ເມື່ອຖົງຢາງອະນາໄມແຕກຈະເຮັດແນວໃດ ?


ເພດສໍາພັນ (Sex) ເປັນເລື່ອງທໍາມະຊາດສໍາລັບທຸກຄົນເມື່ອເຖິງໄວຈະເລີນພັນ ແຕ່ບໍ່ແມ່ນທຸກຄົນທີ່ມີເພດສໍາພັນແລ້ວພ້ອມທີ່ຈະຖືພາ. ຖົງຢາງອະນາໄມໄດ້ກາຍເປັນຫນຶ່ງໃນວິທີການຄຸມກໍາເນີດ ເປັນທີ່ນິຍົມຫຼາຍເຊິ່ງການນໍາໃຊ້ຖົງຢາງອະນາໄມແມ່ນປະສິດທິພາບສູງ ຖົງຢາງອະນາໄມ ສາມາດປ້ອງກັນການຖືພາທີ່ບໍ່ຕັ້ງໃຈ ປະສິດພາບການປ້ອງກັນຂຶ້ນກັບປັດໃຈຕົ້ນຕໍເຊັ່ນຄວາມສົມບູນຂອງຖົງຢາງອະນາໄມ ແລະ ຄວາມເຫມາະສົມກັບຮ່າງກາຍ ນັ້ນແມ່ນເຫດຜົນທີ່ວ່າການເລືອກຖົງຢາງອະນາໄມທີ່ເຫມາະສົມສໍາລັບແຕ່ລະຄົນແມ່ນມີຄວາມສໍາຄັນ

ຖົງຢາງອະນາໄມ (Condom, External condom) ແມ່ນອຸປະກອນທີ່ນິຍົມຫຼາຍທີ່ສຸດສໍາລັບວິທີການຄຸມກໍາເນີດຊົ່ວຄາວເພາະຊື້ງ່າຍ, ໃຊ້ງ່າຍ ແລະ ສະດວກ, ຖົງຢາງອະນາໄມທີ່ວາງຂາຍໃນທ້ອງຕະຫຼາດທຸກມື້ນີ້ຜະລິດຈາກຢາງສັງເຄາະ ແລະ ຢາງທຳມະຊາດ ນອກ​ເໜືອ​ໄປ​ຈາກ​ປະ​ສິດ​ທິ​ຜົນ​ຂອງ​ມັນ​ໃນ​ການ​ປ້ອງ​ກັນ​ການ​ຖື​ພາ​ທີ່​ບໍ່​ຕັ້ງໃຈໄດ້ 85-98​%​, ມັນ​ຍັງ​ປ້ອງ​ກັນ​ການ​ຕິດ​ເຊື້ອ HIV ແລະ ພະຍາດຕິດຕໍ່ທາງເພດສໍາພັນ (STDs)  ອື່ນໆ​ເຊັ່ນ​: ໜອງໃນ ( gonorrhea ) ແລະ ຊີຟີລິສ ( syphilis ) ​.

ຂະໜາດຖົງຢາງອະນາໄມ

ຖົງຢາງອະນາໄມມີທັງໝົດ 13 ຂະໜາດ, ແຕ່ມີ 4 ຂະໜາດທີ່ຫາຊື້ງ່າຍມີດັ່ງນີ້:

  • ຖົງຢາງອະນາໄມຂະໜາດ 49 ແມ່ນຖົງຢາງອະນາໄມທີ່ມີຄວາມກວ້າງ ເມື່ອຖົງຢາງອະນາໄມທີ່ພັບອອກຖືກວາງໄວ້ກັບພື້ນຄວາມກວ້າງຈາກຂອບໜຶ່ງໄປຫາອີກຂອບແມ່ນ 49 ມມ ແລະ ຄວາມຍາວບໍ່ຫນ້ອຍກວ່າ 160 ມມ.
  • ຖົງຢາງອະນາໄມຂະໜາດ 52 ແມ່ນຖົງຢາງອະນາໄມທີ່ມີຄວາມກວ້າງເມື່ອຖົງຢາງອະນາໄມທີ່ພັບອອກຖືກວາງໄວ້ກັບພື້ນຄວາມກວ້າງຈາກຂອບໜຶ່ງໄປຫາອີກຂອບແມ່ນ 52 ມມ ແລະ ມີຄວາມຍາວປະມານ 180 ມມ.
  • ຖົງຢາງອະນາໄມຂະໜາດ 54 ແມ່ນຖົງຢາງອະນາໄມທີ່ມີຄວາມກວ້າງ ເມື່ອຖົງຢາງອະນາໄມທີ່ພັບອອກຖືກວາງໄວ້ກັບພື້ນຄວາມກວ້າງຈາກຂອບໜຶ່ງໄປຫາອີກຂອບແມ່ນ 54 ມມ ມີຄວາມຍາວປະມານ 190 ມມ.
  • ຖົງຢາງອະນາໄມ 56 ແມ່ນຖົງຢາງອະນາໄມທີ່ມີຄວາມກວ້າງ ເມື່ອຖົງຢາງອະນາໄມທີ່ພັບອອກຖືກວາງໄວ້ກັບພື້ນຄວາມກວ້າງຈາກຂອບໜຶ່ງໄປຫາອີກຂອບແມ່ນ 56 ມມ ແລະ ມີຄວາມຍາວປະມານ 214 ມມ.

ການເລືອກຖົງຢາງອະນາໄມ

ເມື່ອຮູ້ຂະຫນາດຂອງຖົງຢາງອະນາໄມແລ້ວສິ່ງທີ່ສໍາຄັນທີ່ຈະເບິ່ງແມ່ນ ປ້າຍຊື່ກ່ອງບັນຈຸເບິ່ງເຄື່ອງຫມາຍຂອງອົງການອາຫານ ແລະ ຢາ, ແລະ ວັນຫມົດອາຍຸ. ແຕ່ຖ້າຫາກວ່າບໍ່ມີວັນທີໝົດອາຍຸໃຫ້ນັບແຕ່ວັນທີຂອງການຜະລິດເພີ່ມອີກ 5 ປີຈະໄດ້ໄລຍະເວລາໝົດອາຍຸຂອງຖົງຢາງ (ແຕ່ຫາກມີການຈັດເກັບບໍ່ຖືກຕ້ອງ ຫຼື ສ່ຽງກໍອາດຈະເຮັດໃຫ້ເສື່ອມຄຸນນະພາບ ແລະ ໝົດອາຍຸໄວກວ່າວັນທີລະບຸໃນກ່ອງ)  ກວດເບິ່ງວ່າການຫຸ້ມຫໍ່ແມ່ນຢູ່ໃນສະພາບສົມບູນ ບໍ່ມີຄວາມເສຍຫາຍເພື່ອໃຫ້ຮູ້ວ່າຖົງຢາງອະນາໄມຍັງມີຄຸນນະພາບດີ ແລະ ພ້ອມນຳໃຊ້.

ຂະໜາດຖົງຢາງອະນາໄມ

ອົງການຈັດຕັ້ງສາກົນເພື່ອມາດຕະຖານລະຫວ່າງປະເທດ (ISO) 1990 ໄດ້ແບ່ງຂະຫນາດຂອງຖົງຢາງອະນາໄມອອກເປັນ 13 ປະເພດໂດຍອີງໃສ່ຄວາມກວ້າງຂອງມັນ ຈາກຂະໜາດ 44 ມມ ເຖິງ 56 ມມ, ແລະ ຄວາມຍາວຂອງຖົງຢາງອະນາໄມວັດແທກຈາກປາຍເປີດ ຈົນເຖິງປາຍຂອງຝັ່ງທີ່ປິດ (ບໍ່ລວມກະເປາະ) ມີຄວາມຍາວບໍ່ຕໍ່າກວ່າ 160 ມິນລີແມັດ, ແຕ່ສໍາລັບຮ້ານສະດວກຊື້ ແລະ ຜູ້ຜະລິດຖົງຢາງອະນາໄມຈະນິຍົມຈໍາໜ່າຍຂະຫນາດ 49, 52, 54 ແລະ 56 ມມ.

ຈະເຮັດແນວໃດເມື່ອຖົງຢາງອະນາໄມແຕກ

ຂໍ້ຄວນລະວັງເມື່ອໃຊ້ຖົງຢາງອະນາໄມສໍາລັບຮ່ວມເພດແລ້ວພົບບັນຫາ ຖົງຢາງອະນາໄມແຕກ ຫຼື ເລື່ອນຫຼຸດອອກມາຂະນະມີກິດຈະກໍາທາງເພດມີສິ່ງຄວນປະຕິບັດດັ່ງນີ້:

  1. ຕັ້ງສະຕິຄູ່ຮັກຄວນຢຸດການຮ່ວມເພດທັນທີ ແລະ ຕ້ອງໄປພົບແພດໝໍເພື່ອຂໍຄໍາປຶກສາ
  2. ເມື່ອຕັ້ງສະຕິໄດ້ແລ້ວສັງເກດຕົວເອງ ແລະ ຄູ່ນອນວ່າມີບາດແຜ, ຮອຍບາດ ຫຼື ເລືອດອອກບໍ່ ແລະ ເບີ່ງໂມງວ່າເຫດການນັ້ນເກີດຂຶ້ນຕອນຈັກໂມງເພາະຕ້ອງນໍາຂໍ້ມູນເຫຼົ່ານັ້ນມາບອກແພດໝໍ
  3. ລ້າງທໍາຄວາມສະອາດອະໄວຍະວະເພດດ້ວຍນໍ້າ ແລະ ສະບູຈົນສະອາດ

ສໍາລັບການຮ່ວມເພດທາງຊ່ອງຄອດ

  • ຝ່າຍຍິງຕ້ອງຮີບເຂົ້າຫ້ອງນໍ້າ ແລະ ປັດສະວະອອກມາ ເພື່ອຂັບຕົວອະສຸຈິທີ່ອາດຢູ່ໃກ້ທໍ່ປັດສະວະໂດຍການນັ່ງຢອງໆ ແລະ ຂະມິບກ້າມເນື້ອບໍລິເວນຊ່ອງຄອດໃນຕອນທີນັ່ງປັດສະວະ
  • ຫ້າມສີດນໍ້າ ຫຼື ລ້າງຂ້າງໃນຊ່ອງຄອດເນື່ອງຈາກເມື່ອສີດນໍ້າເຂົ້າໄປ ຕົວອະສຸຈິ ຫຼື ເຊື້ອແບຣກທີເຣຍຈະຍິ່ງເຂົ້າໄປໃນຊ່ອງຄອດຫຼາຍຂື້ນ ສົ່ງຜົນໃຫ້ສ່ຽງຕໍ່ການຖືພາ ຫຼື ໄດ້ຮັບເຊື້ອຈາກພະຍາດຕິດຕໍ່ທາງເພດສໍາພັນ ພ້ອມກັນນັ້ນການສີດນໍ້າເຂົ້າໄປໃນຊ່ອງຄອດຍັງໄປລ້າງແບຣກທີເຣຍຊະນິດທີ່ຊ່ວຍປ້ອງກັນການເກີດພາວະຊ່ອງຄອດອັກເສບຈາກແບຣກທີເຣຍ

ສໍາລັບການຮ່ວມເພດທາງຮູທະວານ

  • ບໍ່ຄວນສີດ ຫຼື ລ້າງຂ້າງໃນຊ່ອງຮູທະວານເນື່ອງຈາກແຮງສີດອາດເຮັດໃຫ້ເກີດແຜໃນທະວານໜັກກໍໃຫ້ເກີດຄວາມສ່ຽງໃນການຕິດເຊື້ອພະຍາດຕິດຕໍ່ທາງເພດສໍາພັນ ແລະ ເຊື້ອເຮສໄອວີເພີ່ມຫຼາຍຂື້ນ
  • ຄວນຖ່າຍເພື່ອກໍາຈັດອະສຸຈິທີອາດຕົກຄ້າງອອກມາໃຫ້ຫຼາຍທີ່ສຸດ

ຖົງຢາງອະນາໄມແຕກຈະເຮັດໃຫ້ເກີດມີຄວາມສ່ຽງຫຼາຍຢ່າງດັ່ງນີ້:

  • ຄວາມສ່ຽງຕໍ່ສຸຂະພາບ ການໃຊ້ຖົງຢາງອະນາໄມເປັນວິທີຄຸມກໍາເນີດທີ່ຊ່ວຍທັງການຖືພາ ແລະ ພະຍາດຕ່າງໆ ຫາກຖົງຢາງອະນາໄມແຕກຂະນະມີເພດສໍາພັນຄູ່ຮັກອາດຈະສ່ຽງຕິດເຊື້ອພະຍາດຕິດຕໍ່ທາງເພດສໍາພັນ ແລະ ເຊື້ອເຮສໄອວີໄດ້ຜູ້ທີ່ມີອາການຂອງພະຍາດຕິດຕໍ່ທາງເພດສໍາພັນຄວນໄປພົບແພດໝໍເພື່ອກວດຫາເຊື້ອໂດຍຈະມີອາການຄື: ເຈັບທ້ອງ, ຄັນຄາຍ, ມີບາດແຜ, ຕຸ່ມພອງ ຫຼື ມີກ້ອນນູນຂື້ນບໍລິເວນອະໄວຍະວະສືບພັນ ລວມເຖິງການລົງຂາວຜິດປົກກະຕິ, ເລືອດອອກຫຼັງມີເພດສໍາພັນ ຫຼື ໃນຊ່ວງທີ່ບໍ່ມີປະຈໍເດືອນ
  • ຄວາມສ່ຽງຕໍ່ການຖືພາ ການຖືພາໂດຍທີ່ຍັງບໍ່ພ້ອມເປັນບັນຫາທີ່ຄູ່ຮັກຫຼາຍຄູ່ມີຄວາມກັງວົນເມື່ອເກີດເຫດການຖົງຢາງອະນາໄມແຕກໃນເວລາຮ່ວມເພດ ເບື້ອງຕົ້ນຄວນຢຸດ ແລະ ປ່ຽນຖົງຢາງອະນາໄມ ( ກໍລະນີຖົງຢາງບໍ່ມີຝ່າຍຊາຍຄວນຫຼັ່ງນອກ ເພື່ອປ້ອງກັນອະສຸຈິເຂົ້າໄປປະຕິສົນທິກັບໄຂ່ຂອງຝ່າຍຍິງ )

ຢາຕ້ານຕ້ານສຸກເສີນ

PEP ຫຍໍ້ມາຈາກ (Post-Exposure Prophylaxis) ເປັນຢາ​ຕ້ານ​ໄວ​ຣັດ​ HIV ແບບ​ສຸກ​ເສີນເຊິ່ງຢາ​ນີ້​ຈະ​ຈ່າຍໃຫ້​ແກ່ບຸກຄົນ​ທີ່​ຖືກ​ລ່ວງ​ລະ​ເມີດ​ທາງ​ເພດ​, ​ຄົນ​ທີ່​ມີ​ເພດ​ສຳພັນ​ໂດຍບໍ່​ໄດ້ປ້ອງ​ກັນ​ກັບ​ຄົນ​ແປກ​ໜ້າ​,​ ຖົງ​ຢາງ​ຮົ່ວ​ ຫຼື ​ຖົງ​ຢາງ​ຫຼຸດ​ລະຫວ່າງ​ມີ​ເພດ​ສຳພັນ ​​ແລະ ອື່ນໆທີ່ສົງໄສວ່າໄດ້ຮັບເຊື້ອ HIV ແລະ ເພື່ອ​ໃຫ້​ໄດ້​ປະ​ສິດ​ທິ​ພາບ​ສູງ​ສຸດ​​ຈະ​ຕ້ອງ​ກິນຢາ​ນີ້ ຢ່າງ​ໄວ​ທີ່ສຸດ​ ພາຍ​ໃນ​ເວລາ​ 72 ຊົ່ວ​ໂມງ​ ແລະ​ ຈະ​ຕ້ອງ​ກິນ​ຢາ​ຢ່າງ​ຕໍ່​ເນື່ອງ​ເປັນ​ເວລາ​ 28 ມື້​ ພາຍໃຕ້​ການ​ເບິ່ງ​ແຍງ​ແນະນຳ​ຂອງ​ແພດ​ເຫດຜົນ​ທີ່​​ຕ້ອງ​ກິນຢາ​ນີ້​ໃຫ້​ໄວ​ທີ່ສຸດ​ກໍ​ເພື່ອ​ໃຫ້​ຢາ​ເຂົ້າໄປ​ຕໍ່ສູ້​ກັບ​ເຊື້ອ​ HIV​ ແລະ​ ສ້າງ​ລະບົບ​ພູ​ມິ​ຄຸ້ມ​ກັນ​ທີ່​ຈະ​ສາມາດ​ປ້ອງ​ກັນ​ HIV ໄດ້​ແຕ່ຖ້າກິນຢາຫຼັງຈາກ 72 ຊົ່ວ​ໂມງ​ຈະໃຫ້​ຜົນ​ໄດ້​ນ້ອຍ​ ຫຼື​ ບໍ່​ສາມາດ​ປ້ອງ​ກັນ​ການ​ຕິດ​ເຊື້ອ​ໄດ້​ເລຍ​

ໂອກາດທີ່ຮັບຢາຕ້ານສຸກເສີນແລ້ວຍັງມີຄວາມສ່ຽງຕໍ່ການຕິດເຊື້ອຫຼາຍປານໃດ

 ປະສິດທິພາຍຂອງຢາຕ້ານສຸກເສີນນັ້ນແມ່ນຂື້ນກັບຫຼາຍປັດໄຈ ໂດຍການກິນຢາເມັດທໍາອິດໃຫ້ໄວທີ່ສຸດ ແລະມີວິໄນໃນການກິນຢາ ວັນລະເມັດຕໍ່ເນື່ອງຕົງເວລາໄປຈົນຄົບ 28 ວັນ ໃນລະຫວ່າງທີ່ກິນຢາຕ້ານສຸກເສີນຫາກຕ້ອງການມີເພດສໍາພັນແນະນໍາໃຫ້ໃຊ້ຖົງຢາງອະນາໄມທຸກຄັ້ງຫາກປະຕິບັດຕາມຕາມນີ້ແລ້ວໂອກາດໃນການຕິດເຊື້ອຈະມີໜ້ອຍທີສຸດ ຫຼາຍຄົນອາດສົງໃສວ່າຍັງມີໂອກາດຕິດເຊື້ອບໍ່ ສາມາຕອບໄດ້ເລີຍວ່າ ມີໂອກາດໜ້ອຍ ແຕ່ກໍບໍ່ເທົ່າສູນ ຍັງມີໂອກາດຕິດໄດ້

ຖົງຢາງອະນາໄມແຕກສ່ຽງຕໍ່ການຕິດເຊື້ອພະຍາດຕິດຕໍ່ຫຍັງແດ່ ? ນອກຈາກເຊື້ອ HIV

  ພະຍາດຕິດຕໍ່ທາງເພດສໍາພັນທີ່ພວກເຮົາຄວນປ້ອງກັນນອກຈາກທີ່ໄດ້ກ່າວມາຂ້າງເທິງກໍ່ຍັງມີເຊັ່ນ: ໜອງໃນແທ້, ໜອງໃນທຽມ, ชิฟิลิส ພະຍາດຕິດຕໍ່ດັ່ງກ່າວເມື່ອຮ່າງກາຍຮັບເຂົ້າມາແລ້ວເຊື້ອຈະໃຊ້ເວລາໃນການຟັກຕົວຕັ້ງແຕ່ປະມານ 2 ວັນຂື້ນໄປ ການກິນຢາເຂົ້າໄປຕັດວົງຈອນການກໍຕົວຂອງພະຍາດໄວ້ກ່ອນຈຶ່ງເປັນສິ່ງສໍາຄັນນອກຈາກໜອງໃນທຽມ, ชิฟิลิส ທີພົບເປັນປະຈໍາແລ້ວ ຍັງມີໂອກາດສ່ຽງໃນການຕິດເຊື້ອ ເຣິມ ( Herpes ) ແລະ ຫອນໄກ່ ( Condyloma Acuminata, Genital Warts ) ໄດ້ເຊັ່ນກັນ.