ພະຍາດຕັບອັກເສບຊະນິດ B ແມ່ນຫຍັງ ?


ພ​ະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B

ພ​ະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ແມ່ນ​ຊື່​ຂອງ​ເຊື້ອ​ໄວ​ຣັ​ສ​ ແລະ ​ຊື່​ຂອງ​ການ​ເຈັບ​ປ່ວຍ​ທີ່ເຊື້ອ​ໄວ​ຣັ​ສ​​ກໍ່ຂຶ້ນ ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ​ເຮັດ​ໃຫ້​ຕັບ​ຂອງ​ທ່ານ​ເກີດ​ເຈັບ​​ປ່ວຍ​ຂຶ້ນ​ມາ ການ​ດື່ມ​ເຫຼົ້າ​ເກີນ​ຂອບ​ເຂດ​ກໍ​ສາ​ມາດ​ກໍ່​ໃຫ້​ເກີດ​ອາ​ການນີ້​ໄດ້​ເຊັ່ນ​ກັນ; ພ້ອມ​ດຽວ​ກັນຢາເສບ​ຕິດ​, ສານ​ເຄ​ມີ​ບາງ​ປະ​ເພດ ​ແລະ ​ເຊື້ອ​ໄວຣັ​ສ​ຊະ​ນິດ​ອື່ນ​ກໍ​ສາ​ມາດ​ກໍ່​ໃຫ້​ເກີດ​ອາ​ການນີ້​ໄດ້ເຊັ່ນ​ກັນ.

ຕັບ​ຂອງ​ທ່ານ​ສຳ​ຄັນຫຼາຍ​ຕໍ່​ສຸ​ຂະ​ພາບ​ຂອງ​ທ່ານເມື່ອ​ມັນ​ເກີດ​ເສັຍ​ຫາຍ​ຂຶ້ນ​ມາ ມັນ​ອາດ​ຈະ​ບໍ່​ສາ​ມາດ​ເຮັດ​ວຽກ​ໄດ້​ດີ​ຕາມ​ປົກ​ກະ​ຕິ ​ແລະ​ ສາ​ມາດ​ເຮັດ​ໃຫ້​ທ່ານ​ເຈັບ​ປ່ວຍ​ຢ່າງ​ໜັກ​ໄດ້ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ບາງ​ເທື່ອ​ກໍ​ເອີ້ນ​ວ່າ ເຮັບ​ບີ “hep B”.

ຂ້ອຍຕິດເຊື້ອຈາກພະຍາດຕັບອັກເສບຊະນິດ B ໄດ້ຢ່າງໃດ ?

ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ຈະ​ຕິດເຊື້ອຜ່ານສານຄັດຫຼັ່ງໃນຮ່າງກາຍເຊັ່ນ: ເລືອດ, ນໍ້າອະສຸຈິ ຫຼື ຂອງແຫຼວອື່ນໆ ​ຂອງ​ຄົນ​ໜຶ່ງ​ທີ່​ມີ​ເຊື້ອ​ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ຜ່ານ​ເຂົ້າ​ໄປ​ໃນ​ເສັ້ນ​ເລືອດ​​ສາ​ມາດ​ຕິດ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ B ໄດ້​ເຖິງ​ແມ່ນ​ວ່າ​ປະ​ລິ​ມານ​ເລືອດຫຼື​ນ້ຳ​ກາມ​ນັ້ນ​ຈະ​ນ້ອຍ​ຈົນ​ເບິ່ງບໍ່​ເຫັນ​ກໍ​ຕາມ.

ສຳ​ລັບ​​ເດັກ​ນ້ອຍ

  • ແມ່​ທີ່​ມີ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ B ສາ​ມາດ​ແພ່​ເຊື້​ອ​ໃຫ້​ລູກ​ນ້ອຍຂອງ​ລາວ​ໄດ້​ຕອນ​ເດັກ​ເກີດ​ຖ້າ​ວ່າ​ເດັກ​ນ້ອຍບໍ່​ໄດ້​ຮັບ​ການ​ສັກ​ຢາ​ປ້ອງ​ກັນ​ໂດຍ​ໄວ
  • ເດັກ​ນ້ອຍ​ທີ່​ມີ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ B ​ສາ​ມາດ​ແພ່​ເຊື້ອ​ໃຫ້ເດັກ​ນ້ອຍ​ຄົນ​ອື່ນ​ທີ່ບໍ່​ໄດ້​ຮັບ​ການ​ປ້ອງ​ກັນ​ໄດ້, ໂດຍ​ຜ່ານ​ຮອຍ​ບາດ ຫຼື​ ຮອຍແຜ​ທີ່ບໍ່​ໄດ້ປົກ​ປິດ​ໄວ້

ສຳ​ລັບຜູ້ໃຫຍ່

ທ່ານສາມາດຕິດເຊື້ອຕັບອັກເສບຊະນິດ B ໄດ້ຈາກ:

  • ການ​ຮ່ວມ​ເພດ​ທາງ​ອະ​ໄວ​ຍະ​ວະ​ເພດ​ຍິງ, ທາງກົ້ນ ຫຼື ທາງ​ປາກໂດຍ​ບໍ່​ໃສ່​ຖົງ​ອະ​ນາ​ໄມ.
  • ​ ເຂັມ​ສັກ​ຢາ ຫຼື ເຄື່ອງ​ມືທີ່​ໃຊ້​ສັກ​ເຂົ້າ​ໂຕ​ຢ່າງ​ອື່ນຮ່ວມ​ກັນ
  • ສັກ​ລາຍຫຼື​ ບ່ອງ ແທງ​ຕາມ​ຮ່າງ​ກາຍ​ດ້ວຍ​ເຄື່ອງ​ມື​ທີ່ບໍ່​ສະ​ອາດ
  • ໃຊ້​ແປງ​ຖູ​ແຂ້ວ, ມີດ​ແຖ ຫຼື ມີດຕັດ​ເລັບຮ່ວມ​ກັນ
  • ອຸ​ບັດ​ຕິ​ເຫດ​ທີ່​ເກີດ​ຈາກ​ເຂັມ ຫຼື​ ຖືກ​ເລືອດ​ທີ່​ມີ​ເຊື້ອ​ຟົ້ງ​ໃສ່

ທ່ານບໍ່​ສາ​ມາດຕິດ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ B ໄດ້​ຈາກ:

  • ການກອດ
  • ການ​ຈູບ
  • ກິນ​ອາ​ຫານ​ຮ່ວມ​ກັນ​ ແລະ ​ໃຊ້​ຖ້ວຍ​ບ່ວງ​ຮ່​ວມ​ກັນ
  • ກິນ​ອາ​ຫານ​ທີ່​ແຕ່ງ​ໂດຍ​ຄົນ​ທີ່​ມີ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ B
  • ຖືກ​ສັດ ຫຼື ​ແມງ​ໄມ້​ກັດ​
  • ເຫື່ອ
  • ການຈາມ ຫຼື ​ໄອ
  • ​ໃຊ້​ຫ້ອງ​ອາບ​ນ້ຳ​ ຫຼື​ ສ້ວມ​ຖ່າ​ຍ​ຮ່ວ​ມ​ກັນ
  • ສະ​ລອຍ​ນ້ຳ

ຂ້ອຍຈະຮູ້ໄດ້ຢ່າງໃດວ່າຂ້ອຍມີເຊື້ອຕັບອັກເສບຊະນິດ B ?

ຄົນ​ສ່ວນຫຼາຍ​ຈະ​ບໍ່​ມີ​ສັນ​ຍານ ຫຼື​ ອອກ​ອາ​ກາ​ນ ​​ແລະ ​ບໍ່​ຮູ້​ສຶກ​ເຈັບ​ປ່ວຍ​ຫຍັງ ວິ​ທີ​ດຽວ​ທີ່​ຈະ​ຮູ້​ໄດ້​ແມ່ນ​ຕ້ອງກວດ​ເລືອດເມື່ອ​ທ່ານ​ຕິດ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ ​B ຕອນ​ທຳ​ອິດ ທ່ານ​ອາດ​ຈະ​ມີ​ອາ​ການ​ດັ່ງ​ນີ້:

  • ຮາກ
  • ໄຂ້​ຄີງ​ຮ້ອນ
  • ເບື່ອອາຫານ
  • ນ້ຳ​ຍ່ຽວ​ສີ​ຄ້ຳ
  • ເຈັບ​ບໍ​ລິ​ເວນ​ຕັບ (ທາງ​ລຸ່ມ​ແຖວກະ​ດູ​ກ​ຂ້າງດ້ານຂວາ)
  • ​ເຈັບ​ຕາມຂໍ່
  • ຕາ​ ແລະ ​ຜິວ​ເປັນ​ສີ​ເຫຼືອງ

ພະຍາດຕັບອັກເສບຊະນິດ B ເຮັດຫຍັງໄດ້ຕໍ່ຮ່າງກາຍຂອງຂ້ອຍ ?

ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ B ​ຈະເຂົ້າ​ໄປ​ໃນ​ເຊ​ລ​ຂອງ​ຕັບ​ ແລະ ​ເຮັດ​ໃຫ້​ຕັບ​ເກີດ​ເຈັບ​ປ່ວຍ​ຂຶ້​ນ​ຮ່າງ​ກາຍ​ຕ້ອງ​ເຮັດ​ວຽກ​ໜັກ​ເພື່ອ​​ຕໍ່ສູ້​ກັບ​ເຊື້ອ​ໄວ​ຣັ​ສ​ທີ່​ຢູ່​ໃນ​ຕັບ​ນັ້ນ​ຈະ​ທຳ​ລາຍ​ຕັບ​ ແລະ ເມື່ອຫຼາຍ​ປີ​ຜ່ານ​ໄປຈະ​ເຮັດ​ໃຫ້​ຕັບ​ຢຸດ​ເຮັດ​ວຽກ​ໄດ້ ຢູ່​ໃນ​ກໍ​ລະ​ນີ​ຂອງ​ຜູ້​ໃຫຍ່​ສ່ວນຫຼາຍຮ່າງ​ກາຍ​ຈະ​ກຳ​ຈັດ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ B ໄດ້​ພາຍ​ໃນ 6 ເດືອນຫຼັງ​ຈາກ​ທີ່​ຕິດ​ເຊື້ອ, ແລະ ທ່ານ​ຈະ​ບໍ່​ສາ​ມາດ​ຕິດ​ເຊື້ອ​ອີກ.

ແຕ່​ວ່າ​ໃນ​ກໍ​ລະ​ນີ​ຂອງ​ເດັກ​ນ້ອຍ​ແລະ​ຜູ້​ໃຫຍ່​ບາງ​ຄົນ, ບາງ​ເທື່ອ​ຮ່າງ​ກາຍ​ກໍ​ສູ້​ພະ​ຍາດບໍ່​ໄດ້ ແລະ ​ເຊື້ອ​ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ກໍ​ຈະ​ຢູ່​ໃນ​ຮ່າງ​ກາຍ​ຕະຫຼອດ​ຊີ​ວິດອາ​ການນີ້​ເອີ້ນ​ວ່າ ‘ຕັບ​ອັກ​ເສບ​ຊະ​ນິດ B ແບບ​ເຮື້ອ​ຮັງ’ ​ແລະ​ ມັນ​ສາ​ມາດ​ທຳ​ລາຍ​ຕັບ, ເຮັດ​ໃຫ້ເປັນໂຣ​ກ​ຕັ​ບ​ແຂງ ​ແລະ ເປັນ​ມະ​ເຮັງ​ຕັບການ​ໃຊ້​ຢາ​ປິ່ນປົວ​ສາ​ມາດຫຼຸດ​ຜ່ອນ​ຄວາມ​ເສັຍ​ຫາຍ​ຂອງ​ຕັບ​ ແລະ ​ປ້ອງ​ກັນ​ມະ​ເຮັງ​ຕັບ​ໄດ້.

ຂ້ອຍຈະເຮັດຢ່າງໃດຖ້າຂ້ອຍມີເຊື້ອຕັບອັກເສບຊະນິດ B ?

ທ່ານຕ້ອງໄປ​ຫາ​ໝໍ​ທຸກໆ​ຫົກ​ຫາ​ສິບ​ສອງ​ເດືອນເຖິງ​ແມ່ນ​ວ່າ​ທ່ານ​ຈະ​ຮູ້​ສຶກ​ສະ​ບາຍ​ດີ​ກໍ​ຕາ​ມທັງ​ນີ້ ກໍ​ຍ້ອນ​ວ່າ ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ບໍ່​ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ເຈັບ​ປ່ວຍ ຖ້າ​ວ່າ​ທ່ານ​ຮູ້​ສຶກ​ເຈັບ​ປ່ວຍ​ຂຶ້ນ​ມານັ້ນ​ກໍ​ສະ​ແດງວ່າ​ຕັບ​ຂອງ​ທ່ານ​ໄດ້​ຮັ​ບ​ຄວາມ​ເສັຍ​ຫາຍ​ແລ້ວ ພ້ອມ​ດຽວ​ກັບ​ການກວດ​ເລືອດທ່ານ​ໝໍ​​ອາດ​ຈະ​

ຟາຍ​ໂບ​ຣ​ສະ​ແກນ (Fibroscan®) ດ້ວຍການ​ເຮັດ Fibroscan® ແມ່ນ​ການ​ສະ​ແກນ​​ຕັບ​ເຊິ່ງ​ທ່ານ​ໝໍ​ຈະກວດເບີ່ງ​ໄດ້​ວ່າ​ຕັ​ບ​ໄດ້​ຮັບ​​ຄວາມເສັຍ​ຫາຍຫຼື ​​ຕັ​ບແຂງແລ້ວ​ບໍ ແລະ ອາ​ການ​ຮ້າຍ​ແຮງ​ປານ​ໃດ ຈາກນັ້ນທ່ານ​ໝໍ​ຈະ​ເປັນ​ຜູ້​ຕັດ​ສິນ​ວ່າ​ທ່ານ​ຕ້ອງ​ກິນ​ຢາ ຫຼື ໄປ​ຄ​ລີ​ນິກ​ປົວ​ຕັບ ຫຼື ໄປ​ພົບ​ແພດ​ຊ່ຽວ​ຊານ​ດ້ານ​ຕັບ​ບໍ.

ພະຍາດຕັບອັກເສບຊະນິດ B ສາມາດປິ່ນປົວ ຫຼື ປົວໃຫ້ຫາຍຂາດໄດ້ບໍ?

ແມ່ນ​ແລ້ວພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ສາ​ມາດ​ປິ່ນ​ປົວ​ໄດ້ ແຕ່​ວ່າ​ບໍ່​ແມ່ນ​ວ່າ​ໝົດ​ທຸກ​ຄົນ​ທີ່​ມີ​ເຊື້ອ​ຕັບ​ອັ​ກ​ເສບ​ຊະ​ນິດ B ຈຳ​ເປັນ​ຕ້ອງ​ກິນ​ຢາທ່ານ​ໝໍ​​ຈະ​ບອກ​ທ່ານ​ວ່າ​ທ່ານ​ຕ້ອງ​ກິນ​ຢາ ຫຼື ບໍ່ ຢາບໍ່​ສາ​ມາດ​ປິ່ນ​ປົວ​ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ໃຫ້​ຫ​າຍ​ຂາດ​ໄດ້ແຕ່​ວ່າ​ມັນ​ສາ​ມາດ​ຄວບ​ຄຸມ​ຄວາມ​ເສັຍ​ຫາຍ​ທີ່​ເກີດ​ຂຶ້ນ​ຕໍ່​ຕັບ​ຂອງ​ທ່ານ, ເຮັດ​ໃຫ້​ເປີ​ເຊັນ​ທີ່​ຈະ​ເປັນ​ມະ​ເຮັງ​ຕັບ​ຕ່ຳ​ລົງ​ ແລະ ​ຊ່ວຍ​ໃຫ້​ຕັບ​ຟື້ນ​ຟູ​​ປົວແປງ​ໂຕ​ມັນ​ເອງ

ໃຫ້​ປຶກສາ ແລະ ຂໍຄໍາແນະນໍາກັບ​ທ່ານ​ໝໍ​ວ່າ​ຢາ​ຊະ​ນິດ​ໃດ​ເໝາະ​ສົມ​ກັບ​ທ່ານ​ທີ່​ສຸດ.

ຂ້ອຍຈະຊ່ວຍຕັບຂອງຂ້ອຍໄດ້ຢ່າງໃດ?

  • ດື່ມເຄື່ອງດື່ມທີມີທາດ​ເຫຼົ້າ​ໃຫ້​ໜ້ອຍ​ລົງ ຫຼື​ ບໍ່​ດ​ື່ມ​ເລີຍ
  • ກິນ​ອາ​ຫານ​ທີ່​ດີຕໍ່ຮ່າງກາຍ, ອາ​ຫານເພື່ອ​ສຸ​ຂ​ະ​ພາບ ​ແລະ ​ຢ່າ​ໃຫ້​ມີ​ໄຂ​ມັນຫຼາຍ​ເກີນໄປ
  • ຢຸດ ຫຼື​ ຜ່ອນ​ການ​ສູບ​ຢາ​ລົງ
  • ອອກ​ກໍາລັງກາຍ​ຢ່າງ​ສະ​ໝ່ຳ​ສະ​ເໝີ
  • ​ໃຫ້​ຄວ​ບ​ຄຸມ​ລະ​ດັ​ບ​ຄວາມ​ກົດ​ດັນ​​ທາງອາ​ລົມ​
  • ໃຫ້​ບອກ​ທ່ານ​ໝໍ​ໃຫ້​ຮູ້​ຖ້າ​ທ່ານ​ກິນ​ຢາ​ອື່ນໆເຊັ່ນ ​ຢາ​ສະ​ໝຸນ​ໄພ, ຢາ​ວິ​ຕາ​ມິນ, ຫຼື​ ຢາ​ຈີນ ຢາ​ບາງ​ຢ່າງ​ເຫຼົ່າ​ນີ້​ອາດ​ໄປ​ທຳ​ລາຍ​ຕັບ​ໄດ້, ໂດຍ​ສະ​ເພາະ​ຖ້າ​ກິນ​ປະ​ລິ​ມານຫຼາຍ ​ແລະ ​ກິນ​ເປັນ​ເວ​ລາ​ດົນ​ນານ.
  • ໃຫ້​ປ້ອງ​ກັນ​ຕົວ​ທ່ານ​ເອງ​ຈາກ​ການ​ຕິດ​ເຊື້ອ​ຕ່າງໆ ເພາະ​ວ່າ​ມັນ​ອາດ​ໄປ​ກະ​ທົບ​ຕໍ່​ສຸ​ຂະ​ພາບ​ຂອງ​ທ່ານ​ຢ່າ​ງ​ຮ້າຍ​ແຮງ​ ແລະ ​ເປັນ​ສາ​ເຫດ​ເຮັດ​ໃຫ້​ຕັບ​ຖືກ​ທຳ​ລາຍ:
  • ໃຫ້​ສັກ​ສາ​ຢາ​ປ້ອງ​ກັນ​ພະ​ຍາດ​ຕັບ​ອັກ​ເສບ​
  • ຢ່າ​ໃຊ້​ເຂັມ​ຮ່ວມ​ກັນໃນ​​ການ​ສັກ​ຢາ​ເສບ​ຕິດ
  • ໃຫ້​ໃຊ້​ຖົງ​ອະ​ນາ​ໄມໃນເວລາມີເພດສໍາພັນ

ຂ້ອຍຈະຫຼີກເວັ້ນຈາກການຕິດເຊື້ອຕັບອັກເສບຊະນິດ B ຫຼື ແພ່ເຊື້ອໃຫ້ຄົນອື່ນໄດ້ຢ່າງໃດ?

ສັກ​ຢາ​ກັນ​ພະ​ຍາດ​ຕັບ​ອັກ​ເສບ

ການ​ສັກ​ຢາ​ກັນ​ໂຣກ​ແມ່ນ​ວິ​ທີ​ທີ່​ດີ​ທີ່​ສຸດ​ເພື່ອ​ຢຸດ​ຢັ້ງການ​ແພ່​ຜາຍ​ຂອງເຊື້ອ​ໂຣກ​ຕັບ​ອັກ​ເສບ​ຊະ​ນິດ B ການ​ສັກ​ຢານັ້ນ​ປອດ​ໄພຫຼາຍ ​ແລະ​ ມັນ​ຈະ​ປ້ອງ​ກັນທ່ານ​​ໄດ້​ຫຼາຍກວ່າ 95%

ເພື່ອຫຼີກເວັ້ນການແພ່ເຊື້ອຕັບອັກເສບຊະນິດ B ໃຫ້ໃຜຜູ້ໜຶ່ງ:

  • ​ໃຫ້​ໝັ້ນ​ໃຈ​ວ່າ​​ຜູ້​ທີ່​ມີ​​ຄວາມໃກ້​ຊິດກັບ​ທ່ານ​ຕ້ອງ​ໄດ້​ສັກ​ຢາ​ປ້ອງ​ກັນ
  • ໃຫ້​ໃຊ້​ຖົງ​ອະ​ນາ​ໄມ
  • ຢ່າ​ໃຊ້ ແປງ​ຖູ​ແຂ້ວ, ມີດ​ແຖ ຫຼື ເຄື່ອງ​ໃຊ້​ສ່ວນ​ຕົວ​ອື່ນໆ​ທີ່​ອາດ​ມີ​ເລືອດ​ຕິດ​ຢູ່ຮ່ວມ​ກັນ
  • ຢ່າ​ໃຫ້​ຄົນ​ອື່ນ​ແຕະ​ຕ້ອງ​ແຜ​ເປີດ​ຂອງ​ທ່ານນອກ​ຈາກວ່າ​ເຂົາ​ເຈົ້າ​ໃສ່​ຖົງ​ມື
  • ຢ່າ​ໃຊ້​ເຂັມ, ເຂັມ​ສັກ​ຢາ ຫຼື ເຄື່ອງ​ມື​ສັກ​ຢາ​ເສບ​ຕິດ​ອື່ນໆ ຮ່ວມ​ກັນ
  • ຢ່າ​ບໍ​ລິ​ຈາກ​ເລືອດ, ເຊື້ອ​​ອະສຸຈິ, ອະ​ໄວ​ຍະ​ວະ ຫຼື ເນື້ອ​ເຍື່​ອ​ຮ່າງ​ກາຍ

ໃຫ້​ໂອ້​ລົມ​ກັບ​ທ່ານ​ໝໍ​​ລ່ວງ​ໜ້າ​ເລື່ອງ​ສັກ​ຢາ​ປ້ອງ​ກັນ​ໃຫ້​ລູກ​ນ້ອຍ​ຂອງ​ທ່ານຖ້າ​ທ່ານ​​ກຳ​ລັງຖື​ພາ ຫຼື ຢາກ​ມີ​ລູກ.

ຂ້ອຍຈະຂໍຄວາມຊ່ວຍເຫຼືອ ແລະ ຄຳປຶກສາໄດ້ຢູ່ໃສ?

ທ່ານສາມາດຂໍຄວາມຊ່ວຍເຫຼືອໄດ້ຈາກ:
• ທ່ານໝໍ
• ຄລີນິກສຸຂະພາບຈະເລີນພັນ
• ໜ່ວຍບໍລິການສຸຂະພາບຊຸມຊົນ
• ສູນວາງແຜນຄອບຄົວ

• ໂຮງໝໍສູນກາງ, ເມືອງ ແລະ ແຂວງ

ຂໍ້ມູນອ້າງອີງຈາກ: http://allgood.org.au/lo/%e0%ba%a5%e0%ba%b2%e0%ba%a7/%e0%ba%9e%e0%ba%b0%e0%ba%8d%e0%ba%b2%e0%ba%94%e0%ba%95%e0%ba%b1%e0%ba%9a%e0%ba%ad%e0%ba%b1%e0%ba%81%e0%bb%80%e0%ba%aa%e0%ba%9a%e0%ba%8a%e0%ba%b0%e0%ba%99%e0%ba%b4%e0%ba%94-b/