ໜອງໃນແທ້ (Gonorrhoea) ແມ່ນຫຍັງ?


 

 

 

 

 

 

 

 

ໜອງໃນແທ້ແມ່ນພະຍາດຕິດຕໍ່ທາງເພດສຳພັນ (STI) ເຊິ່ງເກີດຈາກການ ຕິດເຊື້ອແບັກທີເຣັຍທີ່ມີຊື່ວ່າ ໄນເຊີເຣັຍ ໂກໂນເຣັຍ (Neisseria gonorrhoeae)

ຂ້ອຍຕິດພະຍາດໜອງໃນແທ້ໄດ້ແນວໃດ?

ທ່ານສາມາດຕິດພະຍາດໜອງໃນແທ້ໄດ້ ຖ້າທ່ານບໍ່ໃຊ້ຖົງຢາງອະນາໄມເວລາມີເພດສຳພັນທາງຊ່ອງຄອດ, ທາງຮູທະວານ ຫຼື ທາງປາກ ກັບຄົນທີ່ເປັນພະຍາດ ໜອງໃນແທ້ຢູ່.

ທ່ານສາມາດຕິດພະຍາດໜອງໃນແທ້ຈາກຄົນອື່ນໄດ້ເຖິງແມ່ນວ່າເຂົາຈະບໍ່ມີ ອາການ ສະແດງຫຍັງກໍ່ຕາມ
ຜູ້ຍິງທີ່ຖືພາສາມາດສົ່ງຕໍ່ເຊື້ອໄປຫາລູກໄດ້ໃນເວລາເກີດລູກ

ເດັກເກີດໃໝ່ສາມາດຕິດເຊື້ອຮຸນແຮງຢູ່ບໍລິເວນດວງຕາ ແລະ ອາດຕາບອດໄດ້

ທ່ານບໍ່ສາມາດຕິດພະຍາດໜອງໃນແທ້ ຈາກການນຳໃຊ້ຫ້ອງນ້ຳສາທາລະນະ, ສະລອຍນ້ຳສາທາລະນະ ຫຼື ການສຳຜັດທົ່ວໄປກັບຄົນອື່ນ

ຈະເກີດຫຍັງຂຶ້ນກັບຮ່າງກາຍເມື່ອເປັນພະຍາດໜອງໃນແທ້?

ພະຍາດໜອງໃນແທ້ເຮັດໃຫ້ມີການຕິດເຊື້ອບໍລິເວນຮູທະວານ, ທໍ່ຍ່ຽວ (ເສັ້ນທາງເດີນຍ່ຽວ), ປາກມົດລູກ (ຄໍມົດລູກ) ແລະ ດວງຕາ
ຖ້າບໍ່ໄດ້ຮັບການປິ່ນປົວ, ພະຍາດໜອງໃນແທ້ສາມາດເຮັດໃຫ້ມີການຕິດເຊື້ອຢູ່ຜິວໜັງ ແລະ ຄໍ່ກະດູກ ນອກນີ້ ພະຍາດໜອງໃນແທ້ ຍັງສາມາດພາໃຫ້ເກີດເປັນພະຍາດເຍື່ອຫຸ້ມສະໝອງອັກເສບໄດ້ ເຍື່ອຫຸ້ມສະໝອງອັກເສບແມ່ນການຕິດເຊື້ອບໍລິເວນເນື້ອເຍື່ອທີ່ຫໍ່ຫຸ້ມສະໝອງ

ໃນຜູ້ຍິງທີ່ຕິດພະຍາດໜອງໃນແທ້, ມັນສາມາດ ເຮັດໃຫ້ເກີດການຕິດເຊື້ອທີ່ຮຸນແຮງ ແລະ ເຮັດໃຫ້ບໍ່ສາມາດມີລູກໄດ້
ຜູ້ຍິງຖືພາສາມາດສົ່ງຕໍ່ເຊື້ອໄປຫາລູກໃນເວລາເກີດລູກ ເດັກອ່ອນ ສາມາດຕິດເຊື້ອ ຮຸນແຮງຢູ່ດວງຕາ ແລະ ອາດຕາບອດໄດ້

ຂ້ອຍຈະຮູ້ໄດ້ແນວໃດວ່າຂ້ອຍຕິດພະຍາດໜອງໃນແທ້ ຫຼື ບໍ່?

ຫຼາຍຄົນບໍ່ຮູ້ວ່າຕົນເອງຕິດພະຍາດໜອງໃນແທ້ ຍ້ອນວ່າບາງຄົນບໍ່ມີອາການເຕືອນ ຫຼື ບໍ່ມີອາການສະແດງຫຍັງ.
ມີວິທີດຽວທີ່ຈະຮູ້ວ່າທ່ານຕິດພະຍາດໜອງໃນແທ້ ຫຼື ບໍ່ນັ້ນ ແມ່ນຕ້ອງເຮັດການກວດຊອກຫາເຊື້ອການກວດນີ້ແມ່ນກວດປັດສະວະ (ຍ່ຽວ) ທີ່ກວດໄດ້ທັງງ່າຍ ແລະ ໄວ

ອາການເຕືອນ ແລະ ອາການສະແດງຂອງພະຍາດໜອງໃນແທ້

ສຳລັບຜູ້ຊາຍ
• ມີອາການປວດ ຫຼື ແສບເວລາຍ່ຽວ
• ມີນ້ຳໄຫຼອອກມາຈາກອະໄວຍະວະເພດສ່ວນໃຫຍ່ຈະແມ່ນນ້ຳສີຂາວ ຫຼື ເຫຼືອງ
• ອັນທະບວມໃຄ່ ແລະ ເຈັບ
• ແຖວປາຍອະໄວຍະວະເພດແດງ
• ມີນ້ຳແຫຼວໄຫຼອອກຈາກຮູທະວານ ຫຼື ຮູ້ສຶກຄັດທີ່ຮູທະວານ

ສຳລັບຜູ້ຍິງ
• ມີນ້ຳແຫຼວທີ່ຜິດປົກກະຕິໄຫຼອອກທາງຊ່ອງຄອດ
• ມີເລືອດອອກທາງຊ່ອງຄອດ
• ມີອາການເຈັບເວລາຍ່ຽວ
• ເຈັບບໍລິເວນມົດລູກ, ໂດຍສະເພາະເວລາມີເພດສຳພັນ
• ມີນ້ຳແຫຼວໄຫຼອອກຈາກຮູທະວານ ແລະ ຮູ້ສຶກຄັດທີ່ຮູທະວານ

ຂ້ອຍຈະເຮັດແນວໃດຖ້າຂ້ອຍຕິດພະຍາດໜອງໃນແທ້?

• ທ່ານໝໍຈະອອກຢາໃຫ້
• ບອກຄູ່ນອນ ຫຼື ຄູ່ຊີວິດຂອງທ່ານ ໃຫ້ເຂົາໄປກວດຖ້າເຂົາມີພະຍາດໜອງໃນແທ້, ເພາະເຂົາສາມາດເອົາມາຕິດໃສ່ທ່ານອີກ ແລະ ຕິດໃສ່ຄົນອື່ນໄດ້
• ຢ່າມີເພດສຳພັນກັບໃຜ, ເຖິງແມ່ນວ່າຈະໃຊ້ຖົງຢາງອະນາໄມກໍ່ຕາມ, ຈົນກວ່າ ການປິ່ນປົວພະຍາດໜອງໃນແທ້ຂອງທ່ານຫາຍດີ

ພະຍາດໜອງໃນແທ້ສາມາດປິ່ນປົວ ຫຼື ຫາຍຂາດບໍ່?

ພະຍາດໜອງໃນແທ້ແມ່ນປິ່ນປົວໃຫ້ຫາຍຂາດໄດ້ ດ້ວຍການສັກຢາຕ້ານ ທ່ານສາມາດຕິດພະຍາດໜອງໃນແທ້ໄດ້ອີກ ເຖິງແມ່ນວ່າຈະເຄີຍໄດ້ຮັບການປິ່ນປົວໃຫ້ຫາຍຂາດມາແລ້ວກໍ່ຕາມ.

ຂ້ອຍຈະປ້ອງກັນຕົວເອງແນວໃດຈາກການຕິດພະຍາດໜອງໃນແທ້?

• ພາຕົວເອງ ແລະ ຄູ່ນອນໄປກວດຫາພະຍາດໜອງໃນແທ້ ໃຫ້ກວດເປັນປະຈຳຖ້າທ່ານມີຄູ່ນອນຫຼາຍກວ່າໜຶ່ງຄົນ ຫຼື ຖ້າຄູ່ນອນຂອງທ່ານມີເພດສຳພັນກັບຄົນອື່ນຍິ່ງມີຄູ່ນອນຫຼາຍຄົນເທົ່າໃດ ຄວາມສ່ຽງທີ່ຈະຕິດພະຍາດໜອງໃນແທ້ ຍິ່ງສູງຂຶ້ນເທົ່ານັ້ນ
• ພາຕົວເອງ ແລະ ຄູ່ນອນໄປປົວພະຍາດໜອງໃນແທ້ ເພື່ອຈະບໍ່ໄປຕິດໃສ່ກັນ ແລະ ກັນຢ່າງຍືດເຍື້ອ ຫຼື ໄປຕິດຄົນອື່ນ
• ໃຊ້ຖົງຢາງອະນາໄມເວລາມີເພດສຳພັນທາງຊ່ອງຄອດ, ທາງຮູທະວານ ແລະ ທາງປາກ ໃຊ້ຖົງຢາງອະນາໄມ ເຖິງວ່າຈະແມ່ນກັບຄູ່ທີ່ຢູ່ນຳກັນມາດົນກໍ່ຕາມຖ້າຫາກທ່ານໄດ້ໄປມີເພດສຳພັນນຳຄົນອື່ນມາ.

ຂ້ອຍຈະຂໍຄວາມຊ່ວຍເຫຼືອ ແລະ ຄຳປຶກສາໄດ້ຢູ່ໃສ?

ທ່ານສາມາດຂໍຄວາມຊ່ວຍເຫຼືອໄດ້ຈາກ:
• ທ່ານໝໍ
• ຄລີນິກສຸຂະພາບຈະເລີນສຳພັນ
• ໜ່ວຍບໍລິການສຸຂະພາບຊຸມຊົນ
• ສູນວາງແຜນຄອບຄົວ

• ໂຮງໝໍສູນກາງ, ແຂວງ ແລະ ເມືອງ