ການມີເພດສຳພັນທີ່ປອດໄພ sefe sex


ການມີເພດສຳພັນທີ່ປອດໄພແມ່ນຫຍັງ?

Safe Sex ແປວ່າ ການມີເພດສຳພັນ ຫຼື ການຮ່ວມເພດທີ່ປອດໄພ ຫຼາຍຄົນອາດຄິດວ່າມັນເປັນພຽງການໃຊ້ຖົງຢາງອະນາໄມໃນເວລາມີເພດສຳພັນ. ແຕ່ຄວາມຈິງແມ່ນ, ມັນມີຫຼາຍກວ່ານັ້ນ ສາມາດເວົ້າໄດ້ຄື​ການ​ຊ່ວຍ​​ຕົວ​​ເອງ​ ເຊິ່ງວິທີການນີ້ແມ່ນເປັນເລື່ອງທໍາມະຊາດ ມັນບໍ່ແມ່ນເລື່ອງຜິດປົກກະຕິ, ຮ້າຍແຮງ, ຫຼື ເປັນຕາລັງກຽດ.

ຖ້າເວົ້າຕາມຄວາມຈິງແລ້ວວິທີທີດີທີສຸດ ແລະ ປອດໄພຈາກພະຍາດຕິດຕໍ່ທາງເພດສໍາພັນໄດ້ 100 % ກໍຄືການບໍ່ມີເພດສໍາພັນ ແຕ່ແນ່ນອນວ່າເລື່ອງເພດນັ້ນເປັນສິ່ງທີ່ຫ້າມກັນຍາກ ໃນເມື່ອບໍ່ສາມມາດຫ້າມໄດ້ ກໍຕ້ອງມີເພດສໍາພັນແບບປອດໄພ ແລະ ມີຄວາມຮັບຜິດຊອບ

ດັ່ງນັ້ນພວກເຮົາມາເບີ່ງວິທີການທີ່ຊ່ວຍໃຫ້ການມີເພດສໍາພັນແບບປອດໄພ

–      ກວດຫາເຊື້ອເຮສໄອວີ ແລະ ພະຍາດຕິດຕໍ່ທາງເພດສໍາພັນເປັນປະຈຳ ບໍ່ພຽງແຕ່ຕົວທ່ານເອງ, ແຕ່ຄູ່ຮ່ວມເພດຂອງທ່ານເອງກໍຕ້ອງກວດເປັນປະຈຳ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຊອກຫາວິທີປ້ອງກັນ ຫຼື ແກ້ໄຂ ເນື່ອງຈາກວ່າການຕິດເຊື້ອບາງຊະນິດບໍ່ໄດ້ສະແດງອາການທັນທີທັນໃດ ມັນໃຊ້ເວລາດົນກວ່າທີ່ຈະສະແດງອາການ ວິທີດຽວທີ່ຈະຮູ້ວ່າທ່ານຕິດເຊື້ອພະຍາດຕິດຕໍ່ທາງເພດສຳພັນ ຫຼື ບໍ່ ກໍຄືການກວດຫາເຊື້ອ

–      ປ້ອງກັນຕົນເອງສະເໝີໂດຍການໃຊ້ຖົງຢາງອະນາໄມ ມີ ແລະ ເກັບຮັກສາຖົງຢາງອະນາໄມໄວ້ໃກ້ຕົວ ເພາະ​ເຮົາ​ບໍ່​ຮູ້​ວ່າ​ເມື່ອ​ໃດ​ທີ່​ຈະ​ພາ​​ຕົວ​​ເອງ​ເຂົ້າໄປ​ຢູ່​ໃນ​ສະ​ຖານະການ​ທີ່ມີຄວາມ​ສ່ຽງ ພ້ອມກັນນັ້ນ ຄວນຍໍ້າເຕືອນກັບຄູ່ນອນຂອງ ຫຼື ແຟນຂອງທ່ານຕ້ອງໃສ່ຖົງຢາງອະນາໄມເພື່ອປ້ອງກັນທຸກຄັ້ງ.

–      ການຮັກດຽວໃຈດຽວ, ຄວາມສື່ສັດເປັນສິ່ງສໍາຄັນໃນເລື່ອງຄວາມຮັກ ເລື່ອງເພດສໍາພັນກໍເຊັ່ນກັນຮັກໃຜກໍຄວນຮັກຄັ້ງລະຄົນຈະມີເພດສໍາພັນທີ່ປອດໄພກໍຄວນມີຄັ້ງລະຄົນ ເພື່ອຫຼຸດຄວາມສ່ຽງທີ່ຈະເຮັດໃຫ້ເກີດພະຍາດຕິດຕໍ່ ແລະ ການຮັບເຊື້ອພະຍາດຕິດຕໍ່ມາຈາກຄົນອື່ນອື່ນໆຫຼາຍຄົນ

–      ມີການຄຸມກໍາເນີດ ເມື່ອຄິດທີ່ຈະມີເພດສໍາພັນແລ້ວ ກໍຕ້ອງມີຄວາມຮັບຜິດຊອບຕໍ່ຜົນທີ່ຕາມມາດ້ວຍ ນອກຈາກເລື່ອງພະຍາດຕິດຕໍ່ທາງເພດສໍາພັນແລ້ວເລື່ອງການຄຸມກໍາເນີດກໍເປັນສິ່ງສໍາຄັນຫຼາຍບໍ່ວ່າຈະເປັນຢາຄຸມທີ່ກິນປະຈໍາວັນ ແລະ ຢາຄຸມສຸກເສີນ ສໍາລັບຜູ້ຍິງເພື່ອບໍ່ໃຫ້ເກີດບັນຫາການຖືພາແບບບໍ່ໄດ້ຕັ້ງໃຈ ແລະ ອີກສິ່ງໜຶ່ງທີຄວນຮູ້ຢາຄຸມບໍ່ມີຜົນຕໍ່ການປ້ອງກັນພະຍາດຕິດຕໍ່, ບໍ່ສາມາດປ້ອງກັນພະຍາດໄດ້ ການມີເພດສໍາພັນທີ່ປອດໄພຈຶ່ງຄວນໃຊ້ຖົງຢາງອະນາໄມປ້ອງກັນພະຍາດຕິດຕໍ່ທາງເພດສຳພັນ

ເລື່ອງເພດສໍາພັນ ຫຼື ການຮ່ວມເພດ ເປັນເລື່ອງທໍາມະຊາດ ແລະ ບໍ່ແມ່ນເລື່ອງຜິດ ແຕ່ເມື່ອໃດທີ່ທ່ານບໍ່ມີຄວາມຮັບຜິດຊອບ, ບໍ່ມີການປ້ອງກັນຜົນທີ່ຕາມມາຍ່ອມເປັນຜົນເສຍຫຼາຍກວ່າຜົນດີ ການມີເພດສໍາພັນທີ່ປອດໄພບໍ່ພຽງແຕ່ເປັນການສະແດງເຖິງຄວາມຮັບຜິດຊອບແຕ່ຍັງເຮັດໃຫ້ເກີດຄວາມສະບາຍໃຈ ຫຼຸດບັນຫາທີຈະເກີດຂື້ນ

ຂໍ້ມູນອ້າງອີງຈາກ: https://www.playcondom.com/blog/save_sex/