ພະຍາດຊີຟິລິສ (syphilis) ແມ່ນຫຍັງ?


ຊີຟິລິສແມ່ນພະຍາດຕິດຕໍ່ທາງເພດສຳພັນ ເຊິ່ງເກີດຈາກການຕິດເຊື້ອແບັກທິເຣຍ ທີ່ມີຊື່ວ່າ ໂທຣໂປເນມາ ປາລີດຳ (Troponema pallidum)

ຂ້ອຍຕິດພະຍາດຊີຟິລິສໄດ້ແນວໃດ?

ທ່ານສາມາດຕິດຊີຟີລິສໄດ້ຈາກ:
• ສຳຜັດບາດແຜ ຫຼື ຜື່ນ ຂອງຄົນທີ່ເປັນພະຍາດເຖິງແມ່ນວ່າບາດແຜ ຫຼື ຜື່ນນັ້ນຈະເບິ່ງເຫັນຍາກກໍ່ຕາມ
• ມີເພດສຳພັນທາງຊ່ອງຄອດ, ທາງຮູທະວານ ຫຼື ທາງປາກ ໂດຍບໍ່ໃຊ້ຖົງຢາງອະນາໄມ
• ສຳຜັດກັບເລືອດທີ່ມີການຕິດເຊື້ອ
• ແມ່ຍິງຖືພາສາມາດສົ່ງຕໍ່ເຊື້ອຫາລູກໄດ້

ພະຍາດຊີຟິລິສ ແລະ ເດັກນ້ອຍ (ພະຍາດຊີຟິລິສແຕ່ກຳເນີດ)

ຜູ້ຍິງຖືພາສາມາດສົ່ງຕໍ່ເຊື້ອຊີຟີລິສ ໄປຫາລູກໄດ້ຜ່ານທາງເລືອດບາງຄັ້ງເດັກນ້ອຍເກີດມາອາດເສັຍຊີວິດ ຫຼື ພິການນີ້ເອີ້ນວ່າ ພະຍາດຊີຟິລິສແຕ່ກຳເນີດ

ເດັກນ້ອຍທີ່ເກີດມາສ່ວນໃຫຍ່ຈະບໍ່ມີອາການສະແດງຂອງພະຍາດນີ້, ແຕ່ເຂົາສາມາດເຈັບປ່ວຍຢ່າງຮຸນແຮງໄດ້.

ອາການສະແດງພະຍາດຊີຟີລິສໃນເດັກນ້ອຍທີ່ອາຍຸຕ່ຳກ່ວາ 2 ປີ:
• ນ້ຳມູກຍ້ອຍ
• ເປັນຜື່ນທີ່ຜິວໜັງ
• ກະດູກມີປັນຫາ
• ດວງຕາມີປັນຫາ ແລະ ບາງຄັ້ງອາດຕາບອດ
• ຕັບ ແລະ ໝາກໄຂ່ຫຼັງມີປັນຫາ
ອາການສະແດງພະຍາດຊີຟີລິສໃນເດັກນ້ອຍທີ່ອາຍຸສູງກ່ວາ 2 ປີ:
• ກະດູກມີປັນຫາ
• ແຂ້ວມີປັນຫາ
• ດວງຕາມີປັນຫາ ແລະ ບາງຄັ້ງອາດຕາບອດ
• ຫູມີປັນຫາ ແລະ ບາງຄັ້ງອາດຫູໜວກ

ຂ້ອຍຈະຮູ້ໄດ້ແນວໃດວ່າຂ້ອຍຕິດພະຍາດຊີຟິລິສຫຼືບໍ່?

ສ່ວນຫຼາຍຄົນທີ່ຕິດພະຍາດຊິຟີລິສຈະບໍ່ມີອາການສະແດງ, ດັ່ງນັ້ນ ຄົນທີ່ຕິດພະຍາດນີ້ຈຶ່ງຍັງຮູ້ສຶກວ່າຕົນເອງມີສຸຂະພາບດີ ແລະ ແຂງແຮງວິທີດຽວທີ່ຈະຮູ້ວ່າຕິດພະຍາດຊີຟີລິສຫຼືບໍ່ແມ່ນການກວດເລືອດຜູ້ຍິງຖືພາຄວນໄດ້ຮັບການກວດຊອກຫາພະຍາດຊີຟີລິສ ໃນ 12 ອາທິດທຳອິດ ຂອງການຖືພາ ຫຼື ໃນຄັ້ງທຳອິດທີ່ໄປຝາກທ້ອງນຳທ່ານໝໍ ໃນຜູ້ຍິງຖືພາບາງຄົນ ອາດຈະໄດ້ຮັບການກວດຫາພະຍາດຊີຟິລິສຕື່ມອີກໃນຊ່ວງຕໍ່ໄປຂອງການຖືພາ

ຂ້ອຍຈະເຮັດແນວໃດຖ້າຂ້ອຍຕິດພະຍາດຊີຟິລິສ?

• ຢຸດການມີເພດສຳພັນ, ເຖິງແມ່ນວ່າຈະໃຊ້ຖົງຢາງອະນາໄມກໍ່ຕາມ, ຈົນກວ່າການປິ່ນປົວພະຍາດຊີຟິລິສຂອງທ່ານຈະຫາຍແລ້ວ.
• ບອກຄູ່ນອນ ຫຼື ຄູ່ຊີວິດທ່ານ ຖ້າທ່ານເປັນພະຍາດຊີຟິລິສ ແລະ ບອກໃຫ້ເຂົາໄປກວດ ທ່ານໝໍສາມາດຊ່ວຍແນະນໍາ ແລະ ໃຫ້ຄໍາປຶກສາ

ພະຍາດຊີຟິລິສສາມາດປິ່ນປົວ ຫຼື ຫາຍຂາດບໍ່?

• ແມ່ນແລ້ວ,ພະຍາດຊີຟິລິສແມ່ນປິ່ນປົວໃຫ້ຫາຍຂາດໄດ້ ດ້ວຍການສັກຢາໄລຍະເວລາຂອງການປິ່ນປົວ ແມ່ນຂຶ້ນກັບວ່າພະຍາດຢູ່ໃນຂັ້ນໃດ ແລະ ໃຫ້ໝັ້ນໃຈວ່າທ່ານໄປຕາມທ່ານໝໍນັດທຸກຄັ້ງ
• ຫຼັງຈາກທ່ານໄດ້ຮັບການປິ່ນປົວຊີຟີລິສແລ້ວ ໃຫ້ໄປກວດຄືນອີກເທື່ອໜຶ່ງເພື່ອຢັ້ງຢືນວ່າເຊື້ອໄດ້ໝົດໄປແລ້ວ
• ຜູ້ຍິງຖືພາສາມາດຮັບການປິ່ນປົວພະຍາດຊີຟີລິສ ໃນລະຍະຕົ້ນໆຂອງການ ຖືພາ ເພື່ອຢຸດການສົ່ງເຊື້ອຊີຟີລິສໄປຫາລູກ
• ທ່ານສາມາດຕິດພະຍາດຊີຟິລິສໄດ້ອີກ ເຖິງແມ່ນວ່າຈະເຄີຍໄດ້ຮັບການ ປິ່ນປົວຈົນຫາຍຂາດມາແລ້ວກໍ່ຕາມ

ຂ້ອຍຈະປ້ອງກັນຕົວເອງແນວໃດ ຈາກການຕິດພະຍາດຊີຟີລິສ?

• ພາຕົນເອງ ແລະ ຄູ່ນອນໄປກວດຫາພະຍາດຊີຟິລິສໃຫ້ກວດເປັນປະຈຳ ຖ້າທ່ານມີຄູ່ນອນຫຼາຍກ່ວາໜຶ່ງຄົນ ຫຼື ຖ້າຄູ່ນອນຂອງທ່ານມີເພດສຳພັນນຳຄົນອື່ນຍິ່ງມີຄູ່ນອນຫຼາຍຄົນເທົ່າໃດຄວາມສ່ຽງທີ່ຈະຕິດພະຍາດຊີຟີລິສ ຍິ່ງສູງຂຶ້ນເທົ່ານັ້ນ
• ພາຕົວທ່ານ ແລະ ຄູ່ນອນໄປປິ່ນປົວພະຍາດຊີຟິລິສ ເພື່ອຈະບໍ່ໄປຕິດໃສ່ກັນ ແລະ ກັນຢ່າງຍືດເຍື້ອ ຫຼື ຕິດໃສ່ຄົນອື່ນ
• ໃຊ້ຖົງຢາງອະນາໄມເວລາມີເພດສຳພັນທາງຊ່ອງຄອດ, ທາງຮູທະວານ ແລະ ທາງປາກ ໃຊ້ຖົງຢາງອະນາໄມ ເຖິງແມ່ນວ່າຈະແມ່ນກັບຄູ່ທີ່ຢູ່ນຳກັນມາດົນກໍ່ຕາມຖ້າຫາກທ່ານໄປມີເພດສຳພັນນຳຄົນອື່ນອີກ
• ລົມນຳຄູ່ນອນໃໝ່ເລື່ອງການໃຊ້ຖົງຢາງອະນາໄມກ່ອນມີເພດສຳພັນກັບເຂົາ
• ຢ່າມີເພດສຳພັນກັບຄົນເປັນພະຍາດຊີຟີລິສ, ເຖິງແມ່ນວ່າຈະໃຊ້ຖົງ ອະນາໄມກໍ່ຕາມ, ຈົນກວ່າເຂົາຈະປິ່ນປົວພະຍາດຈົນຫາຍຂາດ

ຂ້ອຍຈະຂໍຄວາມຊ່ວຍເຫຼືອ ແລະ ຄຳປຶກສາໄດ້ຢູ່ໃສ?

ທ່ານສາມາດຂໍຄວາມຊ່ວຍເຫຼືອໄດ້ຈາກ:
• ທ່ານໝໍ
• ຄລີນິກສຸຂະພາບຈະເລີນສຳພັນ
• ໜ່ວຍບໍລິການສຸຂະພາບຊຸມຊົນ
• ສູນວາງແຜນຄອບຄົວ

• ໂຮງໝໍສູນກາງ, ແຂວງ ແລະ ເມືອງ