິລິສ
    • ແຜຮິມອອ່ນ (Chancroid)
    • ໄວຣັສຕັບອັກເສບ B ແລະ C
    • ທຣີໂຄໂມແນດ (Trichomoniasis)
    • ຫອນໄກ່
    • ພະຍາດທີ່ຕິດຕໍ່ໂດຍຈຸລິນຊີທີ່ຢູ່ໃນອາຈົມ
    • ໄກອາເດຍ (Giardia)
    • ໂຣກບິດ (Shigella)
    • ໂຣກຊາໂມເນລລາ (Salmonella)
    • ແຄມພາຍໂລແບຣັກເຕີ Campylobacter
    • ເອສເຊິຣີເຊຍໂຄໄລ E. coli
  • ເພດສໍາພັນແບບປາກຊ່ອງຄອດກັບປາກຊ່ອງຄອດ  (Scissoring)
    • HIV
    • HPC
    • HSV-1 Herpes simplex virus 1
    • HSV-2 Herpes simplex virus 2
    • ຊີຟີລິສ
    • ໜອງໃນທຽມ
    • ໜອງໃນ
    • ຫອນໄກ່
 

ພະຍາດຕິດຕໍ່ທາງເພດສໍາພັນປ້ອງໄດ້ກັນດ້ວຍວິທີດັ່ງຕໍ່ໄປນີ້

  • ສັກວັກຊີນປ້ອງກັນ HPV ແລະ STI
  • ສັກວັກຊີນປ້ອງກັນ ໄວຣັສຕັບອັກເສບ B
  • ໃຊ້ຖົງຢາງອະນາໄມທຸກຄັ້ງເວລາມີເພດສໍາພັນ ການຮ່ວມເພດທາງປາກ,ຊ່ອງຄອດ (Cunnilingus) ຫຼື ຮູທະວານ (Anilingus) ມີຄວາມສ່ຽງຕໍ່ການຕິດເຊື້ອຫຼາຍຊະນິດດັ່ງນັ້ນ, ຄວນໃຊ້ຖົງຢາງອະນາໄມ
  •  

 

ສາມາດຢຸດໃຊ້ຖົງຢາງອະນາໄມຫຼັງການມີເພດສໍາພັນໃນຊ່ວງໄລຍະໜຶ່ງໄດ້ ຫຼື ບໍ່

ຫາກຕ້ອງຢຸດໃຊ້ຖົງຢາງອະນາໄມ ຫຼື ວິທີປ້ອງກັນອື່ນໆ ກໍຄວນກວດຫາການຕິດເຊື້ອພະຍາດຕິດຕໍ່ທາງເພດສໍາພັນໃນຮ່າງກາຍຂອງທ່ານ ແລະ ຄູ່ຮ່ວມນອນກ່ອນ ຫຼື ຫາກວ່າມີຄູ່ຮ່ວມນອນພຽງຄົນດຽວ ກໍສາມາດຢຸດໃຊ້ຖົງຢາງອະນາໄມ ແລະ ປ່ຽນໄປຄຸມກໍາເນີດດ້ວຍວິທີອື່ນໄດ້ຫາກທ່ານຍັງບໍ່ພ້ອມທີຈະມີລູກ
 ຂໍ້ມູນອ້າງອີງຈາກ: https://hd.co.th/safe-sex
Sex activities and risk. NHS (National Health Service). (https://www.nhs.uk/live-well/sexual-health/sex-activities-and-risk/)
Safe Sex - What You Need to Know. Drugs.com. (https://www.drugs.com/cg/safe-sex.html)